ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທຳ​ນຽ​ບ​ຂາວ ກ່າວ​ວ່າ ຈະ​ໃຊ້​ການ​ທູດ ຂະ​ນະ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ ຂອງ​ຣັດ​ເຊຍ ​ໃຊ້​ສຳ​ນວນ​ຄຳ​ເວົ້າ​ທີ່​ຮ້ອນ​ແຮງ​ຂຶ້ນ


ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ພວມ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ປີ ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ ປະ​ເທດ​ຣັດ​ເຊຍ ເມື່ອ​ວັນ​ທີ 23 ທັນ​ວາ 2021.
ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ພວມ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ປີ ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ ປະ​ເທດ​ຣັດ​ເຊຍ ເມື່ອ​ວັນ​ທີ 23 ທັນ​ວາ 2021.

ທຳ​ນຽບ​ຂາວ ​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ວໍ​ຊິງ​ຕັນ​ພວມ​ຈັບ​ຕາຢ່າງ​ໃກ້​ຊິດເບິ່ງ​ມົ​ສ​ກູແລະຍັງສືບ​ຕໍ່ມີ​ຄວາມ​ໝັ້ນ​ໝາຍທາງ​ດ້ານ​ການ​ທູດ​ລະ​ຫວ່າງ​ການ​ເຈ​ລະ​ຈາໃນລະ​ດັບ​ສູງຄັ້​ງ​ຈະ​ມານີ້. ການ​ຖະ​ແຫຼງ​ດັ່ງ​ກ່າວ​ມີ​ຂຶ້ນ​ທ່າມ​ກາງ​ການ​ໃຊ້​ຄຳ​ເວົ້າ​ທີ່​ຮ້ອນ​ແຮງ​ເພີ້ມ​ຂຶ້ນ​ຂອງ​ຜູ້​ນຳ​ຣັດ​ເຊຍ ຊຶ່ງ​ໃນ​ວັນ​ພະ​ຫັດ​ວານນີ້ໄດ້​ກ່າ​ວ​ຫາ​ສະ​ຫະລັດ​ແລະ​ພັນ​ທະ​ມິດ​ເນ​ໂຕ້​ວ່າ ບ່ອນ​ທຳ​ລາຍ​ປະ​ເທດ​ຂອງ​ທ່ານ ​ໃນຂະ​ນະ​ທີ່​ທ່ານ​ສືບ​ຕໍ່ເຕົ້າ​ໂຮມ​ກຳ​ລັງ​ທະ​ຫານ ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ ​ໃນ​ບໍ​ລິ​ເວນ​ຊາຍ​ແດນ​ຣັດ​ເຊຍ​ຕິດ​ກັບ​ຢູ​ເຄ​ຣນ.

ປະ​ທາ​ນາ​ທິ​ບໍ​ດີ​ວ​ລາ​ດີ​ເມຍ ປູ​ຕິນ ກ່າວ​ໃນ​ວັນ​ພ​ະ​ຫັດ​ວານນີ້ ລະ​ຫວ່າງ​ການ​ຖະ​ແຫຼງ​ຂ່າວ​ທ້າຍ​ປີ ໂດຍ​ເວົ້າ​ວ່າ “ພວກ​ເຈົ້າ​ຂະ​ຫຍາຍ​ອົງ​ການ​ເນ​ໂຕ້​ໄປ​ທາງ​ທິດ​ຕາ​ເວັນ​ອອກ" ແລະທ່ານ​ຍັງ​ໄດ້​ກ່າ​ວ​ຫາ ​ອົງ​ການ​ສືບ​ລັບ​ ຂອງ​ປະ​ເທດ​ຕາ​ເວັນ​ຕົກວ່າພະ​ຍາ​ຍາມ​ທີ່​ແຍກສະ​ຫະ​ພັນ​ຣັດ​ເຊຍ​ອອກ​ຈາກ​ກັນໂດຍ​ນຳ​ໃຊ້​ກຸ່ມ​ກໍ່​ການ​ຮ້າຍ​ຕ່າງໆ. ແນ່ນອນ ພວກ​ເຮົາ​ໄດ້​ຮ້ອງ​ຂໍ​ບໍ່​ໃຫ້​ພວກ​ເຈົ້າ ​ເຮັດ​ແບບນັ້ນ ດັ່ງ​ທີ່​ພວກ​ເຈົ້າ​ໄດ້​ສັນ​ຍາ​ວ່າ​ຈະ​ບໍ່​ເຮັດ.

“ແຕ່​ພວກ​ເຮົາ​ໄດ້​ຖືກ​ແຈ້ງ​ໃຫ້​ຊາບ​ວ່າ: ‘ເອກ​ກະ​ສານ​ທີ່​ເປັນ​ລາຍ​ລັກ​ອັກ​ສອນ​ຢູ່​ໃສ? ມັນ​ບໍ່​ມີ ​ດັ່ງ​ນັ້ນ ​ພວກ​ເຈົ້າ​ຕ້ອງ​ຟ້າວ​ໄປ. ພວກ​ເຮົາ​ບໍ່​ສົນ​ໃຈ​ດອກກ່ຽວ​ກັບຄວາມ​ເປັນ​ຫ່ວງ​ຂອງ​ພວກ​ເຈົ້າ.’ ມັນ​ເກີດ​ຂຶ້ນ​ທຸກໆ​ປີແລະ​ທຸກໆ​ເທື່ອ​ທີ່​ພວກ​ເຮົາຍູ້​ຄືນ ແລະ​ພວກ​ເຮົາ​ໄດ້​ພະ​ຍາ​ຍາມ​ປ້ອງ​ກັນ​ບາງ​ສິ່ງ​ບາງ​ຢ່າງ​ຫຼື​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຂອງ​ພວກ​ເຮົາ (ແຕ່​ພວກ​ເຮົ​າ​ຖືກ​ແຈ້ງວ່າ) ບໍ່ຈົ່ງ​ຟ້າວ​ໄປ​ຊະ​ພ້ອມ​ກັບຄວາມ​ເປັນ​ຫ່ວງ​ຂອງ​ພວກ​ເຈົ້າ ພວກ​ເຮົາ​ຈະ​ເຮັດ​ໃນ​ສິ່ງ​ທີ່​ພວກ​ເຮົາ​ຢາກ​ເຮັດ.”

ໂຄ​ສົກ​ຂອງ​ທຳ​ນຽບ​ຂາວ ທ່ານ​ນາງ​ເຈ​ັນ ຊາ​ກິ ໃນ​ລະ​ຫວ່າງ​ການ​ຖະ​ແຫຼງ​ຂ່າວ ທີ່​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 23 ທັນ​ວາ 2021.
ໂຄ​ສົກ​ຂອງ​ທຳ​ນຽບ​ຂາວ ທ່ານ​ນາງ​ເຈ​ັນ ຊາ​ກິ ໃນ​ລະ​ຫວ່າງ​ການ​ຖະ​ແຫຼງ​ຂ່າວ ທີ່​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 23 ທັນ​ວາ 2021.

“ຄວາມ​ຈິງ​ເປັນເລື້ອງ​ທີ່​ຕະ​ລົກ” ໂຄ​ສົກ​ຂອງ​ທຳ​ນຽບ​ຂາວ ທ່ານ​ນາງ​ເຈັນ ຊາ​ກິ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້ ​ເພື່ອ​ຕອບ​ຄຳ​ຖາມ​ຂອງ​ພວກ​ນັກ​ຂ່າວ ກ່ຽວ​ກັບ​ການ​ກ່າວ​ຫາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ. “ແລະ​ຄວາມ​ຈິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະແຈ້ງວ່າ ການ​ຮຸກ​ຮານ​ພຽງ​ອັນ​ດຽວ​ທີ່​ພວກ​ເຮົາ​ເຫັນ​ຢູ່​ໃນ​ເວ​ລານີ້ທີ່​ຊາຍ​ແດນ​ຣັດເຊຍ​ຕິດ​ກັບ​ຢູ​ເຄ​ຣນ ກໍ​ແມ່ນ​ການ​ເສີມ​ກຳ​ລັງ​ທະ​ຫານໂດຍ​ຣັດ​ເຊຍແລະ​ການ​ໃຊ້ສຳ​ນວນ​ຄຳ​ເວົ້າ​ແບບ​ເກາະ​ຜິດ​ໂດຍ​ຜູ້​ນຳ​ຣັດ​ເຊຍ.”

ທ່ານ​ນາງ​ເຈັນ ຊາ​ກິ ກ່າວ​ວ່າ ສະ​ຫະ​ລັດ​ຈະ​ພົບ​ປະ​ໃນ​ລະ​ດັບ​ສູງ​ກັບ​ລັດ​ຖະ​ບານຣັດ​ເຊຍ ​ໃນ​ຕົ້ນ​ເດືອນ​ມັງ​ກອນ ແຕ່​ທ່ານ​ນາງ ​ກໍ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ຫຍັງ​ຫຼາຍ​ກ່ຽວກັບ​ວ່າ​ການ​ເຈ​ລະ​ຈາ ຈະ​ມີ​ຂຶ້ນ​ໃນ​ເວ​ລາ​ໃດ ມັນ​ຈະ​ມີ​ຂຶ້ນ​ຢູ່​ໃສ ແລະ​ຜູ້​ໃດ​ຈະມີ​ສ່ວນ​ພົວ​ພັນ. ເຈົ້າ​ໜ້າ​ທີ່​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດບໍ່​ໄດ້​ໃຫ້​ຄຳ​ຕອບ​ຢ່າງ​ເປັນການ​ເປີດ​ເຜີຍ​ໃດໆ ຕໍ່​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ມົ​ສ​ກູ ແລະ​ກໍ​ຮວມ​ທັງ​ການ​ປະຕິ​ເສດ​ຂອງ​ອົງ​ການ​ເນ​ໂຕ້ ໃນ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂ​ອງ​ຢູ​ເຄ​ຣນ ແລະ​ກຸ່ມ​ພັນທະ​ມິດ ​ໄດ້​ຫຼຸດການ​ສົ່ງ​ກຳ​ລັງ​ຂອງ​ຕົນ ​ເຂົ້າ​ປະ​ຈຳ​ການ ​ຢູ່​ໃນ​ພາກ​ກາງ​ ແລະ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ໂຣບ.

​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ລັດ​ຖະ​ບານ​ທ່ານ​ນຶ່ງ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ພະ​ຫັດວານນີ້​ວ່າ “ແນວ​ໃດ​ກໍ​ຕາມ ຣັດ​ເຊຍ​ໄດ້​ເລືອກ​ທີ່​ຈະ​ຈັດ​ການ​ກັບ​ເລື້ອງ​ຕ່າງໆແຕ່ພວກ​ເຮົາ​ບໍ່​ມີ​ແຜນ​ການ​ທີ່​ຈະ​ເຈ​ລະ​ຈາ​ແບບ​ໃຫ້​ຄົນ​ຮູ້. ມັນ​ບໍ່​ໄດ້​ເຮັດ​ໃຫ້​ພວກ​ເຮົາຄິດ​ວ່າ ເປັນ​ເລື້ອງ​ທີ່​ສ້າງ​ສັນ ຫຼື​ເປັນ​ວິ​ທີ​ທາງ​ເພື່ອ​ສ້າງ​ຄວາມ​ກ້າວ​ໜ້າ​ໃນ​ການ​ເຈ​ລະ​ຈາ​ທາງ​ດ້ານ​ການ​ທູດ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ. ພວກ​ເຮົາ​ຈະ​ບໍ່​ຕອບຕໍ່​ທຸກ​ຂໍ້​ສະ​ເໜີ ຫຼືໃຫ້​ຄວາມ​ເຫັນທີ່​ໄດ້​ໃຫ້​ໄປ ຮວມ​ທັງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG