ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ ໜ່ວຍປະຕິບັດການ ໄວຣັສໂຄໂຣນາ ຂອງທຳນຽບຂາວ ເວົ້າວ່າ ບໍ່ມີພວກເຮົາຄົນໃດຂີ້ຕົວະ


ດຣ. ແອນໂທນີ ຟາວຈີ, ຜູ້ອຳນວຍການຂອງສະຖາບັນໂຣກພູມແພ້ ແລະ ໂຣກຕິດຕໍ່ແຫ່ງຊາດ, ກຽມຕົວໃຫ້ປາກຄຳໃນການໃຫ້ການຕໍ່ຄະນະກຳມະການ ສາທາລະນະສຸກ ສະພາສູງ, ການສຶກສາ, ແຮງງານ, ແລະ ບຳນານ ຢູ່ຫໍລັດຖະສະພາ ແຄັບປິຕອລ ຮິລ.
ດຣ. ແອນໂທນີ ຟາວຈີ, ຜູ້ອຳນວຍການຂອງສະຖາບັນໂຣກພູມແພ້ ແລະ ໂຣກຕິດຕໍ່ແຫ່ງຊາດ, ກຽມຕົວໃຫ້ປາກຄຳໃນການໃຫ້ການຕໍ່ຄະນະກຳມະການ ສາທາລະນະສຸກ ສະພາສູງ, ການສຶກສາ, ແຮງງານ, ແລະ ບຳນານ ຢູ່ຫໍລັດຖະສະພາ ແຄັບປິຕອລ ຮິລ.

ສະມາຊິກຄົນສຳຄັນຄົນນຶ່ງ ຂອງໜ່ວຍປະຕິບັດການໄວຣັສໂຄໂຣນາ ທຳນຽບຂາວ ໃນວັນອັງຄານວານນີ້ ໄດ້ປະຕິເສດຂໍ້ສະເໜີຂອງປະທານາທິບໍດີ ດໍໂນລ ທຣຳ ທີ່ວ່າບັນດາແພດໝໍຂອງລັດຖະ ບານ ແມ່ນກຳລັງຂີ້ຕົວະ ກ່ຽວກັບ ຄວາມຮ້າຍແຮງຂອງໄວຣັສຕໍ່ສາທາລະນະ ອາເມຣິກັນ.

ທ່ານ ທຣຳ ໄດ້ຂຽນຂໍ້ຄວາມຂອງອະດີດຜູ້ຈັດລາຍການໂທລະພາບ ທ່ານ ຈັກ ວູເລຣີ ໃນທວິດເຕີຄືນອີກ ຜູ້ທີ່ໄດ້ອ້າງໂດຍບໍ່ມີຫຼັກຖານວ່າ “ທຸກຄົນແມ່ນກຳລັງຂີ້ຕົວະ” ໃນທັງສູນກາງເພື່ອການຄວບ ຄຸມ ແລະ ປ້ອງກັນໂຣກ ແລະ “ບັນດາແພດໝໍຂອງພວກເຮົາ, ທີ່ພວກເຮົາສ່ວນຫຼາຍ ແຕ່ບໍ່ແມ່ນທຸກຄົນໄດ້ຖືກບອກໃຫ້ເຊື່ອຖື.”

ແຕ່ທ່ານ ເບຣັດ ຈີຣວາ, ພົນເຮືອເອກສີ່ດາວ ໃນໜ່ວຍທະຫານເຄື່ອງແບບບໍລິການດ້ານສາທາລະ ນະສຸກ ສະຫະະລັດ, ເຊິ່ງແມ່ນນຶ່ງໃນແພດຫຼາຍຄົນຜູ້ທີ່ໄດ້ເປັນໜ້າຕາໃນການຕອບຮັບຕໍ່ໂຣກລະ ບາດໃນ ສະຫະລັດ ຂອງລັດຖະບານນັ້ນ, ໄດ້ກ່າວຕໍ່ລາຍການ Today ຂອງໂທລະພາບ NBC ວ່າ “ພວກເຮົາອາດເຮັດຜິດພາດເປັນບາງຄັ້ງບາງຄາວ ອີງຕາມຂໍ້ມູນທີ່ພວກເຮົາມີ, ແຕ່ບໍ່ມີພວກເຮົາຄົນໃດທີ່ຂີ່ຕົວະ. ພວກເຮົາມີຄວາມໂປ່ງໃສຢ່າງສິ້ນເຊີງກັບປະຊາຊົນ ອາເມຣິກັນ. ບໍ່ມີພວກເຮົາຄົນໃດທີ່ຖືກຕ້ອງ​ 100 ເປີເຊັນ. ບໍ່ມີພວກເຮົາຄົນໃດທີ່ຖືກຕ້ອງຕະຫຼອດເວລາ ແລະ ພວກເຮົາກໍຂໍຍອມຮັບ.”

ທ່ານ ທຣຳ ທີ່ກຳລັງປະເຊີນກັບການແຂ່ງຂັນເລືອກຕັ້ງຄືນທີ່ລຳບາກ ໃນເດືອນພະຈິກນີ້ ກັບອະ ດີດຮອງປະທານາທິບໍດີ ໂຈ ໄບເດັນ ນັ້ນ, ເປັນເວລາຫຼາຍເດືອນມາແລ້ວ ທ່ານບໍ່ໄດ້ໃຫ້ຄວາມສຳ ຄັນກັບຜົນກະທົບຂອງໄວຣັສ ແລະ ຫຼ້າສຸດນີ້ໄດ້ອ້າງວ່າ ຜົນກະທົບຂອງການເພີ່ມຂຶ້ນມາໃໝ່ໃນຕົວເລກຂອງກໍລະນີໃນ ສະຫະລັດ ນັ້ນແມ່ນ 99 ເປີເຊັນ “ບໍ່ເປັນອັນຕະລາຍຢ່າງສິ້ນເຊີງ.”

ທ່ານ ທຣຳ ໄດ້ຕິດຕໍ່ກັບ ດຣ. ແອນໂທນີ ຟາວຈີ ພຽງໜ້ອຍດຽວໃນສອງສາມອາທິດທີ່ຜ່ານມາ, ເຊິ່ງທ່ານແມ່ນຜູ້ຊ່ຽວຊານລະດັບສູງຂອງລັດຖະບານ ກ່ຽວກັບ ໂຣກຕິດຕໍ່, ແລະ ທ່ານ ທຣຳ ໄດ້ກ່າວວ່າ ໃນຂະນະທີ່ທ່ານມັກລາວໂດຍສ່ວນຕົວນັ້ນ, ດຣ. ຟາວຈີ “ໄດ້ທຳຄວາມຜິດພາດຢ່າງຫຼວງຫຼາຍ.”

ທ່ານ ຈີຣວາ ໄດ້ວາດພາບທີ່ແຕກຕ່າງໃນຕົວເລກທີ່ເພິ້ມຂຶ້ນຂອງກໍລະນີໄວຣັສໂຄໂຣນາໃໝ່, ເຊິ່ງບາງຄັ້ງແມ່ນຫຼາຍກວ່າ 60,000 ກໍລະນີໃນແຕ່ລະມື້ໃນປັດຈຸບັນນີ້. ບັນດາຜູ້ປົກຄອງລັດທີ່ໄດ້ເປີດຄືນເສດຖະກິດຂອງເຂົາເຈົ້າຕອນນີ້ ໄດ້ສັ່ງໃຫ້ປິດຮ້ານກິນດື່ມ ແລະ ສະຖານທີ່ສາທາລະນະອື່ນໆອີກ ເພື່ອພະຍາຍາມທີ່ຈະຫຼຸດຜ່ອນການແຜ່ລາມຂອງໄວຣັສ. ເຄິ່ງນຶ່ງຂອງກໍລະນີໃໝ່ແມ່ນຢູ່ໃນສີ່ລັດໄດ້ແກ່ລັດ ຟລໍຣິດາ, ເທັກຊັສ, ອາຣິໂຊນາ ແລະ ຄາລິຟໍເນຍ.

ທ່ານ ຈີຣວາ ກ່າວວ່າ “ພວກເຮົາແມ່ນມີຄວາມເປັນຫ່ວງຫຼາຍ ກ່ຽວກັບ ການລະບາດນີ້.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG