ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານທຣຳ ຈະຕ້ອງໄດ້ເລືອກເອົາ ອົງການ ສືບລັບ ສະຫະລັດ ຫຼື ຣັດເຊຍ


ຊາຍຄົນນຶ່ງ ຍ່າງຜ່ານ ເຄື່ອງໝາຍ ຂອງອົງການສືບລັບ CIA ໃນຫ້ອງໂຖງ ຂອງສຳນັກງານໃຫຍ່ ອົງການ CIA ຢູ່ທີ່ເຂດ Langley ລັດ Virginia.
ຊາຍຄົນນຶ່ງ ຍ່າງຜ່ານ ເຄື່ອງໝາຍ ຂອງອົງການສືບລັບ CIA ໃນຫ້ອງໂຖງ ຂອງສຳນັກງານໃຫຍ່ ອົງການ CIA ຢູ່ທີ່ເຂດ Langley ລັດ Virginia.

ໂຄສົກທຳນຽບຂາວ ກ່າວວ່າ ຄະນະລັດຖະບານ ຂອງປະທານາທິບໍດີທີ່ໄດ້ຮັບ
ເລືອກໃໝ່ ທ່ານດໍໂນລ ທຣຳ ຈະຕ້ອງໄດ້ເລືອກວ່າ ຈະເຫັນດີນຳ ປະຊາຄົມສືບລັບ ຂອງສະຫະລັດ ຫຼື ເຂົ້າຂ້າງ ຣັດເຊຍ ແລະ ກຸ່ມ WikiLeaks.

ທ່ານ Josh Earnest ໄດ້ຕອບ ຄຳຖາມນຶ່ງ ກ່ຽວກັບ ການກ່າວຫາຂອງປະທານາ
ທິບໍດີ ຣັດເຊຍ ທ່ານ Vladimir Putin ທີ່ວ່າ ລັດຖະບານຂອງປະທານາທິບໍດີ ບາຣັກ ໂອບາມາ ພະຍາຍາມຈະທຳລາຍພາບພົດຂອງທ່ານທຣຳ ດ້ວຍການເຜີຍແຜ່ຂໍ້ມູນ ທີ່ຜິດໆ.

ທ່ານປູຕິນ ໄດ້ກ່າວວ່າ ການເປີດເຜີຍ ເອກະສານທີ່ມີຂໍ້ກ່າວຫາອັນເສຍຫາຍ ​ໂດຍ
​ທີ່​ຍັງ​ບໍ່​ທັນ​ມີ​ການ​ພິສູດ ຕໍ່ທ່ານທຣຳ ເມື່ອສັບປະດາແລ້ວນີ້ ແມ່ນເປັນສ່ວນນຶ່ງ ຂອງ ຄວາມພະຍາຍາມ ທີ່ຈະ “ບ່ອນທຳລາຍ ຕໍ່ຄວາມຖືກຕ້ອງຊອບ​ທຳ ຂອງປະທານາ
ທິບໍດີ ທີ່ຖືກເລືອກໃໝ່”
ເຖິງແມ່ນວ່າ ທ່ານທຣຳ ໄດ້ຊະນະການເລືອກຕັ້ງ ປະທານາ ທິບໍດີ ຢ່າງ “ຂາດລອຍ” ກໍຕາມ.

ທ່ານປູຕິນ ໄດ້ອະທິບາຍວ່າ ຂໍ້ກ່າວຫາໃນເອກະສານດັ່ງກ່າວ ທີ່ວ່າ ທ່ານທຣຳ ໄດ້
ພົວ ພັນໃນກິດຈະກຳທາງເພດຕ່າງໆ ຢູ່ທີ່ໂຮງແຮມໃນນະຄອນຫຼວງ ມົສກູ ເມື່ອປີ
2013 ນັ້ນ ແມ່ນເປັນເລື່ອງ “ປອມ”. ທ່ານປູຕິນ ອະທິບາຍຕື່ມວ່າ ພວກທີ່ຮັບຜິດ
ຊອບ ​ໃນຂໍ້ກ່າວຫາເຫຼົ່ານັ້ນ ແມ່ນ “ຂີ້ຮ້າຍກວ່າພວກໂສເພນີ” ແລະ ທ່ານໄດ້ຕັ້ງ
ຄຳຖາມວ່າ ເປັນຫຍັງ ທ່ານທຣຳ ຈະ “ຕ້ອງການພວກໂສ ເພນີ” ໃນເມື່ອທ່ານມີ “ພວກແມ່ຍິງທີ່ງາມທີ່ສຸດໃນໂລກ” ຢູ່ແລ້ວ.

ບັນດາອົງການສືບລັບ ສະຫະລັດ ໄດ້ເປີດເຜີຍ ລາຍງານສະບັບນຶ່ງ ທີ່ສະຫລຸບວ່າ ຣັດເຊຍ ພາຍໃຕ້ຄຳສັ່ງຂອງທ່ານປູຕິນ ໄດ້ດຳ​ເນີນງານເພື່ອບ່ອນ​ທຳລາຍ ການເລືອກ
ຕັ້ງ ປະທານາທິບໍດີ ສະຫະລັດ ແລະ ໄດ້ສະແຫວງຫາທາງຊ່ອຍໃຫ້ ທ່ານທຣຳ ຊະນະ.

ທ່ານ Earnest ໄດ້ກ່າວປົກປ້ອງການ​ປະຕິບັດງານຂອງປະຊາຄົມສືບລັບ ຢູ່ທີ່ ກອງປະຊຸມຖະແຫລງຂ່າວ ຂອງທຳນຽບຂາວເມື່ອວັນອັງຄານວານນີ້ ໂດຍກ່າວວ່າ ນີ້ບໍ່ແມ່ນເທື່ອທຳອິດ ທີ່ອົງການເຫຼົ່ານີ້ ມີ “ເລື່ອງລາວບາງສ່ວນ ອັນອຶດອັດ ທີ່ຈະ
ຕ້ອງ ເອີ່ຍເຖິງກ່ຽວກັບຣັດເຊຍ.”

ທ່ານ Earnest ເວົ້າວ່າ “ເລື່ອງລາວປະເພດຕ່າງໆ ຂອງສິ່ງທີ່ຂ້າພະເຈົ້າ ໝັ້ນໃຈ
ວ່າ ພວກຊາວຣັດເຊຍ ບໍ່ຢາກຈະໄດ້ຍິນ. ແຕ່ໃນທີ່ສຸດ ແລະ ນີ້ແມ່ນບາງສິ່ງ ທີ່
ຄະນະລັດຖະບານຊຸດຕໍ່ໄປ ຈະຕ້ອງໄດ້ຕັດສິນໃຈ--ມັນມີການແບ່ງແຍກກັນຫຼາຍ
ໃນຂະນະນີ້.”

ທ່ານທຣຳ ໄດ້ຖິ້ມໂທດ​ໃສ່ປະຊາຄົມສືບລັບ ວ່າ ​ເປັນ​ຜູ້​ທີ່​ເຮັດ​ໃຫ້ຂໍ້ມູນທີ່ບໍ່ໄດ້ຮັບ ການຢັ້ງຢືນນັ້ນ ຮົ່ວ​ໄຫລ ເຊິ່ງຍັງໄດ້ເຊື່ອມໂຍງທ່ານທຣຳ ​ໃ​ສ່ລັດຖະບານ ຣັດເຊຍ
ແລະ ໄດ້ຕັ້ງຄຳຖາມວ່າ ຜູ້ອຳນວຍການຂອງອົງການສືບລັບ ທ່ານ John Brennan ແມ່ນເປັນຜູ້ຮັບຜິດຊອບ ຫຼືບໍ່.

​ໃນຂໍ້ຄວາມທີ່ຂຽນລົງ Twitter ເມື່ອສັບປະດາແລ້ວນີ້ ປະທານາທິບໍດີທີ່ຖືກເລືອກໃໝ່ ໄດ້ປຽບທຽບປະຊາຄົມສືບລັບ ​ໃສ່​ພວກນາຊີ ເຢຍຣະມັນ.

ຂໍ້ຄວາມຂອງທ່ານທຣຳ ທີ່ຂຽນລົງທາງ Twitter

ອ່ານຂ່າວນີ້ຕື່ມ ເປັນພາສາລາວ

XS
SM
MD
LG