ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Bannon ກ່າວວ່າ ຈະບໍ່ມີການແກ້ໄຂ ທາງທະຫານ ຢູ່ ເກົາຫຼີເໜືອ


ທ່ານ Stephen Bannon ຫົວໜ້າດ້ານຍຸດ​ທະ​ສາດ​ຂອງ​ທໍານຽບຂາວ ລໍຖ້າທ່ານດໍໂນລ ທຣໍາ ປະທານາທິບໍດີ​ສະຫະລັດ ຖະແຫລງການກ່ຽວກັບ ບົດບາດຂອງສະຫະລັດ ໃນສົນທິສັນຍາ ປາຣີ ວ່າດ້ວຍການປ່ຽນແປງ ຂອງດິນຟ້າອາກາດ ໃນວັນທີ 1 ມິຖຸນາ, 2017 ທີ່ສວນກຸຫລາບຂອງທໍານຽບຂາວ.
ທ່ານ Stephen Bannon ຫົວໜ້າດ້ານຍຸດ​ທະ​ສາດ​ຂອງ​ທໍານຽບຂາວ ລໍຖ້າທ່ານດໍໂນລ ທຣໍາ ປະທານາທິບໍດີ​ສະຫະລັດ ຖະແຫລງການກ່ຽວກັບ ບົດບາດຂອງສະຫະລັດ ໃນສົນທິສັນຍາ ປາຣີ ວ່າດ້ວຍການປ່ຽນແປງ ຂອງດິນຟ້າອາກາດ ໃນວັນທີ 1 ມິຖຸນາ, 2017 ທີ່ສວນກຸຫລາບຂອງທໍານຽບຂາວ.

ທ່ານ Stephen Bannon ຫົວໜ້າດ້ານຍຸດ​ທະ​ສາດ​ຂອງ​ປະທານາທິບໍດີ​ສະຫະລັດ,
ທ່ານ ດໍ​ໂນ​ລ ທຣໍາ, ​ເວົ້າວ່າ ບໍ່ມີ​ການ​ແກ້​ໄຂ​ບັນຫາ​ດ້ວຍ​ວິທີ​ການ​ໃຊ້​ກໍາລັງ​ທະຫານ
​ເພື່ອເຮັດ​ໃຫ້ ການ​ນາບ​ຂູ່​ຈາກ​ການພັດທະນາ​ອາວຸດ​ນີວເຄລຍຂອງ​ເກົາຫລີ​ເໜືອ
ສິ້ນສຸດ​ລົງ ​ເຖິງ​ແມ່ນ​ວ່າທ່ານ​ທຣໍາ ຈະສັນຍາ​ວ່າ ຈະ​ຕອບ​ໂຕ້​ຄືນຕໍ່​ການ​ໂຈມ​ຕີ​ຂອງ​
ພຽງຢາງ​ດ້ວຍ “​ໄຟ ແລະ​ຄວາມ​ໂກດ​ແຄ້ນທີ່​ສຸດ​ແບບ​ໂລກ​ຍັງ​ບໍ່​ເຄີຍ​ເຫັນ​ຈັກ​ເທື່ອ” ກໍ​ຕາມ.

ທ່ານ​ທຣໍາ ​ໄດ້​ທໍາ​ການ​ຂູ່​ຄືນຕໍ່ການ​ນາບ​ຂູ່ທີ່​ນັບ​ມື້ ນັບ​ຫາ​ທາງ​ເກາະ​ຜິດ​ໃນ​ຊຸມ​ອາທິດໝໍ່ໆ
ມານີ້ຂອງເກົາຫລີ​ເໜືອ ພາຍຫລັງທີ່​ປະ​ເທດ​ຄອມ​ມີ​ວນິສທີ່ຢູ່ໂດດດ່ຽວ​ດັ່ງກ່າວ ​ໄດ້​ຍິງ
​ທົດ​ລອງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ສອງ​ຄັ້ງ ໃນ​ເດືອນ​ແລ້ວນີ້ ​ແລະ​ການ​ທີ່​ປະ​ເທດດັ່ງ​ກ່າວ
​ອ້າງວ່າ ຕົນ​ສາມ​າດທີ່​ຈະທໍາ​ການ​ໂຈມ​ຕີ​ແຜ່ນດິນ​ໃຫຍ່​ຂອງ​ສະຫະລັດ​ໄດ້ນັ້ນ.

​ແຕ່​ວ່າ ໃນ​ການໃຫ້ສໍາພາດ​ຕໍ່ວາລະສານ The American Prospect ​ໃນ​ອາທິດ​ນີ້
ທ່ານ Bannon ​ໄດ້​ຫລຸດຜ່ອນ​ໂອກາດທີ່​ຈະ​ມີ​ສົງຄາມ​ລະຫວ່າງ​ສອງ​ປະ​ເທດ​ເກີດ​ຂຶ້ນ ລົງໜ້ອຍທີ່​ສຸດ.

ທ່ານ​ກ່າວ​ວ່າ "ບໍ່ມີ​ການ​ແກ້​ໄຂ​ບັນຫາ​ດ້ວຍ​ວິທີ​ການ​ໃຊ້​ກໍາລັງ​ທະຫານ​ອີກ​ແລ້ວ, ໃຫ້​ເຊົາ
​ຄິດ​ສະ. ມັນ​ຈະ​ມີ​ສົງຄາມ​ເກີດ​ຂຶ້ນ ກໍ​ຕໍ່​ເມື່ອມີ​ຜູ້ໃດຜູ້​ນຶ່ງ​ ສາມາດ​ສະ​ແດງໃຫ້​ເຫັນ ​ຢູ່​ໃນ​
ຂ້າງ​ນຶ່ງ​ຂອງ​ສົມມະ​ການວ່າ ການ​ເຮັດ​ສົງຄາມ​ຈະ​ບໍ່​ເຮັດ​ໃຫ້​ຄົນ 10 ລ້ານ​ຄົນ​ຢູ່​ໃນ​ນະ
ຄອນໂຊ​ລ​ເສຍ​ຊີວິດ​ພາຍ​ໃນ 30 ນາທີ ຍ້ອນອາວຸດ​ທໍາ​ມະ​ດາ​ແລ້ວ ຂ້ອຍ​ກໍ​ບໍ່ຮູ້​ວ່າ ທ່ານ​
ເວົ້າ​ເຖິງ​ຫຍັງ​ກັນ​ແທ້, ສະນັ້ນບໍ່ມີ​ການ​ແກ້​ໄຂ​ບັນຫາ​ດ້ວຍ​ວິທີ​ການ​ໃຊ້​ກໍາລັງ​ທະຫານຢູ່ໜີ້,
ພວກ​ເຂົາ​ກໍ​ຮູ້​ແລ້ວ."

ທ່ານ Bannon ຍັງ​ເວົ້າອີກ​ວ່າ ຈຸດ​ເພັ່ງ​ເລັງ​ໃຫຍ່​ທີ່​ສຸດ ກໍ​ຄື​ເຮັດ​ແນວ​ໃດ​ໃຫ້​ສະຫະລັດ
ຊຶ່ງ​ເປັນ​ປະ​ເທດ​ທີ່​ມີ​ເສດຖະກິດ​ທີ່​ໃ​ຫຍ່ທີ່​ສຸດ​ຂອງ​ໂລກ​ຢູ່​ແລ້ວນັ້ນ ຊະນະ​ສົງຄາມ​ການ
​ຄ້າ​ກັບຈີນ ຊຶ່ງ​ເປັນ​ປະ​ເທດ​ທີ່​ມີ​ເສດຖະກິດ​ ໃ​ຫຍ່​ເປັນອັນ​ດັບ​ສອງຂອງ​ໂລກນັ້ນ.

ທ່ານ​ກ່າວ​ດັ່ງນີ້ "ສໍາລັບ​ຂ້າພະ​ເຈົ້າ​ແລ້ວ, ສົງຄາມ​ທາງເສດຖະກິດ​ກັບ​ຈີນ ​ແມ່ນ​ໝົດທຸກ​
ສິ່ງ​ທຸກ​ຢ່າງ. ແລະ​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ສຸມ​ໃສ່​ສົງຄາມ​ນັ້ນຢ່າງ​ສຸດ​ກໍາລັງ​ເລີຍ. ຖ້າ​ຫາກ​ວ່າ
ພວກ​ເຮົາ​ຍັງ​ສືບຕໍ່​ເສຍ​ໄຊ​ໄປ​ອີກ ພວກ​ເຮົາ​ກໍ​ຍັງ​ອີກ​ຫ້າ​ປີ, ຂ້າພະ​ເຈົ້າຄິດ​ວ່າ ສູງ​ສຸດ​ກໍ​ຍັງ
​ອີກ 10 ປີ ​ກໍ​ຈະ​ໄປ​ເຖິງ​ຈຸດ​ຕໍ່າສຸດ​ຂອງໂງ​ຕົວ​ຄືນມາ​ໄດ້ ຊຶ່ງວ່າ​ຈະ​ເຮັດ​ໃຫ້​ພວກ​ເຮົາບໍ່ສາ
ມາດ​ຟື້ນ​ໂຕ​ໄດ້​ເລີຍ.”

ທ່ານ​ກ່າວ​ຢໍ້າອີກ​ວ່າ "ພວກ​ເຮົາ​ກໍ​ລັງ​ທໍາ​ສົງຄາມ​ການ​ຄ້າ​ກັບ​ຈີນ. ສົງຄາມ​ນີ້​ແມ່ນ​ກ່າວ
​ຢູ່​ໃນເອກະສານ​ທຸກ​ອັນ​ຂອງພວກເຂົາ. ພວກ​ເຂົາບໍ່​ມີ​ຄວາມ​ຫວັ່ນ​ເກງໃດໆ ທີ່​ຈະ​ເວົ້າ
ອອກ​ມາ​ວ່າ ພວກ​ເຂົາ​ກໍາລັງ​ເຮັດ​ສົງຄາມ​ກັບ​ເຮົາ. ໃນ​ອີກ 25 ຫລື 30 ປີ​ຂ້າງໜ້າ ນຶ່ງ
​ໃນ​ສອງ​ປະ​ເທດ​ນີ້ ຈະ​ເປັນ​ປະ​ເທດ​ມະຫາ​ອໍານາດທີ່​ຄອບ​ງໍາ​ໂລກ ​ແລະ​ມັນ​ກໍ​ຈະແມ່ນ
​ພວກ​ເຂົາ ທີ່​ຈະເປັນ​ມະຫາ​ອໍານາດ ຖ້າ​ຫາກ​ພວ​ກ​ເຮົາ​ຍັງ​ສືບຕໍ່ລົງ​ໄປ​ໃນ​ແລວ​ທາງອັນ​ນີ້.
ສ່ວນ​ເກົາຫລີນັ້ນພວກ​ເຂົາ​ກໍ​ພຽງ​ແຕ່ຕ່ອຍ​ຕີ​ເຮົາ​ໄປ​ພ້ອມໆກັນ. ມັນ​ເປັນ​ພຽງການສະ​
ແດງ​ຍ່ອຍ​ຢູ່​ຂ້າງໆຂອງເວທີ."

ທ່ານ​ທໍາ​ໄດ້ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ປະທານ​ປະ​ເທດ ສີ ຈິ້ນ​ຜິ​ງຂອງ​ຈີນ ​ໃນຂະນະ​ທີ່
ສະຫະລັດ​ພະຍາຍາມທີ່​ຈະ​ສະກັດ​ກັ້ນ ທ່ານ ກິມຈົງ​ອຸນ ຜູ້ນໍາ​ເກົາຫລີ​ເໜືອ ບໍ່​ໃຫ້​ຫັນ​ເອົາ
​ປະ​ເທດ​ຂອງ​ຕົນ ກາຍ​ເປັນມະຫາ​ອຳນາດ​ນິວ​ເຄລຍປະ​ເທດ​ທີ​ເກົ້າຂອງ​ໂລກຢ່າງ​ເຕັມ
​ປ່ຽມ. ​ແຕ່​ໃນ​ຂະນະ​ດຽວກັນນັ້ນ ທ່ານ​ທຣໍາມີ​ຄວາມ​ລໍາ​ຄານ​ໃຈ ທີ່​ເຫັນ​ວ່າ​ສະຫະລັດ​ມີ
​ການຂາດດູນ​ການ​ຄ້າ​ກັບ​ປັກ​ກິ່ງ ​ແບບ​ຊໍາ​ເຮື້ອ ຊຶ່ງ​ໃນ​ປີ​ກາຍ​ນີ້​ ແມ່ນ​ຂາ​ດດູ​ນຢູ່ 347 ຕື້
​ໂດ​ລາ ​ແລະ​ການ​ຂາດດູນ​ທີ່ສະ​ສົມ​ມາ​ໃນ​ປີນີ້ກໍ​ຢູ່​ໃນ​ຈັງຫວະ​ດຽວກັນ. ​ໃນ​ອາທິດ​ນີ້ ທ່ານ​
ທຣໍາ ​ໄດ້​ສັ່ງ​ໃຫ້ທ່ານ Robert Lighthizer ຫົວໜ້າ ຜູ້​ຕາງໜ້າທາງ​ການ​ຄ້າສະຫະລັດ
ສອບ​ສວນ​ເບິ່ງ​ວ່າ ຈີນ​ໄດ້​ລັກລອບ​ຊັບ​ສິນ​ທາງ​ປັນຍາ​ຂອງ​ສະຫະລັດ​ຫລັດຫລືບໍ່ ​ເຖິງ
​ແມ່ນຈີນ​ຈະ​ບອກ​ວ່າ ໃນ​ທີ່​ສຸດທັງ​ສອງ​ປະ​ເທດກໍ​ຈະ​ກາຍ​ເປັນ​ຜູ້​ເສຍ​ຫາຍ​ ຖ້າ​ຫາກ​ມີ​
ການເຮັດ​ສົງຄາມ​ທາງ​ການ​ຄ້າ​ໃດໆ ກໍ​ຕາມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG