ຫຼັງຈາກມີລາຍງານວ່າ ປະທານາທິບໍດີດໍໂນລ ທຣຳ ໄດ້ພິຈາລະນາທີ່ຈະອອກດຳລັດ
ຝ່າຍບໍລິຫານ ເພື່ອຖອນສະຫະລັດ ອອກຈາກ ຂໍ້ຕົກລົງການແລກປ່ຽນການຄ້າເສລີ
ໃນອາເມຣິກາເໜືອຫຼື NAFTA ທຳນຽບຂາວໄດ້ກ່າວໃນວັນພຸດວານນີ້ວ່າ ທ່ານທຣຳ
ໄດ້ຕັດສິນໃຈທີ່ຈະບໍ່ເອົາບາດກ້າວດັ່ງກ່າວຫຼັງຈາກໄດ້ໂອລົມສົນທະນາທາງໂທລະສັບ
ກັບບັນດາຜູ້ນຳປະເທດການາດາ ແລະ Mexico ແລ້ວ.
ນັບຕັ້ງແຕ່ ໄດ້ເລີ້ມການໂຄສະນາຫາສຽງເປັນປະທານາທິບໍດີ ທ່ານ ທຣຳ ໄດ້ຕຳນິຕິຕຽນ
ຂໍ້ຕົກລົງການຄ້າຂອງສະຫະລັດ ໂດຍສະເພາະຂໍ້ຕົກລົງ NAFTA ໂດຍກ່າວວ່າ ຂໍ້ຕົກລົງ
ທີ່ເຊັນກັນ ໃນປີ 1994 ນັ້ນ ແມ່ນ “ໄພຫາຍຍະນະ” ແລະອະນຸຍາດໃຫ້ມີ ການຍ້າຍວຽກ
ທັງຫຼາຍຂອງສະຫະລັດ ໄປຍັງ Mexico.
ທຳນຽບຂາວໄດ້ກ່າວວ່າ “ປະທານາທິບໍດີ ທຣຳ ໄດ້ຕົກລົງທີ່ຈະບໍ່ຖອນອອກຈາກ
NAFTA ໃນຂະນະນີ້ ແລະບັນດາຜູ້ນຳທັງຫຼາຍ ໄດ້ຕົກລົງທີ່ຈະດຳເນີນຂັ້ນຕອນໃນ
ທັນທີ ອິງຕາມລະບຽບການພາຍໃນ ເພື່ອຊຸກຍູ້ໃຫ້ມີການເຈລະຈາກັນຄືນໃໝ່ກ່ຽວກັບ
ຂໍ້ຕົກລົງ NAFTA ເພື່ອຜົນປະໂຫຍດຂອງທັງສາມປະເທດນັ້ນ.”
ລາຍງານຍັງໄດ້ກ່າວເພີ່ມຕື່ມວ່າ ທ່ານ ທຣຳ ແມ່ນຖືເປັນກຽດທີ່ຈະໄດ້ເຮັດວຽກຮ່ວມກັບນາຍົກລັດຖະມົນຕີການາດາ ທ່ານ Justin Trudeau ແລະປະທານາທິບໍດີ Mexico
ທ່ານ Enrique Pena Nieto ແລະທ່ານ ກໍເຊື່ອວ່າ ຂັ້ນຕອນການເຈລະຈາຄືນໃໝ່
ຈະເຮັດໃຫ້ປະເທດທັງສາມ ເຂັ້ມແຂງຕື່ມຂຶ້ນ.
ຖະແຫຼງການຂອງລັດຖະບານ Mexico ສະບັບນຶ່ງ ໄດ້ຢືນຢັນກ່ຽວກັບການໂອ້ລົມ
ສົນທະນາທາງໂທລະສັບລະຫວ່າງ ທ່ານ ທຣຳ ກັບທ່ານ Pena Nieto ໂດຍກ່າວວ່າ
ຜູ້ນຳທັງສອງ ໄດ້ຕົກລົງກັນ ອີງຕາມຄວາມສະດວກ ໃນການບຳລຸງ ຂໍ້ຕົກລົງ NAFTA
ແລະຈະປະສານງານກັບການາດາເພື່ອໃຫ້ມີການເຈລະຈາກັນແບບສຳເລັດຜົນ
ທີ່ຈະເປັນຜົນປະໂຫຍດໃຫ້ທັງສາມປະເທດ.
ເຊົ້າວັນພຸດວານນີ້ ໂຄສົກຂອງກະຊວງການຕ່າງປະເທດການາດາ ໄດ້ກ່າວວ່າ
“ການາດາແມ່ນພ້ອມແລ້ວ ທີ່ຈະເຂົ້າຮ່ວມການເຈລະຈາ ໄດ້ທຸກເມື່ອ.”
ທ່ານທຣຳ ໄດ້ເເນເປົ້າໝາຍໃສ່ການາດາໃນສັບປະດານີ້ ໃນອັນທີ່ທ່ານເອີ້ນວ່າ
ເປັນການແລກປ່ຽນທາງການຄ້າທີ່ບໍ່ເປັນທຳ ແລະສັ່ງໃຫ້ເພີ່ມພາສີ 20 ເປີເຊັນ
ຕໍ່ການສົ່ງອອກໄມ້ຂອງການາດາ.