ທີ່ປຶກສາດ້ານເສດຖະກິດ ຂອງທຳນຽບຂາວ ທ່ານ ແລຣີ ຄຸດໂລ ໄດ້ກ່າວໃນວັນອາທິດ
ວານນີ້ວ່າ ການສືບຕໍ່ເຈລະຈາດ້ານການຄ້າ ສະຫະລັດ ກັບ ຈີນ “ແມ່ນສຳຄັນຫຼາຍ,”
ແຕ່ໄດ້ຮັບຮູ້ວ່າ ມັນບໍ່ມີຄວາມຄາດຫວັງໃນທັນທີ ສຳລັບຂໍ້ຕົກລົງລະຫວ່າງ ສອງປະ
ເທດທີ່ມີເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກນັ້ນ.
ທ່ານ ຄຸດໂລ ໄດ້ກ່າວໃນລາຍການສຳພາດຂອງໂທລະພາບ Fox News ໃນວັນອາ
ທິດວານນີ້ວ່າ “ການເຈລະຈາຈະດຳເນີນໄປເປັນເວລາໃດນຶ່ງ.”
ທ່ານກ່າວວ່າ ທັງສອງປະເທດໄດ້ບັນລຸຂໍ້ຕົກລົງ ຄັ້ງໃໝ່ 90 ເປີເຊັນໃນຕົ້ນເດືອນພຶດ
ສະພາທີ່ຜ່ານມາ, ກ່ອນການເຈລະຈາໄດ້ຫັກພັງລົງ ໃນສິ່ງທີ່ໄດ້ກາຍເປັນທາງຕັນດົນ
ເຖິງ 7 ອາທິດ. ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ປະທານປະເທດ
ຈີນ ທ່ານ ສີ ຈິ່ນຜິງ ໄດ້ຕົກລົງກັນໃນວັນເສົາທີ່ຜ່ານມາ ຢູ່ນອກກອງປະຊຸມສຸດຍອດ
ເສດຖະກິດຂອງກຸ່ມ 20 ປະເທດ ຫຼື G-20 ໃນປະເທດ ຍີ່ປຸ່ນ ເພື່ອເລີ່ມຄືນການເຈລະ
ຈາກັນ.
ແຕ່ທ່ານ ຄຸດໂລ ໄດ້ປະເມີນວ່າ “10 ເປີເຊັນສຸດທ້າຍອາດຈະຫຍຸ້ງຍາກທີ່ສຸດ” ດ້ວຍ
ບັນຫາທີ່ບໍ່ໄດ້ຮັບການແກ້ໄຂເຊັ່ນ ການໂຈມຕີທາງຄອມພິວເຕີ, ຈີນ ໄດ້ຮຽກຮ້ອງວ່າ
ບໍລິສັດຕ່າງໆຂອງ ສະຫະລັດ ຕ້ອງມອບກຳມະສິດເທັກໂນໂລຈີທີ່ເຂົາເຈົ້າໃຊ້, ລັດ
ຖະບານ ຈີນ ໃຫ້ການສະໜັບສະໜູນບໍລິສັດຕ່າງໆຂອງເຂົາເຈົ້າ ແລະ ການຂາຍອົງ
ປະກອບດ້ານເທັກໂນໂລຈີຂອງ ສະຫະລັດ ໃຫ້ບໍລິສັດຍັກໃຫຍ່ດ້ານເທັກໂນໂລຈີຫຼາຍ
ປະເທດ ຫົວເຫວີຍ ຂອງ ຈີນ.
ທ່ານ ທຣຳ ໄດ້ຕົກລົງໃນການປະຊຸມຂອງທ່ານກັບທ່ານ ສີ ເພື່ອອຳນວຍຄວາມສະ
ດວກ ການຂາຍອົງປະກອນທີ່ເຮັດໃນ ສະຫະລັດ ໃຫ້ບໍລິສັດ ຫົວເຫວີຍ, ເປັນການ
ປ່ຽນແປງນະໂຍບາຍ ທີ່ເພື່ອນຮ່ວມພັກ ຣີພັບບລີກັນ ຂອງທ່ານ ທຣຳ ໃນ ສະຫະລັດ
ບໍ່ເຫັນພ້ອມ ເພາະວ່າ ເຂົາເຈົ້າໂຕ້ແຍ້ງວ່າ ບໍລິສັດ ຫົວເຫວີຍ ສາມາດເອົາແຜ່ນໄມໂຄ
ຊິບ (Chip) ແອບຟັງຄວາມລັບຂອງ ຈີນ ໃສ່ໃນສິນຄ້າຜູ້ບໍລິໂພກຂອງເຂົາເຈົ້າ ທີ່ຂາຍ
ໃນຕ່າງປະເທດ. ສະມາຊິກສະພາສູງ ທ່ານ ມາໂກ ຣູບີໂອ ຈາກລັດ ຟລໍຣິດາ ໄດ້ເອີ້ນ
ມັນວ່າ “ຄວາມຜິດພາດຄັ້ງຫາຍະນະ.”
ທ່ານ ຄຸດໂລ ກ່າວວ່າ ທ່ານ ຮູ້ວ່າ “ມັນມີຄວາມເປັນຫ່ວງດ້ານຄວາມປອດໄພແຫ່ງຊາດ”
ກັບການຂາຍໃຫ້ບໍລິສັດ ຫົວເຫວີຍ. ພວກເຮົາຈະພິຈະລະນາເລື່ອງນີ້ຢ່າງລະມັດລະ
ວັງ.” ທ່ານ ຄຸດໂລ ໄດ້ກ່າວເພີ່ມເຕີມວ່າ ການອຳນວຍການຂາຍອົງປະກອບຕ່າງໆໃຫ້
ບໍລິສັດ ຫົວເຫວີຍ ຂອງທ່ານ ທຣຳ “ບໍ່ແມ່ນການໃຫ້ອະໄພຍະໂທດທີ່ມີທົ່ວໄປ.”
ທ່ານ ທຣຳ ໄດ້ກ່າວໃນທວິດເຕີຫຼາຍຄັ້ງວ່າ “ຂ້າພະເຈົ້າໄດ້ທຳການປະຊຸມທີ່ດີຫຼາຍ ກັບ
ປະທານປະເທດ ສີ ແຫ່ງ ຈີນ ມື້ວານນີ້, ເຊິ່ງດີກວ່າທີ່ຂ້າພະເຈົ້າຄາດໄວ້ຫຼາຍ. ຂ້າພະ
ເຈົ້າໄດ້ຕົກລົງທີ່ຈະບໍ່ຂຶ້ນພາສີທີ່ມີຢູ່ໃນປັດຈຸບັນ ທີ່ພວກເຮົາໄດ້ປັບໄໝ ຈີນ ໃນຂະນະ
ທີ່ພວກເຮົາສືບຕໍ່ເຈລະຈາຢູ່. ຈີນ ໄດ້ຕົກລົງໃນລະຫວ່າງການເຈລະຈາວ່າ, ເຂົາເຈົ້າ
ຈະເລີ່ມຊື້ຜະລິດຕະພັນກະສິກຳ ຈຳນວນຫຼາຍຈາກຊາວນາທີ່ຍິ່ງໃຫຍ່ຂອງພວກເຮົາ.
ຕາມການຂໍຮ້ອງຂອງບັນດາບໍລິສັດເທັກໂນໂລຈີລະດັບສູງຂອງພວກເຮົາ, ແລະ ປະ
ທານ ສີ ນັ້ນ, ຂ້າພະເຈົ້າໄດ້ຕົກລົງທີ່ຈະອະນຸຍາດໃຫ້ບໍລິສັດ ຫົວເຫວີຍ ຂອງ ຈີນ ຊື້
ຜະລິດຕະພັນຈາກເຂົາເຈົ້າ ເຊິ່ງຈະບໍ່ມີຜົນກະທົບຕໍ່ຄວາມປອດໄພແຫ່ງຊາດຂອງ
ພວກເຮົາ.”