ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທຳນຽບຂາວ: ສະຫະລັດ ຈະບໍ່ຄວບຄຸມ ໂຣກລະບາດ


ປະທານາທິບໍດີ ດໍໂນລ ທຣຳ ເດີນທາງອອກຈາກທຳນຽບຂາວ ເພື່ອໄປໂຄສະນາຫາສຽງ ໃນລັດ ນິວ ແຮມເຊີ. ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 25 ຕຸລາ, 2020.
ປະທານາທິບໍດີ ດໍໂນລ ທຣຳ ເດີນທາງອອກຈາກທຳນຽບຂາວ ເພື່ອໄປໂຄສະນາຫາສຽງ ໃນລັດ ນິວ ແຮມເຊີ. ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 25 ຕຸລາ, 2020.

ໃນຂະນະທີ່ກໍລະນີໄວຣັສໂຄໂຣນາກຳລັງເພີ່ມຂຶ້ນອີກຄັ້ງນຶ່ງໃນ ສະຫະລັດ, ຫົວໜ້າທີ່ປຶກສາທຳ ນຽບຂາວ ທ່ານ ມາກ ເມໂດສ ໄດ້ປະກາດໃນວັນອາທິດວານນີ້ວ່າ ປະເທດແມ່ນ “ບໍ່ສາມາດທີ່ຈະຄວບຄຸມໂຣກລະບາດໄດ້.”

ແຕ່ທ່ານ ເມໂດສ ໄດ້ກ່າວຕໍ່ໂທລະພາບ CNN ວ່າ, ພວກເຮົາຈະຄວບຄຸມເລື່ອງທີ່ວ່າ ພວກເຮົາຈະໄດ້ຢາວັກຊີນ, ການບຳບັດຮັກສາ ແລະ ຂົງເຂດການຫຼຸດຜ່ອນອື່ນໆ.”

ໃນການສຳພາດທີ່ໂຕ້ແຍ້ງກັນໄປມາກັບຜູ້ປະກາດຂ່າວໂທລະພາບ ທ່ານ ເຈກ ແທັບເປີ ນັ້ນ, ທ່ານ ເມໂດສ ໄດ້ປ້ອງກັນການຮັບມືກັບໂຣກລະບາດໃນ ສະຫະລັດ ຂອງປະທານາທິບໍດີ ດໍໂນລ ທຣຳ ກ່ອນການພະຍາຍາມເລືອກຕັ້ງເພື່ອເຂົ້າຮັບຕຳແໜ່ງສະໄໝທີສອງຂອງທ່ານ ທຣຳ ກັບຜູ້ທ້າຊິງຈາກພັກເດໂມ ແຄຣັດ ທ່ານ ໂຈ ໄບເດັນ ໃນວັນທີ 3 ພະຈິກນີ້.

ທ່ານ ເມໂດສ ໄດ້ອ້າງວ່າ “ຈຸດທີ່ພວກເຮົາຢູ່ໃນມື້ນີ້, ແມ່ນດີຂຶ້ນກວ່າແຕ່ກ່ອນຫຼາຍ. ທ່ານປະທານາ ທິບໍດີໄດ້ເຮັດມັນໝົດທຸກຢ່າງ, ໃນຂະນະທີ່ທ່ານໄດ້ໂຕ້ແຍ້ງວ່າທ່ານ ໄບເດັນ ຈະ “ປິດພື້ນທີ່ຂອງໝົດທຸກຄົນ.”

ທ່ານ ໄບເດັນ, ທີ່ນຳໜ້າທ່ານ ທຣຳ ໃນການຢັ່ງຫາງສຽງແຫ່ງຊາດ ແລະ ລັດຕໍ່ລັດເປັນສ່ວນໃຫຍ່ ໃນລັດທີ່ເປັນສະໜາມແຂ່ງຂັນທີ່ສຳຄັນນັ້ນ, ໄດ້ໂຈມຕີການຮັບມືກັບໄວຣັສໂຄໂຣນາຂອງທ່ານ ທຣຳ ໃນທັນທີ, ໂດຍເວົ້າວ່າລາວໄດ້ພິສູດຕົນເອງໃຫ້ເຫັນແລ້ວວ່າ ລາວບໍ່ສາມາດທີ່ຈະຄວບຄຸມການລະບາດໄດ້.

ທ່ານ ໄບເດັນ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ, “ນີ້ບໍ່ໄດ້ແມ່ນການຫຼົງເວົ້າອອກມາຂອງທ່ານ ເມໂດສ. ມັນແມ່ນການຍອມຮັບຢ່າງຈິງໃຈ ກ່ຽວກັບ ແຜນຍຸດທະສາດຂອງປະທານາທິບໍດີ ທຣຳ ທີ່ເຫັນໄດ້ຢ່າງຊັດເຈນຕັ້ງແຕ່ຕອນເລີ່ມຕົ້ນຂອງວິກິດການນີ້, ເພື່ອຍົກທຸງຂາວຍອມແພ້ ແລະ ຫວັງວ່າດ້ວຍການບໍ່ຫົວຊາຕໍ່ມັນ ໄວຣັສດັ່ງກ່າວກໍຈະຫາຍໄປຢ່າງງ່າຍດາຍ. ແຕ່ມັນບໍ່ໄດ້ຫາຍໄປ ແລະ ມັນກໍຈະບໍ່ຫາຍໄປ.”

ທ່ານ ໄບດັນ ໄດ້ກ່າວຕື່ມວ່າ “ມັນກາຍເວລາມາດົນແລ້ວສຳລັບປະທານາທິບໍດີ ທຣຳ ແລະ ລັດຖະ ບານຂອງລາວທີ່ຈະຟັງບັນດານັກວິທະຍາສາດ, ຈັດຕັ້ງປະຕິບັດ ແລະ ໃນທີ່ສຸດເອົາຈິງເອົາຈັງກັບໄພຂົ່ມຂູ່ຂອງໄວຣັສທີ່ໄດ້ເອົາຊີວິດຂອງປະຊາຊົນຫຼາຍພັນຄົນໄປໃນແຕ່ລະອາທິດ, ປິດໂຮງຮຽນ ແລະ ບັງຄັບໃຫ້ປະຊາຊົນ ອາເມຣິກັນ ຫຼາຍລ້ານຄົນອອກຈາກວຽກ.”

ສະຫະລັດ ຕອນນີ້ໄດ້ບັນທຶກການເສຍຊີວິດທັງໝົດທີ່ນຳໜ້າໝູ່ໃນໂລກເກືອບ 225,000 ຄົນ ແລະ ຕິດເຊື້ອເກືອບ ແປດລ້ານຫົກແສນຄົນ, ອີງຕາມມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌. ສິ່ງທີ່ໜ້າເປັນຫ່ວງທີ່ສຸດ ກໍແມ່ນການເພີ່ມຂຶ້ນຢ່າງວ່ອງໄວໃນຕົວເລກຂອງກໍລະນີໃໝ່, ຂຶ້ນເຖິງ 32 ເປີ ເຊັນເຖິງຫຼາຍກວ່າ 68,000 ກໍລະນີຕໍ່ມື້ໃນອາທິດທີ່ຜ່ານມາ ແລະ ເກືອບ 84,000 ກໍລະນີໃນວັນ ເສົາແລ້ວນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG