ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຊີ້ນຳດ້ານການຄ້າ ທຳນຽບຂາວກ່າວວ່າ ບໍ່ມີປະເທດໃດ ໄດ້ຮັບການຍົກເວັ້ນຈາກການປັບພາສີໃໝ່


ມ້ວນເຫຼັກຢູ່ເທິງຕູ້ລົດໄຟ ໃນເວລາທີ່ມັນຖືກຂົນອອກຈາກໂຮງ
ງານເຫຼັກ thyssenkrupp ເມືອງ ດຸຍສບວກ, ເຢຍຣະມັນ. 2 ມີນາ, 2018.
ມ້ວນເຫຼັກຢູ່ເທິງຕູ້ລົດໄຟ ໃນເວລາທີ່ມັນຖືກຂົນອອກຈາກໂຮງ ງານເຫຼັກ thyssenkrupp ເມືອງ ດຸຍສບວກ, ເຢຍຣະມັນ. 2 ມີນາ, 2018.

ຜູ້ຊີ້ນຳດ້ານການຄ້າຂອງ ທຳນຽບຂາວ ທ່ານ ປີເຕີ ນາວາໂຣ "Peter Navarro" ໄດ້
ກ່າວໃນວັນອາທິດວານນີ້ວ່າ ປະທານາທິບໍດີ ດໍໂນລ ທຣຳ ບໍ່ໄດ້ມີແຜນທີ່ຈະຍົກເວັ້ນ
ປະເທດໃດໆ ຈາກການເພີ່ມພາສີນຳເຂົ້າຫຼັກ ແລະ ອາລູມີນຽມຈາກຕ່າງປະເທດ.

ທ່ານ ນາວາໂຣ ໄດ້ກ່າວຕໍ່ໂທລະພາບ CNN ວ່າ ລາຍລະອຽດຄັ້ງສຸດທ້າຍ ກ່ຽວກັບ
ພາສີ 25 ເປີເຊັນຕໍ່ການນຳເຂົ້າເຫຼັກ ແລະ ພາສີ 10 ເປີເຊັນຕໍ່ ອາລູມີນຽມ ທີ່ຄາດວ່າ
ຈະມີຂຶ້ນນັ້ນ ຄວນແລ້ວສຳເລັດໃນທ້າຍສັບປະດານີ້ ຫຼື ຕົ້ນສັບປະດາໜ້າເປັນຢ່າງຊ້າ.

ພາສີໃໝ່ຂອງທ່ານ ທຣຳ ສຳລັບເຫຼັກທີ່ສຳຄັນ ໄດ້ກໍ່ໃຫ້ເກີດການວິພາກວິຈານຢ່າງ
ກວ້າງຂວາງ ຈາກບັນດາສະມາຊິກສະພາພັກຣີພັບບລີກັນທີ່ເພັ່ງເລັງໃສ່ທຸລະກິດໃນ
ສະຫະລັດ, ພ້ອມກັບຄູ່ຮ່ວມການຄ້າທີ່ເປັນພັນທະມິດສຳຄັນເຊັ່ນ ການາດາ ແລະ
ສະຫະພາບ ຢູໂຣບ. ແຕ່ທ່ານ ນາວາໂຣ ໄດ້ກ່າວວ່າ ພາສີຕ່າງໆແມ່ນເປັນທີ່ຕ້ອງການ
ເພື່ອ “ປົກປ້ອງຄວາມໝັ້ນຄົງແຫ່ງຊາດ ແລະ ຄວາມໝັ້ນຄົງດ້ານເສດຖະກິດຂອງພວກ
ເຮົາ, ເຊິ່ງຖືກກຳນົດໄວ້ຢ່າງກວ້າງຂວາງ.”

ທ່ານບໍ່ໄດ້ເອົາຫົວຊາຕໍ່ຄວາມເປັນຫ່ວງຕ່າງໆ ຈາກບັນດາເຈົ້າໜ້າທີ່ກະຊວງປ້ອງກັນ
ປະເທດ ຜູ້ທີ່ໄດ້ໃຫ້ການສະໜັບສະໜູນການເພີ່ມພາສີທີ່ຖືກວາງເປົ້າໝາຍໄວ້ ເຊິ່ງ
ເພັ່ງເລັງໃສ່ປະເທດຕ່າງໆໂດຍສະເພາະເຈາະຈົງ ແຕ່ບໍ່ແມ່ນການຂະຫຍາຍພາສີຕໍ່
ການນຳເຂົ້າ ເຫຼັກຈາກທົ່ວໂລກ.

ທ່ານ ນາວາໂຣ ໄດ້ເວົ້າວ່າ ທ່ານ ທຣຳ “ຮັບຟັງສຽງ ຈາກທຸກຝ່າຍ ແລະ ຈະທຳການ
ຕັດສິນໃຈດ້ວຍຄວາມຍາກລຳບາກ. ຂ້າພະເຈົ້າຄິດວ່າມັນແມ່ນການຕັດສິນໃຈທີ່ຖືກ.”
ທ່ານໄດ້ເອີ້ນມັນວ່າ “ເສັ້ນທາງທີ່ອັນຕະລາຍ” ຕໍ່ບາງປະເທດທີ່ເປັນເປົ້າໝາຍການປັບ
ພາສີຂຶ້ນ ໃນຂະນະທີ່ຍົກເວັ້ນປະເທດອື່ນໆ. ທ່ານໄດ້ເວົ້າວ່າ ແລ້ວແຕ່ກໍລະນີ, ມັນຈະ
ມີກົນໄກນຶ່ງ ເພື່ອບໍ່ລວມເອົາທຸລະກິດບາງແຫ່ງ ຈາກການທີ່ຕ້ອງຈ່າຍເງິນສູງກວ່າ ສຳ
ລັບເຫຼັກທີ່ຖືກນຳເຂົ້າ.

ປະເທດ ການາດາ, ເຊິ່ງແມ່ນຄູ່ຮ່ວມງານທີ່ໃຫຍ່ທີ່ສຸດຂອງ ສະຫະລັດ, ອາດໄດ້ຮັບຜົນ
ກະທົບໜັກທີ່ສຸດ, ໃນເມື່ອປີກາຍນີ້ເຂົາເຈົ້າໄດ້ສົ່ງອາລູມີນຽມທີ່ມີມູນຄ່າ 7 ພັນ 2 ຮ້ອຍ
ລ້ານໂດລາ ແລະ ເຫຼັກມູນຄ່າ 4 ພັນ 3 ຮ້ອຍລ້ານໂດລາມາ ສະຫະລັດ. ພາສີຕ່າງໆກໍ
ຈະສົ່ງຜົນກະທົບຕໍ່ປະເທດອື່ນໆທີ່ເປັນພັນທະມິດຂອງ ສະຫະລັດ, ເຊັ່ນ ອັງກິດ,
ເຢຍຣະມັນ, ເກົາຫຼີໃຕ້, ເທີກີ ແລະ ຍີ່ປຸ່ນ. ແຕ່ ຈີນ ເຊິ່ງແມ່ນຜູ້ຜະລິດເຫຼັກລາຍໃຫຍ່ທີ່
ສຸດຂອງໂລກ, ສົ່ງສິນຄ້າຂອງເຂົາເຈົ້າພຽງ 2 ເປີເຊັນເທົ່ານັ້ນມາຍັງ ສະຫະລັດ ແລະ
ອາດໄດ້ຮັບຜົນກະທົບໜ້ອຍທີ່ສຸດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Washington Braces for Possible Trump-Induced Trade War
please wait

No media source currently available

0:00 0:02:47 0:00

XS
SM
MD
LG