ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໘ ມິຖຸນາ ໒໐໒໓

ທຳນຽບຂາວ ຈະຂັດຂວາງ ບໍ່ໃຫ້ເປີດເຜີຍ ອີແມລ ທ່ານນາງ ຄລິນຕັນ ຫາ ປ. ໂອບາມາ


ພາບບັນທຶກ ປະທານາທິບໍດິ Barack Obama ຊຶ່ງໃນເວລາ ນັ້ນ ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານນາງ Hillary Clinton.

ບັນດາ​ເຈົ້າ​ໜ້າ​ທີ່ຂອງທຳນຽບຂາວກ່າວ​ວ່າ ​ເຂົາ​ເຈົ້າຈະ​ບໍ່​ອະນຸ
ຍາດ​ໃຫ້​ເປີດ​ເຜິ​ຍ​ ອີ​ແມລ ລະຫວ່າງປະທານາທິບໍດີ Barack
Obama ​ແລະອະດີດ​ລັດ​ຖະມົນຕີ ຕ່າງປະ​ເທດ ທ່ານ​ນາງ
Clinton ອັນ​ເປັນ​ພາກສ່ວນນຶ່ງ​ຂອງຄຳ​ສັ່ງ​ສານ ທີ່​ໃຫ້ ​ເປີດ
​ເຜີຍ​ອີ​ແມ​ລທັງ​ໝົດ ​ໃນ​ເວລາ​ທີ່ທ່ານ​ນາງ​ເປັນລັດຖະມົນຕີ
​ຕ່າງປະ​ເທດນັ້ນ.

​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ ທຳນຽບຂາວ​ຄົນ​ໜຶ່ງ ທີ່​ບໍ່​ອອກ​ຊື່​ ກ່າວ​ໃນ
​ວັນສຸກ​ວານ​ນີ້​ວ່າ ​ ການ​ເປີດເຜີ​ຍ​ການ​ສົນທະນາ​ໃນ​ເວລາ​ນີ້
ຈະ​ເປັນ​ການລະ​ເມີດຕໍ່​ປະ​ເພນີ​ອັນ​ຍາວ​ນານທີ່​ເຄີຍ​ປະຕິບັດ
​ກັນ​ມາ ​ກ່ຽວ​ກັບ​ການ​ຮັກສາຄວາມ​ລັບ ​ໃນ​ຂະນະ​ທີ່​ ປະທາ
ນາທິບໍດີຍັງ​ຢູ່ໃນ​ຕຳ​ແໜ່​ງ. ທ່ານ​ເວົ້າວ່າ “ມັນ​ເປັນ​ຫລັກການທີ່ ທຳນຽບຂາວ ຫຼາຍໆ​ສະ​ໄໝກ່ອນໜ້າ​ນີ້ ​ໄດ້​ປ້ອງ​ກັນ​ຢ່າງເຂັ້ມ​ແຂງ ໃນ​ຂະນະ​ທີ່​ມັນ​ນຳໄປ​ສູ່​ຈຸດ​ໃຈກາງ​ໃນຄວາ​ມສາມາດ​ຂອງປະທານາທິບໍດີ ເພື່ີອຮັບ​ຟັງ​ຄຳ​ແນະນຳ​ທີ່​ບໍ່​ໄດ້ດັດ​ແປງ ​ແລະຈາກ​ທີ່​ປຶກ
ສາ ​ໃນ​ລະຫວ່າງທີ່​ທ່ານ​ຍັງ​ຢູ່​ໃນ​ຕຳ​ແໜ່​ງ ​ແລະ​ເປັນ​ສູນ​ກາງ​ປະຕິບັດ​ງານ ທີ່​ເປັນ​ອິດສະ
ຫຼະຂອງ​ສາຂາ​ບໍລິຫານ.

ທຳນຽບຂາວ ວາງ​ແຜນ​ທີ່​ຈະ​ຮັກສາ​ອີ​ແມ​ລ​ເຫຼົ່ານີ້​ໄວ້​ເປັນຄວາມ​ລັບ ​ຢ່າງໜ້ອຍ​ຈົນ​ກວ່າ
ທ່ານ Obama ພົ້ນ​ຈາກ​ຕຳ​ແໜ່​ງ​ໃນ​ເດືອນ​ມັງກອນປີ 2017. ຈຳນວນ ອີແມ​ລທີ່​ແທ້​ຈິງ
ລະຫວ່າງປະທານາທິບໍດີ ​ແລະ ທ່ານ​ນາງ Clinton ຍັງບໍ່​ເປັນ​ທີ່​ຊາບໄດ້.

ກະຊວງ​ຕ່າງປະ​ເທດ ​ໄດ້​ເປີດ​ເຜີ​ຍອີ​ແມ​ລຫລາຍ​ກວ່າ 55,000 ສະບັບ ຂອງ​ທ່ານ​ນາງ
Clinton ທີ່​ໄດ້​ຮັບ ​ແລະ​ສົ່ງ​ອອກ​ໄປ ​ໃນ​ຂະນະ​ທີ່​ທ່ານ​ນາງ​ເປັນລັດ ຖະມົນຕີຕ່າງປະ​ເທດ
ທີ່​ຈັດ​ໄວ້​ເປັນ​ຈຸ​ໃນ​ແຕ່ລະ​ເດືອນ ຫລັງ​ຈາກ​ໄດ້​ມີ​ການ ກວດກາ ​ແລະ​ຫັນປ່ຽນທາງ​ອີ​ເລັກ
ໂຕ​ຣນິກ. ຈຳ​ນວນ​ໜຶ່ງ ໄດ້​ຖືກໝາຍ​ໄວ້ວ່າ​ເປັນຄວາມ​ລັບ ​ແລະເກັບຮັກສາ​ເອົາ​ໄວ້ຕໍ່​ໄປ.

ທ່ານ​ນາງ Clinton ກຳລັງ​ມີ​ຄະ​ແນນ​ສຽງນຳ​ໜ້າ ​ໃນ​ບັນດາ​ຜູ້ແຂ່ງຂັນເລືອກ​ຕັ້ງ ​ເປັນ
​ປະທານາທິບໍດີ ຂອງພັກ​ເດ​ໂມ​ແຄ​ຣັດ ປີ 2017. ທ່ານ​ນາງ​ໄດ້​ໃຊ້ບັນ​ຊີອີ​ແມ​ລສ່ວນ​ໂຕ
ອັນ​ດຽວກັນ ​ທັງ​ເຮັດ​ວຽກຂອງ​ທາງ​ການ ​ແລະ​ທຸລະ​ກິດສ່ວນຕົວ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG