ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ຍິນດີກັບການຟື້ນຟູໂທລະຄົມມະນາຄົມ ແລະ ການຊ່ວຍເຫຼືອ ເຂົ້າໄປໃນກາຊາ


ທ່ານຈອນ ເຄີບີ ຜູ້ອຳນວຍການດ້ານການສື່ສານຍຸດທະສາດ ປະຈຳສະພາຄວາມໝັ້ນຄົງແຫ່ງຊາດ ກຳລັງເບິ່ງການບັນຍາຍສະຫຼຸບປະຈຳວັນ ໃນຫ້ອງບັນຍາຍເບຣດີ ໃນທຳນຽບຂາວ​, ໃນນະຄອນຫຼວງວໍຊິງຕັນ ໃນວັນທີ 30 ຕຸລາ 2023.
ທ່ານຈອນ ເຄີບີ ຜູ້ອຳນວຍການດ້ານການສື່ສານຍຸດທະສາດ ປະຈຳສະພາຄວາມໝັ້ນຄົງແຫ່ງຊາດ ກຳລັງເບິ່ງການບັນຍາຍສະຫຼຸບປະຈຳວັນ ໃນຫ້ອງບັນຍາຍເບຣດີ ໃນທຳນຽບຂາວ​, ໃນນະຄອນຫຼວງວໍຊິງຕັນ ໃນວັນທີ 30 ຕຸລາ 2023.

ທຳນຽບຂາວ ໃນວັນຈັນວານນີ້ ໄດ້ຮັບເອົາການລັ່ງໄຫຼຂອງການຊ່ວຍເຫຼືອດ້ານມະນຸດສະທຳທີ່ຈຳກັດ ແລະການຟື້ນຟູລະບົບໂທລະຄົມມະນາຄົມ ຢູ່ໃນເຂດກາຊາ ໃນຂະນະທີ່ອິສຣາແອລ ຍັງສືບຕໍ່ການບຸກໂຈມຕີທາງພາກພື້ນດິນຂອງຕົນ ຢູ່ໃນເຂດວົງລ້ອມດັ່ງກ່າວ ເພື່ອຕອບໂຕ້ການໂຈມຕີທີ່ບໍ່ໄດ້ຄາດຄິດຂອງກຸ່ມຫົວຮຸນແຮງຮາມາສ ເມື່ອວັນທີ 7 ຕຸລາທີ່ຜ່ານມາ.

ນອກ​ຈາກນີ້ ​ຍັງ​ໄດ້​ກ່າວ​ເຕືອນ​ອີກ​ເທື່ອ​ນຶ່ງ ​ຕໍ່​ບັນດາ​ຜູ້​ກ່ຽວຂ້ອງ​ຢູ່ໃນພາກພື້ນ ​ບໍ່ໃຫ້ເຂົ້າຮ່ວມໃນການຕໍ່ສູ້ດັ່ງກ່າວ.

"ຂໍ້ຄວາມຂອງພວກເຮົາຕໍ່ບັນດາຜູ້ທີ່ມີສ່ວນກ່ຽວຂ້ອງພາກສ່ວນໃດກໍ່ຕາມ ທີ່ຊອກຫາຜົນປະໂຫຍດຈາກຄວາມຂັດແຍ່ງນີ້ ແມ່ນ: ຢ່າເຮັດມັນ," “​ແລະ​ດັ່ງ​ທີ່​ທ່ານ​ທັງ​ຫຼາຍ​ຮູ້​ແລ້ວ, ພວກ​ເຮົາ​ໄດ້​ເສີມ​ຂະຫຍາຍຄວາມແຂງແກ່ນ​ຂອງ​ພວກ​ເຮົາ​ໃນ​ພາກ​ພື້ນ. ພວກເຮົາສືບຕໍ່ເຝົ້າເບິ່ງຢ່າງຕໍ່ເນື່ອງ ເພື່ອໃຫ້ແນ່ໃຈວ່າພາກສ່ວນກ່ຽວຂ້ອງໃດກໍ່ຕາມ ທີ່ອາດຈະຖືກລໍ້ລວງໃຫ້ເຂົ້າມາໃນທີ່ນີ້ ຮູ້ວ່າ ພວກເຮົາຈະໃຫ້ຄວາມສຳຄັນ ກັບຄວາມປອດໄພແຫ່ງຊາດຂອງພວກເຮົາຢູ່ໃນພາກພື້ນຢ່າງຈິງຈັງ, ໂດຍບໍ່ຕ້ອງກ່າວເຖິງພັນທະຂອງພວກເຮົາ ໃນການປົກປ້ອງທະຫານຂອງພວກເຮົາ ໃນທີ່ໝັ້ນຂອງພວກເຮົາ ທີ່ກໍາລັງດໍາເນີນຕິດຕາມກຸ່ມ ISIS ຢູ່ໃນສະຖານທີ່ຕ່າງໆ ເຊັ່ນໃນອີຣັກ ແລະຊີເຣຍ." ທ່ານຈອນ ເຄີບີ ຜູ້ອຳນວຍການດ້ານການສື່ສານຍຸດທະສາດ ປະຈຳສະພາຄວາມໝັ້ນຄົງແຫ່ງຊາດກ່າວ.

​ແຕ່​ຄວາມ​ຂັດ​ແຍ່ງ​ນີ້​ກໍຍັງປະທຸຂຶ້ນ​ໃນ​ພື້ນທີ່ຄວາມຄິດເຫັນສາທາລະນະເຊັ່ນກັນ. ປະຊາຊົນຫຼາຍຮ້ອຍຄົນໄດ້ບຸກໂຈມຕີສະໜາມບິນແຫ່ງນຶ່ງໃນພາກພື້ນ ດາເກັສຕານ ຂອງຣັດເຊຍ ໃນທ້າຍອາທິດຜ່ານມາ, ຮ້ອງໂຮຕໍ່ຕ້ານຊາວຢິວ ໃນລະຫວ່າງການມາເຖິງຂອງຖ້ຽວບິນຈາກແທລ໌ ອາວີບ (Tel Aviv).

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG