ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທໍານຽບຂາວ 'ມີຄວາມກັງວົນ' ໃນຂໍ້ຕົກລົງລະຫວ່າງເອທີໂອເປຍ ແລະເຂດໂຊມາລີແລນ


ແຜນທີໂຊມາລີແລນ.
ແຜນທີໂຊມາລີແລນ.

ທຳນຽບຂາວ ມອງເຫັນຄວາມກັງວົນດ້ານຄວາມປອດໄພແຫ່ງຊາດໃນຂໍ້ຕົກລົງເມື່ອໄວໆມານີ້ ໃນການໃຫ້ສິດເຊົ່າ ຊາຍຝັ່ງທະເລແດງ ແກ່ເອທີໂອເປຍ ໂດຍ​ເຂດໂຊມາ​ລີ​ແລນ ທີ່ແຍກໂຕ​ອອກ​ຈາກໂຊມາເລຍ, ອີງຕາມການກ່າວຂອງເຈົ້າໜ້າທີ່ລັດຖະບານໃນວັນອັງຄານວານນີ້. ​ແຕ່​ບັນດາ​ນັກ​ຊ່ຽວຊານ​ໄດ້​ຕັ້ງ​ຄຳ​ຖາມ​ກ່ຽວ​ກັບ​ຄຳ​ໝັ້ນ​ສັນຍາ ​ແລະຄວາມ​ສາມາດ​ຂອງ​ວໍ​ຊິງ​ຕັນ ​ເພື່ອ​ສະກັດ​ກັ້ນ​ຄວາມ​ເຄັ່ງ​ຕຶງຢູ່​ໃນ​ຂົງ​ເຂດ​ທີ່​ປັ່ນ​ປ່ວນນີ້.

ທັງສອງ​ຝ່າຍ​ໄດ້​ລົງ​ນາມ​ ໃນ​ຂໍ້​ຕົກລົງ​ດັ່ງກ່າວ ​ເມື່ອ​ວັນ​ທີ 1 ມັງກອນ​ ຜ່ານມາ. ​ໃນ​ເວລາ​ນັ້ນ, ​ໂຄສົກ​ລັດຖະບານ​ຂອງເອທິ​ໂອ​ເປຍ ທ່ານເຣດວານ ຮຸສເຊນ (Redwan Hussien) ກ່າວ​ວ່າ ຂໍ້​ຕົກລົງ​ດັ່ງກ່າວ​ຍັງ “​ແຜ້ວ​ທາງ​ໄປສູ່​ການ​ເຂົ້າ​ເຖິງ​ ການ​ເຊົ່າຖານ​ທັບ​ ​ຢູ່ບໍລິເວນ​ທະ​ເລ​ແດງ” ອີກດ້ວຍ.

ທ່ານຈອນ ເຄີບີ, ຜູ້ອໍານວຍການຝ່າຍຍຸດທະສາດ​ໃນ​ການ​ສື່​ສານ​ຂອງ ສະພາຄວາມໝັ້ນຄົງແຫ່ງຊາດ, ກ່າວຕໍ່ VOA ວ່າ ວໍຊິງຕັນກໍາລັງດໍາເນີນງານກັບບັນດາພາຄີຢູ່ໃນພາກພື້ນ ລວມທັງສະຫະພາບອາຟຣິກາແລະອົງການລະຫວ່າງລັດຖະບານ 8 ປະເທດ ກ່ຽວກັບກຸ່ມການພັດທະນາທາງດ້ານການຄ້າ ເພື່ອຊຸກ ຍູ້ການຕໍ່ຕ້ານບົດບັນທຶກຄວາມເຂົ້າໃຈທີ່ບໍ່ມີການຜູກມັດ, ເຊິ່ງລັດຖະບານໂຊມາເລຍ ທີ່ມີສໍານັກງານໃຫຍ່ຢູ່ໃນນະຄອນຫຼວງໂມກາດິສຊູເຫັນວ່າ ຜິດກົດໝາຍ.

ທ່ານເຄີບີ ກ່າວວ່າ "ແນ່ນອນ ພວກເຮົາມີ​ຄວາມ​ກັງ​ວົນ​ໃຈ," ແລະກ່າວຕື່ມວ່າ "ດັ່ງທີ່ພວກເຮົາໄດ້ເວົ້າມາແລ້ວຫຼາຍໆຄັ້ງ, ພວກເຮົາສະຫນັບສະຫນຸນອະທິປະໄຕຂອງໂຊມາເລຍ, ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງພວກເຂົາເຈົ້າ, ແລະພວກເຂົາເຈົ້າຕ້ອງໄດ້ຮັບການເຄົາລົບ."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG