ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ອ້າງວ່າ ການເປີດເຜີຍ ທາງ ໂທລະພາບ ການເສຍພາສີ ຂອງ ປ. ທຣຳ ແມ່ນຜິດກົດໝາຍ


ຈາກຊ້າຍ ໂຄສົກ ລາຍການ ໂທລະພາບ MSNBC ນາງ Rachel Maddow ແລະ ປະທານາທິບໍດີ ທ່ານດໍໂນລ ທຣຳ.
ຈາກຊ້າຍ ໂຄສົກ ລາຍການ ໂທລະພາບ MSNBC ນາງ Rachel Maddow ແລະ ປະທານາທິບໍດີ ທ່ານດໍໂນລ ທຣຳ.

ທຳນຽບຂາວ ໄດ້ອອກຖະແຫລງການສະບັບນຶ່ງ ທີ່ກ່າວວ່າ ປະທານາທິບໍດີ ດໍໂນລ ທຣຳ
ມີລາຍໄດ້ ຫຼາຍກວ່າ 150 ລ້ານໂດລາ ໃນປີ 2005 ຊຶ່ງໃນຈຳນວນນັ້ນ ທ່ານໄດ້ຈ່າຍ
ພາສີລາຍໄດ້ໄປແລ້ວ 38 ລ້ານໂດລາ ແລະ ໄດ້ ໂຕ້ຕອບລາຍງານຂອງໂທລະພາບ
ທີ່ໄດ້ເຜີຍແບ ການ​ເສຍພາສີລາຍໄດ້ທີ່ເປັນທາງການຂອງທ່ານ ນັ້ນວ່າ ເປັນການກະທຳ
ທີ່ຜິດກົດໝາຍ.

ຖະແຫລງການເມື່ອຕອນແລງວັນອັງຄານວານນີ້ ໄດ້ຖືກນຳອອກ​ເຜີຍແຜ່ ກ່ອນການ​
ອອກລາຍງານ ຂອງໂທລະພາບ MSNBC. ນາງ Rachel Maddow ໂຄສົກຂອງ ຕາໜ່າງຂ່າວນັ້ນ ໄດ້ເປີດເຜີຍ​ໃນອັນທີ່ນາງກ່າວວ່າ ເປັນຟອມສອງໜ້າ ເອກກະສານ
​ເສຍພາສີ ປີ 2005 ຂອງທ່ານທຣຳ ແລະ ໃຫ້ຄວາມເຊື່ອຖືແກ່ ທ່ານ David Cay
Johnson ຜູ້ທີ່ໄດ້ຮັບລາງວັນ Pullitzer ສາຂານັກຂຽນເລື່ອງປະຈຳໜັງສືພິມ ແລະ
ນັກວິເຄາະດ້ານພາສີ ວ່າເປັນແຫລ່ງຂອງຂໍ້ມູນດັ່ງກ່າວ.

ທ່ານ Johnson ໄດ້ບອກ ນາງ Maddow ວ່າ ທ່ານໄດ້ພົບຟອມສອງໜ້າ ຢູ່ໃນຕູ້
ໄປສະນີຂອງທ່ານ. ທ່ານໄດ້ກ່າວວ່າ ທ່ານບໍ່ຮູ້ວ່າຜູ້ໃດສົ່ງມາໃຫ້ ຫຼື ​ເປັນຍ້ອນຫຍັງ.

ນາງ Maddow ໄດ້ກ່າວວ່າ ນາງໄດ້ສົ່ງເອກກະສານສຳເນົາຂອງຟອມນັ້ນ ໄປໃຫ້
ທຳນຽບຂາວ ເພື່ອຂໍຄຳເຫັນ. ຄະນະລັດຖະບານທ່ານທຣຳ ໄດ້ອອກຖະແຫລງການ
ຢ່າງເປີດເຜີຍ ກ່ອນໜ້າ ລາຍການຂອງນາງ Maddow ຈະອອກອາກາດ ໃນແລງ
ວັນອັງຄານວານນີ້.

ໃນຖະແຫລງການລ່ວງໜ້າຂອງທຳນຽບຂາວນັ້ນ ທຳນຽບຂາວ ໄດ້ກ່າວວ່າ “ເຈົ້າຮູ້ດີ
ວ່າ ເຈົ້າຕ້ອງການຢາກໄດ້ຄວາມນິຍົມ ໃນເວລານັ້ນ ເຈົ້າກໍຈະລະເມີດຕໍ່ກົດໝາຍ
ເພື່ອນຳເອົາເລື່ອງກ່ຽວກັບຟອມສອງໜ້າ ຂອງການ​ເສຍພາສີລາຍໄດ້ ຈາກທົດ
ສະວັດນຶ່ງຜ່ານມາ ແລ້ວນັ້ນ ອອກມາສະເໜີ.”

ຖະແຫລງການ ຍັງໄດ້ກ່າວຕື່ມວ່າ “ກ່ອນໜ້າທີ່ຈະໄດ້ຖືກເລືອກໃຫ້ເປັນປະທານາ
ທິບໍດີ ທ່ານທຣຳ ເປັນນັກທຸລະກິດຄົນນຶ່ງ ທີ່ປະສົບຜົນສຳເລັດທີ່ສຸດ ໃນໂລກ.
ມັນເປັນການຜິດກົດໝາຍແທ້ໆເລີຍ ທີ່ລັກເອົາ ແລະ ພິມລົງເຜີຍແຜ່ ຟອມເອກ
ກະສານການ​ເສຍພາສີລາຍໄດ້. ສື່ມວນຊົນທີ່ບໍ່ສັດຊື່ ສາມາດສືບຕໍ່ເຮັດໃຫ້ພາກ
ສ່ວນນີ້ ເປັນເລື່ອງສ່ວນຕົວຂອງພວກເຂົາເຈົ້າ ໃນຂະນະດຽວກັນປະທານາທິບໍດີ
ກໍຈະສຸມໃສ່ເລື່ອງຂອງທ່ານ.”

ທ່ານທຣຳ ໄດ້ເນັ້ນຢ້ຳມາເປັນເວລາດົນນານ ວ່າ ມະຫາຊົນຊາວອາເມຣິກັນ ແມ່ນບໍ່
ສົນໃຈນຳການ​ເສຍພາສີຂອງທ່ານ ແລະ ໄດ້ກ່າວວ່າ ຈະສາມາດຮຽນຮູ້ໄດ້ໜ້ອຍດຽວ
ຈາກເອກກະສານພວກນັ້ນ. ແຕ່ການ​ເສຍພາສີອັນຄົບຖ້ວນຂອງທ່ານທຣຳ ຈະມີ ລາຍລະອຽດຕ່າງໆ ທີ່ສຳຄັນ ກ່ຽວກັບສິ່ງທັງຫຼາຍ ເຊັ່ນວ່າ ການບໍລິຈາກຂອງທ່ານ
ມີຈຳນວນຫຼາຍປານໃດ ທີ່ທ່ານໄດ້ໃຫ້ໃນແຕ່ລະປີ ແລະ ອັນໃດເປັນແຫລ່ງທັງຫຼາຍ
ຂອງລາຍໄດ້ຂອງທ່ານ.

ບັນຫາພາສີນີ້ ແມ່ນຈຸດໃຫຍ່ຂອງການໂຈມຕີ ຈາກຄະນະໂຄສະນາຫາສຽງ ຝ່າຍ
ກົງກັນຂ້າມຂອງທ່ານນາງ Hillary Clinton ຜູ້ທີ່ໄດ້ສະເໜີແນະວ່າ ທ່ານທຣຳ ມີ່
ບາງສິ່ງບາງຢ່າງ ທີ່ທ່ານຢາກຊຸກເຊື່ອງໄວ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG