ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

່ທຳນຽບຂາວ ວ່າ ເສດຖະກິດຂອງສະຫະລັດ ກຳລັງ ຢູ່ໃນ ‘ຂັ້ນຕອນການຟື້ນຟູຕົວ’ 


ແມ່ຍິງຄົນນຶ່ງ ກຳາລັງເບິ່ງຂໍ້ມູນເອກະສານຍື່ນຂໍສະໝັກວຽກ ທີ່ຕິດຢູ່ໜ້າປະຕູສູນກາງ WorkNet ຂອງກົມຄວາມໝັ້ນຄົງດ້ານການຫາງາານ ຫຼື IDES (Illinois Department of Employment Security) ໃນເມືອງ Arlington Heights, ລັດອີລລີໂນຍ, ວັນທີ 9 ເມສາ 2020.
ແມ່ຍິງຄົນນຶ່ງ ກຳາລັງເບິ່ງຂໍ້ມູນເອກະສານຍື່ນຂໍສະໝັກວຽກ ທີ່ຕິດຢູ່ໜ້າປະຕູສູນກາງ WorkNet ຂອງກົມຄວາມໝັ້ນຄົງດ້ານການຫາງາານ ຫຼື IDES (Illinois Department of Employment Security) ໃນເມືອງ Arlington Heights, ລັດອີລລີໂນຍ, ວັນທີ 9 ເມສາ 2020.

ທີ່ປຶກສາດ້ານເສດຖະກິດຂອງທຳນຽມຂາວ ທ່ານລາຣີ ຄູດໂລ ໄດ້ກ່າວໃນວັນອາທິດວານນີ້ ວ່າ ເສດຖະກິດສະຫະລັດ ທີ່ໃຫຍ່ທີ່ສຸດຂອງໂລກ ແມ່ນ “ດຽວນີ້ ຢູ່ໃນຂັ້ນຕອນການຟື້ນຟູຕົວ” ຈາກສະພາບອ່ອນເພຍ ຍ້ອນໂລກລະບາດຂອງໄວຣັສໂຄໂຣນາ ທີ່ໄດ້ປິດທຸລະກິດຫຼາຍພັນແຫ່ງ ເຖິງແມ່ນວ່າ ໃນຂະນະທີ່ ພວກພະຍາກອນເສດຖະກິດ ກ່າວວ່າ ຕົວເລກຂອງການຫວ່າງງານ ຈະຍັງຄົງສູງຢູ່ກໍຕາມ ສຳລັບຫຼາຍເດືອນມາແລ້ວ.

ທ່ານຄູດໂລ ໄດ້ກ່າວຕໍ່ ອົງການຂ່າວ CNN ວ່າ “ຂ້າພະເຈົ້າຄຶດວ່າ ພວກເຮົາກຳລັງກັບຄືນມາ. ປີ 2021 ແມ່ນຈະເປັນປີທີ່ດີແນ່ນອນ ແທ້ໆ.”

ທ່ານໄດ້ຊີ້ແຈງວ່າ ເງິນ 600 ໂດລາຕໍ່ອາທິດ ເປັນເງິນຊົດເຊີຍຕໍ່ການຫວ່າງງານທີ່ລັດຖະບານກາງໄດ້ຈ່າຍໃຫ້ແກ່ພວກຄົນງານທີ່ຕົກວຽກ ຫຼາຍກວ່າ 40 ລ້ານຄົນ ນອກເໜືອຈາກສະຫວັດດີການສຳລັບພວກບໍ່ມີວຽກເຮັດຂອງລັດ ແມ່ນເປັນໄປໄດ້ສູງທີ່ຈະສິ້ນສຸດຕາມກຳນົດເວລາ ໃນທ້າຍເດືອນກໍລະກິດນີ້.

ທ່ານໄດ້ກ່າວອີກວ່າ “ພວກເຮົາກຳລັງຈ່າຍເງິນ ໃຫ້ພວກຄົນບໍ່ໄປເຮັດວຽກ ມັນຫຼາຍກວ່າ ເງິນເດືອນຂອງພວກເຂົາເຈົ້າ” ໃນບາງກໍລະນີ. ທ່ານໄດ້ກ່າວວ່າ ການສົ່ງເສີມແບບນີ້ ສຳລັບພວກຄົນງານທີ່ຫວ່າງງານ ອາດເຂົ້າທ່າດີໃນຂັ້ນຕົ້ນຂອງຜົນກະທົບຂອງໄວຣັສໂຄໂຣນາຕໍ່ການປິດທຸາລະກິດທັງຫຼາຍນັ້ນ ແຕ່ບໍ່ເຂົ້າ ທ່າກັບການຟື້ນຕົວຂອງເສດຖະກິດ.

ເຖິງຢ່າງໃດກໍຕາມ ທ່ານໄດ້ກ່າວວ່າ ຄະນະລັດຖະບານທ່ານທຣຳ ແມ່ນມີວິໄສທັດ “ຈະໃຫ້ບຳເນັດພິເສດບາງຢ່າງເພື່ອກັບຄືນໄປເຮັດວຽກ” ສຳລັບຈຳພວກຜູ້ທີ່ໄດ້ຖືກປົດອອກ ຫາກແຕ່ວ່າ ກໍບໍ່ເທົ່າກັບການຊົດເຊີຍຄ່າຫວ່າງງານໃນແຕ່ລະທິດຂອງລັດຖະບານກາງ ທີ່ໄດ້ຈ່າຍໄປແລ້ວເປັນເວລາ 2 ເດືອນເຄິ່ງ. ບັນດາສະມາຊິກສະພາບາງສ່ວນ ໄດ້ສະເໜີແນະໃຫ້ເງິນເສີມຄັ້ງດຽວຈຳນວນ 1,200 ໂດລາ ທີ່ອາດຈ່າຍໃຫ້ພວກຄົນງານທີ່ກັບຄືນໄປ.

ທ່ານຄູດໂລ ໄດ້ກ່າວວ່າ “ພວກເຮົາຢາກໃຫ້ພວກຄົນກັບຄືນໄປເຮັດວຽກ ຂ້າພະ ເຈົ້າຄຶດວ່າ ພວກຄົນຢາກກັບຄືນໄປເຮັດວຽກ. ພວກເຮົາບໍ່ຢາກຈະແຊກແຊງອັນນັ້ນ.”

ທ່ານໄດ້ກ່າວວ່າ ສະຫວັດດີການຊົດເຊີຍດ້ານການຫວ່າງງານຂອງລັດ ອາດຈະບໍ່ສິ້ນສຸດ ຫາກແຕ່ວ່າ ສະຫວັດດີການທັງຫຼາຍ ໂດຍປົກກະຕິແລ້ວ ພຽງເປັນຈຳນວນປະມານຕ່ຳກວ່າເຄິ່ງນຶ່ງຂອງສິ່ງທີ່ພວກຄົນງານຖືກຈ່າຍໃຫ້ ແລະມັນຈະແຕກຕ່າງກັນໄປພາຍໃນ 50 ລັດຂອງສະຫະລັດ.

ເຖິງແມ່ນວ່າ ການປະເມີນຜົນທີ່ມີຊີວິດຊີວາຂອງທ່ານຄູດໂລ ຕໍ່ເສດຖະກິດຂອງສະຫະລັດ ກໍຕາມ ທ່ານໄດ້ກ່າວວ່າ ຕົວເລກຂອງການຕິດແປດ ແລະການເສຍຊີວິດຍ້ອນໄວຣັສໂຄໂຣນາ ກໍຍັງມີຢູ່ຕໍ່ເນື່ອງໃນສະະຫລັດນັ້ນ “ແມ່ນໜ້າເປັນຫ່ວງ” ໃນການກີດກັນຕໍ່ການຟື້ນຕົວຂອງເສດຖະກິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG