ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທໍານຽບຂາວ ກ່າວເຖິງຜົນສໍາເລັດ ໃນການເຂົ້າເຖິງຈີນ 


ແຟ້ມຮູບ—ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະ ປະທານປະເທດຈີນ ທ່ານສີ ຈິ້ງຜິງ ພົບປະກັນໃນເມືອງວູດຊີ (Woodside), ລັດຄາລິຟໍເນຍ, ວັນທີ 15 ພະຈິກ 2023. ລັດຖະບານທ່ານໄບເດັນກ່າວວ່າ ວຽກງານການທູດຂອງຕົນ ຫາລີ ແລະດໍາເນີນການຮ່ວມມືກັບຈີນ. (Doug Mills/The New York Times via AP, Pool)
ແຟ້ມຮູບ—ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະ ປະທານປະເທດຈີນ ທ່ານສີ ຈິ້ງຜິງ ພົບປະກັນໃນເມືອງວູດຊີ (Woodside), ລັດຄາລິຟໍເນຍ, ວັນທີ 15 ພະຈິກ 2023. ລັດຖະບານທ່ານໄບເດັນກ່າວວ່າ ວຽກງານການທູດຂອງຕົນ ຫາລີ ແລະດໍາເນີນການຮ່ວມມືກັບຈີນ. (Doug Mills/The New York Times via AP, Pool)

ລັດຖະບານ ທ່ານໄບເດັນ ກໍາລັງ​ກ່າວ​ເຖິງການເຂົ້າເຖິງຂອງຕົນຕໍ່ຈີນ, ໂດຍຊີ້ໃຫ້ເຫັນເຖິງການຮ່ວມມືກ່ຽວກັບການຕ້ານຢາເສບຕິດ, ການຫາລືກ່ຽວກັບປັນຍາປະດິດ ແລະການຕິດຕໍ່ພົວພັນລະຫວ່າງທະຫານກັບທະຫານຄືນໃໝ່ ເພື່ອເປັນຫຼັກຖານຂອງການຮ່ວມມື ສໍາລັບຫຼຸດຜ່ອນຄວາມເຄັ່ງຕຶງລະຫວ່າງ 2 ຄູ່ແຂ່ງ.

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານເຈັກ ຊູລລິວານ ກ່າວຢູ່ກອງປະຊຸມສະພາການພົວພັນຕ່າງປະເທດ ໃນຕອນແລງວັນອັງຄານແລ້ວນີ້ວ່າ “ການທູດທີ່ຂຸ້ນ​ຂ້ຽວນີ້ ແມ່ນກ່ຽວກັບການຈັດການ​ກັບບັນຫາຕ່າງໆທີ່ເຄັ່ງຕຶງ ແທນທີ່ຈະແກ້ໄຂຄວາມສໍາພັນ.”

ທ່ານໄດ້ຊີ້ໃຫ້ເຫັນກ່ຽວກັບການຈັດ "ການເລືອກຕັ້ງຄັ້ງປະຫວັດສາດ" ຂອງໄຕ້ຫວັນໃນຕົ້ນເດືອນມັງກອນນີ້ "ໂດຍບໍ່ມີເຫດການສໍາຄັນໃດໆກ່ຽວກັບ​ບັນ​ຫາ ຂ້າມຊ່ອງແຄບ" ແລະກ່າວວ່າ ວໍຊິງຕັນກໍເປັນສ່ວນນຶ່ງ, ປັກກິ່ງ ແລະ ໄທເປ ກໍາລັງເຮັດວຽກ "ເພື່ອຫຼຸດຜ່ອນການສົນທະນາສື່ສານທີ່ບິດເບືອນ ແລະການເຂົ້າໃຈຜິດ," ເຊິ່ງປັກ​ກິ່ງ​ຖື​ວ່າ ​ໄຕ້​ຫວັນ ​ເປັນ​ແຂວງນຶ່ງ​ທີ່ບໍ່ຟັງຄວາມ ​ພ້ອມກັນນັ້ນ ກໍ​ບໍ່​ໄດ້​ປະຕິ​ເສດເຖິງ​ຄວາມ​ເປັນ​ໄປ​ໄດ້ ທີ່ຈະ​ໃຊ້ກອງ​ກຳລັງ​ເພື່ອ​ເຂົ້າ​ຄວບ​ຄຸມ​ເກາະ​ດັ່ງກ່າວ ​ຢ່າງ​ເຕັມຮູບແບບ.

ຄຳປາໄສຂອງ ທ່ານ ຊູລລິວານ ແມ່ນບົດສະຫຼຸບຫຼ້າສຸດຂອງບັນດາເຈົ້າໜ້າທີ່ອະວຸໂສໃນບໍ່ເທົ່າໃດມື້ທີ່ຜ່ານມານີ້ ໂດຍສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງລັດຖະບານ ໃນການຮັກສາສະຖຽນລະພາບ ທາງດ້ານການພົວພັນ ລະຫວ່າງ ສະຫະລັດ ແລະ ຈີນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG