ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໕ ກັນຍາ ໒໐໒໓

ທຳ​ນຽບ​ຂາວ​ ກ່າວ​ວ່າ ສະ​ຫະ​ລັດ​ຈະ​ຮັບ​ເອົາ​ ອົບ​ພະ​ຍົບ​ ຢູ​ເຄ​ຣນ ນຶ່ງ​ແສນ​ຄົນ


ອົບພະຍົບພັກຜ່ອນຢູ່ສະຖານີລົດໄຟໃຕ້ດິນ ຫຼັງຈາກໄດ້ຫຼົບໜີອອກຈາກ ຢູເຄຣນ, ນະຄອນຫຼວງ ເບີລິນ, ປະເທດ ເຢຍຣະມັນ. 14 ມີນາ, 2022.

ທຳນຽບຂາວໄດ້ປະກາດແຜນການຂອງ ສະຫະລັດ ໃນວັນພະຫັດວານນີ້ສຳລັບການຕ້ອນຮັບເອົາຊາວ ຢູເຄຣນ ຫຼາຍເຖິງ 100,000 ຄົນ ແລະ ຄົນອື່ນໆທີ່ຫຼົບໜີຈາກການບຸກລຸກປະເທດໃນ ຢູໂຣບ ຕາເວັນອອກດັ່ງ​ກ່າວໂດຍ ຣັດເຊຍ.

ໃນຖະແຫຼງການສະບັບນຶ່ງຢູ່ເວັບໄຊ້ຂອງເຂົາເຈົ້ານັ້ນ, ທຳນຽບຂາວໄດ້ກ່າວວ່າແຜນການດັ່ງກ່າວແມ່ນສ່ວນນຶ່ງຂອງກົດໝາຍການຊ່ວຍເຫຼືອດ້ານມະນຸດສະທຳທີ່ມີມູນຄ່າ 1 ຕື້ໂດລາ ເພື່ອຊ່ວຍ ເຫຼືອຜູ້ທີ່ຖືກກະທົບໂດຍ “ສົງຄາມຂອງ ຣັດເຊຍ ໃນ ຢູເຄຣນ.”

ທຳນຽບຂາວ ໄດ້ກ່າວວ່າໃນຂະນະທີ່ເຂົາເຈົ້າຄາດວ່າຊາວ ຢູເຄຣນ ສ່ວນໃຫຍ່ຈະເລືອກຢູ່ໃນ ຢູໂຣບ ໃກ້ຊິດກັບຄອບຄົວ ແລະ ບ້ານເຮືອນຂອງເຂົາເຈົ້ານັ້ນ, ອົບພະຍົບດັ່ງກ່າວຈະຖືກຕ້ອນຮັບຜ່ານໂຄງການຮັບເອົາອົບພະຍົບ ສະຫະລັດ ແລະ ທາງຜ່ານທີ່ຖືກຕ້ອງການກົດໝາຍອື່ນໆຕາມປົກກະຕິ. ຖະແຫຼງການນັ້ນເວົ້າວ່າ ເຂົາເຈົ້າຍັງພະຍາຍາມທີ່ຈະຂະຫຍາຍ ແລະ ພັດທະນາໂຄງ ການທີ່ເພັ່ງເລັງໃສ່ຊາວ ຢູເຄຣນ ຜູ້ທີ່ມີສະມາຊິກຄອບຄົວໃນ ສະຫະລັດ.

ບັນດາຜູ້ສະໜັບສະໜູນອົບພະຍົບ ໄດ້ສະແດງຄວາມຍິນດີກັບການປະກາດດັ່ງ ກ່າວ ແຕ່ໄດ້ມີຄວາມສົງໄສໃນຄວາມສາມາດຂອງລັດຖະບານທີ່ຈະດຳເນີນການເຄື່ອນຍ້າຍອົບພະຍົບໄວກວ່າລະດັບຂອງເຂົາເຈົ້າໃນປັດຈຸບັນ.

ທ່ານ ຊູນິລ ວາກີສ, ຜູ້ອຳນວຍການນະໂຍບາຍຢູ່ໂຄງການຊ່ວຍເຫຼືອອົບພະຍົບສາກົນ (IRIP) ກ່າວວ່າ ໃນຖະແຫຼງການນັ້ນລັດຖະບານທ່ານ ໄບເດັນ ແມ່ນໄດ້ເຮັດຖືກຕ້ອງທີ່ຈະຕອບສະໜອງຕໍ່ວິກິດການໃນ ຢູເຄຣນ ດ້ວຍ “ຄວາມເຫັນອົກເຫັນໃຈ” ແລະ “ການກະທຳທີ່ກ້າຫານ,” ແລະ ບັນດາຜູ້ສະໜັບສະໜູນຈະລໍຖ້າຂໍ້ມູນເພີ່ມເຕີມ ກ່ຽວກັບ ໂຄງການດັ່ງກ່າວ.

ທ່ານໄດ້ຂຽນວ່າ “ແຕ່ບໍ່ເປັນຈັ່ງໂຊກ, ການຕັ້ງຖິ່ນຖານໃໝ່ຂອງອົບພະຍົບຍັງສືບຕໍ່ຢູ່ໃນລະດັບທີ່ຊ້າຫຼາຍ, ແລະ ການລົງທຶນຢ່າງຫຼວງຫຼາຍ ແລະ ການປັບ ປຸງໃໝ່ແມ່ນມີຄວາມຕ້ອງການ ເພື່ອຮັບປະກັນວ່າຈຸດປະສົງຂອງລັດຖະບານທ່ານ ໄບເດັນ ຈະສາມາດເຮັດໃຫ້ກາຍເປັນຈິງ. ພວກເຮົາຫວັງວ່າຈະໄດ້ຮັບລາຍລະອຽດເພີ່ມເຕີມ ກ່ຽວກັບ ໂຄງການນັ້ນເພື່ອປົກປ້ອງຊາວ ຢູເຄຣນ ທີ່ມີຄວາມສ່ຽງ ແລະ ສະໜັບສະໜູນໃຫ້ລັດຖະບານອອກແຜນການທີ່ຈະແຈ້ງເພື່ອບັນລຸຄຳສັນຍາຂອງເຂົາເຈົ້າທີ່ຈະສ້າງໂຄງການຮັບເອົາອົບພະຍົບໂດຍລວມ.”

ໂຄງການຮັບເອົາອົບພະຍົບຂອງ ສະຫະລັດ ໄດ້ຖືກຕັດລົງຢ່າງຫຼວງຫຼາຍພາຍໃຕ້ລັດຖະບານທີ່ຜ່ານມາຂອງທ່ານ ທຣຳ, ເຮັດໃຫ້ມີແຫຼ່ງຊັບພະຍາກອນ ພຽງ ໜ້ອຍດຽວຢູ່ພາຍໃນລັດຖະບານ ແລະ ບັນດາອົງການຕັ້ງຖິ່ນຖານໃໝ່ ເພື່ອຮັບມືກັບການເພີ່ມຂຶ້ນຢ່າງຫຼວງຫຼາຍຂອງໃບຄຳຮ້ອງອົບພະຍົບ ແລະການເດີນທາງ ມາຮອດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG