ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ເຕືອນ​​​ຊີ​ເຣຍ ເຖິງການກະກຽມ ຕໍ່ການໂຈມຕີ ດ້ວຍ​ອາວຸດ​ເຄມີ


ປະທານາທິບໍດີສະຫະລັດ ທ່ານດາໂນລ ທຣຳ ກ່າວຖະແຫຼງ ຫຼັງຈາກທີ່ສະຫະລັດ ໄດ້ຍິງລູກສອນໄຟ ນຳທິດທາງໂດຍດາວທຽມ ໃສ່ຊີເຣຍ ເມື່ອແລງວັນພະຫັດ ທີ 6 ເມສາ ເພື່ອເປັນການຕອບໂຕ້ ຕໍ່ການໂຈມ​ຕີດ້ວຍອາວຸດ​ເຄມີ​ ໃສ່ປະຊາຊົນ​ຂອງ​ຕົນ​, ບ້ານພັກ Mar-a-Lago ໃນ ເມືອງ Palm Beach, Fla., 6 ເມສາ, 2017.
ປະທານາທິບໍດີສະຫະລັດ ທ່ານດາໂນລ ທຣຳ ກ່າວຖະແຫຼງ ຫຼັງຈາກທີ່ສະຫະລັດ ໄດ້ຍິງລູກສອນໄຟ ນຳທິດທາງໂດຍດາວທຽມ ໃສ່ຊີເຣຍ ເມື່ອແລງວັນພະຫັດ ທີ 6 ເມສາ ເພື່ອເປັນການຕອບໂຕ້ ຕໍ່ການໂຈມ​ຕີດ້ວຍອາວຸດ​ເຄມີ​ ໃສ່ປະຊາຊົນ​ຂອງ​ຕົນ​, ບ້ານພັກ Mar-a-Lago ໃນ ເມືອງ Palm Beach, Fla., 6 ເມສາ, 2017.

ສະຫະລັດ ກ່າວ​ວ່າ ຕົນ​ໄດ້​ລະບຸ “ການ​ກະກຽມ​ທີ່​ອາດ​ເປັນ​ໄປ​ໄດ້” ​ໃນ​ການ​ໂຈມ​ຕີ
ດ້ວຍ​ອາວຸດ​ເຄມີ ​ໂດຍກອງ​ກຳລັງ​ລັດຖະບານ​ຊີ​ເຣຍ ທີ່​ຄ້າຍຄື​ກັບການ​ໂຈມ​ຕີເມື່ອ
ເດືອນ​ເມສາທີ່​ຜ່ານ​ມາ​ນີ້ ​ໃນ​ພາກ​ເໜືອ​ຂອງ​ຊີ​ເຣຍ ທີ່​ເຮັດ​ໃຫ້​ມີ​ການຕອບ​ໂຕ້ຢ່າງ
​ໄວວາ​ຂອງສະຫະລັດ ​ດ້ວຍ​ການ​ໂຈມ​ຕີ​ທາງ​ອາກາດ​.

ຖະ​ແຫຼງ​ສະບັບ​ນຶ່ງໃນ​ແລງ​ວັນ​ຈັນ​ວານ​ນີ້ ຈາກໂຄສົກທຳນຽບຂາວ​ ທ່ານ Sean
Spicer ​ໄດ້​ເຕືອນ​ປະທານາທິບໍດີຊີ​ເຣຍ ທ່ານ Bashar al-Assad ວ່າ ຖ້າ​ຫາກ​ວ່າ
ກອງ​ກຳລັງ ​ລັດຖະບານ​ຊີ​ເຣຍ ທຳ​ການ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີອີກ “ທ່ານ​ແລະ​ກອງ​
ກຳລັງ​ຂອງ​ທ່ານ​ຈະ​ຕ້ອງ​ຊົດ​ໃຊ້ໃນລາຄາ​ແພງ.”

ຍັງ​ບໍ່​ທັນ​ມີ​ຂໍ້​ມູນ​ທີ່​ຊັດ​ເຈນ ຫຼື ຫຼັກຖານ ທີ່​ສະ​ແດງ​ໃຫ້​ເຫັນ​ການ​ກະ​ກຽມ​ ຕາມ​ທີ່​ມີ​
ການ​ກ່າວຫານັ້ນ.

​ເອກ​ອັກຄະ​ລັດຖະທູດ​ສະຫະລັດປະຈຳ​ອົງການ​ສະຫະ​ປະຊາ​ຊາດ ທ່ານ​ນາງ Nikki
Haley ໄດ້​ຂຽນ​ລົງ​ໃນ Twitter ວ່າ ການ​ໂຈມ​ຕີໃດໆ​ໃນ​ອະນາ​ຄົດ ຕໍ່​ພົນລະ​ເຮືອນ
“ຈະ​ຕ້ອງ​ຖິ້ມ​ໂທດ​ໃສ່​ທ່ານ Assad ​ແລະ​ ຣັດ​ເຊຍ ​ກັບ​ອີຣ່ານ ທີ່​ສະໜັບສະໜູນ
ທ່ານ​ໃນ​ການ​ສັງຫານ ປະຊາຊົນ​ຂອງ​ຕົນ​ເອງ​ນັ້ນ.”

ຣັດ​ເຊຍ ​ແລະ​ອີຣ່ານ ​ແມ່ນ​ຜູ້​ທີ່​ສະໜັບ​ສະ​ໜູນຫຼັກ ​ແລະ​ໄດ້​ຊ່ອຍ​ເຫຼືອ​ທາງ​ດ້ານ​ທະຫານ​
ໃນ​ການ​ຕໍ່ສູ້​ທີ່​ສະລັບຊັບຊ້ອນ ກັບພວກຕໍ່ຕ້ານ​ສອງຝ່າຍ ຄືພວກ​ຝ່າຍ​ຄ້ານ ​ແລະ​ພວກ
​ຫົວ​ຮຸນ​ແຮງກຸ່ມ​ລັດ​ອິສລາມ.

ທ່ານ Dmitry Peskov ​ໂຄສົກປະທານາທິບໍດີຣັດ​ເຊຍ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ
ກ່ຽວ​ກັບ​ການ​ຂົ່ມຂູ່ໃນວັນ​ອັງຄານ​ມື້​ນີ້​ ຕໍ່​ຜູ້ນຳ​ຊີ​ເຣຍ ນັ້ນ​ວ່າ “​ເ​ປັນ​ສິ່ງ​ທີ່​ຮັບ​ເອົາ​ບໍ່​ໄດ້,”
ແລະ​ທ່ານ​ບໍ່​ໄດ້​ຮັບ​ຮູ້​ເຖິງ​ການ​ໂຈມ​ຕີດ້ວຍອາວຸດ​ເຄມີ​ໃດໆ​ເລີຍ.

​ໃນ​ການ​ໂຈມ​ຕີ ຄັ້ງ​ວັນ​ທີ 4 ​ເມສາ ຜ່ານ​ມາ ຕໍ່​ເມືອງ Khan Sheikhoun ທີ່ເປັນ​ທີ່​ໝັ້ນ​
ຂອງ​ຝ່າຍ​ຄ້ານ ​ໄດ້​ສັງຫານຫຼາຍ​ກວ່າ 80 ຄົນ. ນັກ​ຊ່ຽວຊານ​ຈາກລັດຖະບານ​ຝຣັ່ງ
ໄດ້​ພົບ​ເຫັນ​ວ່າ ​ແກັສ sarin ​ແມ່ນ​ໄດ້​ຖືກ​ນຳ​ໃຊ້ ຮວມກັບສານ hexzmine ​ແລະ​ຂັ້ນ​ຕອນ​ການຜະລິດ​ແບບ​ດຽວ​ກັນ ທີ່​ໃຊ້​ໃນ​ການໂຈມ​ຕີດ້ວຍອາວຸດ​ເຄມີ ທີ່​ໃຊ້ໂດຍລັດຖະບານ
ຊີ​ເຣຍ.

ທ່ານ Assad ​ໄດ້​ປະຕິ​ເສດ ວ່າ ກອງ​ກຳລັງ ຂອງ​ທ່ານ ບໍ່​ໄດ້​ຮັບຜິດຊອບ ​ໃນ​ສິ່ງ​ທີ່​ເກີດ​ຂຶ້ນ​
ໃນ​ເມືອງ Khan Sheikhoun ​ໂດຍ​ກ່າວ​ວ່າ ​ເຫດການ​ທີ່​ວ່າ​ນີ້ ​ແມ່ນ​ໄດ້ “ເສກ​ສັນປັ້ນແຕ່ງ
ຂຶ້ນມາ”
ທີ່​ທາງ​ສະຫະລັດ ​ໄດ້​ນຳ​ໃຊ້ ​ເພື່ອ​ແກ້​ແຄ້ນ​ທາງ​ທະຫານ ຕໍ່​ກອງ​ກຳລັງ​ຊີ​ເຣຍ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Syria Chemical Weapons
please wait

No media source currently available

0:00 0:01:22 0:00

XS
SM
MD
LG