ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຈົ້າໜ້າທີ່ ຂັ້ນສູງຂອງທຳນຽບຂາວ ວ່າ ອັດຕາຫວ່າງງານ ຈະສູງຂຶ້ນເຖິງ 25 ເປີເຊັນ ທ່າມກາງ ການລະບາດຂອງ ໂຄວິດ-19


ພວກຕັ່ງທີ່ເປົ່າຫວ່າງ ຕັ້ງລຽນຢູ່ນອກຮ້ານອາຫານແຫ່ງນຶ່ງ ໃນເຂດເມືອງ ຈໍທາວ ຂອງນະຄອນວໍຊິງຕັນ, ວັນທີ 29 ເມສາ 2020.
ພວກຕັ່ງທີ່ເປົ່າຫວ່າງ ຕັ້ງລຽນຢູ່ນອກຮ້ານອາຫານແຫ່ງນຶ່ງ ໃນເຂດເມືອງ ຈໍທາວ ຂອງນະຄອນວໍຊິງຕັນ, ວັນທີ 29 ເມສາ 2020.

ອັດຕາການຫວ່າງງານຂອງສະຫະລັດທີ່ເປັນທາງການ ເຊື່ອມໂຍງກັບໂຣກລະ ບາດ ໄດ້ສູງຂຶ້ນຢູ່ທີ່ລະດັບ 14.7 ເປີເຊັນ ແຕ່ບັນດາເຈົ້າໜ້າທີ່ຂັ້ນສູງຂອງທຳ ນຽບຂາວ ໄດ້ກ່າວໃນວັນອາທິດວານນີ້ວ່າ ພວກເພິ່ນຄາດໝາຍ ມັນອາດຈະສູງຂຶ້ນເຖິງ 25 ເປີເຊັນ ກ່ອນໜ້າທີ່ເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກ ຈະເລີ້ມດີຂຶ້ນ.

“ຈໍານວນຕົວເລກທີ່ລາຍງານມານັ້ນ ອາດເປັນໄປໄດ້ວ່າ ເສດຖະກິດຈະຮ້າຍແຮງກວ່ານີ້” ກ່ອນທີ່ມັນຈະດີຂຶ້ນໃນອີກເຄິ່ງປີນີ້ ແລະໄປເຖິງປີ 2021 ອີງຕາມລັດຖະມົນຕີກະຊວງການເງິນ ທ່ານສະຕີເວັນ ມານູຈິນ ທີ່ໄດ້ກ່າວຕໍ່ລາຍການຂ່າວໂທລະພາບ “Fox News Sunday.”

ທ່ານໄດ້ກ່າວວ່າ ອັດຕາຄົນຫວ່າງງານ ອາດສູງເຖິງ 25 ເປີເຊັນ ໃນຂະນະທີ່ ທີ່ປຶກສາດ້ານເສດຖະກິດຂອງທຳນຽບຂາວ ທ່ານແຄວິນ ແຮສເສັຕ ໄດ້ກ່າວຕໍ່ລາຍການຂ່າວໂທລະພາບ CBS “Face the Nation” ວ່າ ທ່ານຄາດໝາຍອັດຕາຄົນຫວ່າງງານ ຈະ “ຫຼາຍກວ່າຄາດໝາຍ” ໂດຍຈະມີຄົນງານອີກຫຼາຍລ້ານທີ່ຖືກປົດອອກວຽກ ແລ້ວພາກັນໄປເຂົ້າແຖວເພື່ອຂໍເງິນຫວ່າງງານໃນເດືອນພຶດສະພາແລະມິຖຸນາ.

ການປະກາດອັດຕາຫວ່າງງານ 14.7 ເປີເຊັນ ໃນວັນສຸກຜ່ານມາ ແມ່ນຮ້າຍແຮງສຸດໃນສະຫະລັດ ນັບຕັ້ງແຕ່ພາວະເສດຖະກິດຕົກຕ່ຳຢ່າງໃຫຍ່ ໃນຊຸມປີ 1930 ແຕ່ທ່ານມານູຈິນ ໄດ້ກ່າວວ່າ ມັນ “ບໍ່ເປັນຄວາມຜິດຂອງພວກຄົນງານຫຼືທຸລະກິດຂອງຊາວອາເມຣິກັນ.”

ທ່ານເວົ້າວ່າ “ພວກເຮົາໄດ້ປິດເສດຖະກິດລົງ” ໂດຍເຮັດໃຫ້ມີການປົດຄົນງານຢ່າງຫຼວງຫຼາຍ ໃນພາກສ່ວນບໍລິການ ສາຍການບິນ ແລະທຸລະກິດຮ້ານອາ ຫານຕ່າງໆເປັນຕົ້ນ ຕິດຕາມດ້ວຍການສູນເສຍວຽກງານໃນສຳນັກງານຕ່າງໆຕື່ມອີກ ໃນຂະນະທີ່ໂຣກລະບາດກະທົບໄປທົ່ວຂົງເຂດຂະໜາດໃຫຍ່ ຂອງສະຫະລັດ.

ທ່ານມານູຈິນ ກ່າວອີກວ່າ “ພວກເຮົາເຂົ້າໃຈດີເຖິງຜົນກະທົບອັນນີ້. ມັນຈະເປັນສິ່ງທີ່ບໍ່ດີແທ້ໆເລີຍໃນໄຕມາດທີສອງ. ຕໍ່ຈາກນັ້ນ ຂ້າພະເຈົ້າຄຶດວ່າ ພວກເຈົ້າຈະກັບຄືນມາຢ່າງຫ້າວຫັນ. ຂ້າພະເຈົ້າເຫັນວ່າ “ສະພາບການຈະດີຂຶ້ນ ຄືກັນກັບຄຳທີ່ວ່າ ຈອກນ້ຳເຕັມ ບໍ່ແມ່ນເຕັມເຄິ່ງນຶ່ງ.”

ເຖິງຢ່າງນັ້ນກໍຕາມ ສຳນັກງານງົບປະມານຂອງລັດຖະສະພາ ແມ່ນຄາດໝາຍວ່າ ອັດຕາການຫວ່າງງານໃນທ້າຍປີ 2021 ຈະຢູ່ທີ່ລະດັບ 9.5 ເປີເຊັນ ຊຶ່ງຫຼາຍກວ່າສອງເທົ່າ ໃນອັດຕາລະດັບ 4.4 ເປີເຊັນ ກ່ອນໜ້າໂຣກລະບາດຂອງໄວຣັສໂຄໂຣນາ ໄດ້ແຜ່ກະຈາຍເຂົ້າມາໃນສະຫະລັດ ໃນເດືອນມີນາ.

ປະທານາທິບໍດີ ດໍໂນລ ທຣຳ ກຳລັງປະເຊີນກັບການແຂ່ງຂັນເລືອກຕັ້ງຄືນອີກ ໃນເດືອນພະຈິກ ກັບຄູ່ແຂ່ງ ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ນັ້ນ ໄດ້ຊຸກຍູ້ທ່ານໃຫ້ຟື້ນຟູເສດຖະກິດຂອງປະເທດຢ່າງໄວທີ່ສຸດເທົ່າທີ່ເປັນໄປໄດ້. ທ່ານທຣຳ ໄດ້ກ່າວໃນວັນສຸກຜ່ານມາວ່າ “ພວກເຮົາຈະຕ້ອງເປີດປະເທດຂອງພວກເຮົາ ແລະພວກເຮົາຈະຕ້ອງເປີດໃນໄວໆນີ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG