ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຫົວ​ໜ້າ​ຜູ້​ຊ່ວຍ ກິດ​ຈະ​ການ​ເອ​ເຊຍ ຂອງ​ທຳ​ນຽບ​ຂາວ ໄດ້​ຮັບ​ການ​ຢືນ​ຢັນ ໃຫ້​ເປັນ​ນັກ​ການ​ທູດ​ໝາຍ​ເລກ 2 ຂອງ​ກະ​ຊວງ​ຕ່າງ​ປະ​ເທດ


ແຟ້ມ - ຜູ້​ປະ​ສານ​ງານ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຮັບ​ຜິດ​ຊອບ​ກິດ​ຈະ​ການ​ອິນ​ໂດ-ປາ​ຊີ​ຟິກ ທ່ານ​ເຄີດ ແຄມ​ແບ​ລ ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການ​ຄວາມ​ສຳ​ພັນ​ຕ່າງ​ປະ​ເທດ ເພື່ອກວດ​ສອບ​ການ​ແຕ່ງ​ຕັ້ງ​ ໃຫ້​ເປັນ​ຮອງ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ເມື່ອ​ວັນ​ທີ 7 ທັນ​ວາ 2023.
ແຟ້ມ - ຜູ້​ປະ​ສານ​ງານ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຮັບ​ຜິດ​ຊອບ​ກິດ​ຈະ​ການ​ອິນ​ໂດ-ປາ​ຊີ​ຟິກ ທ່ານ​ເຄີດ ແຄມ​ແບ​ລ ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການ​ຄວາມ​ສຳ​ພັນ​ຕ່າງ​ປະ​ເທດ ເພື່ອກວດ​ສອບ​ການ​ແຕ່ງ​ຕັ້ງ​ ໃຫ້​ເປັນ​ຮອງ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ເມື່ອ​ວັນ​ທີ 7 ທັນ​ວາ 2023.

ສະ​ພາ​ສູງ​ສະ​ຫະ​ລັດ ໄດ້​ຮັບ​ຮອງ​ເອົາ​ການ​ແຕ່ງ​ຕັ້ງ ​ຫົວ​ໜ້າຜູ້​ຊ່ວຍ​ຮັບ​ຜິດ​ຊອບ​ກິດ​ຈະ​ການ​ຝ່າຍ​ເອ​ເຊຍ​ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ທ່ານ​ເຄີດ ແຄມ​ແບ​ລ (Kurt Campbell) ​ໃຫ້​ເປັນ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ໃນ​ວັນ​ອັງ​ຄານ​ວານນີ້.

ທ່ານ​ແຄມ​ແບ​ລ ເຂົ້າ​ຮັບ​ໜ້າ​ທີ່​ແທນ​ທ່ານ​ນາງວິນ​ດີ ເຊີ​ແມນ ທີ່​ໄດ້​ອອກ​ບຳ​ນານ​ເມື່ອ​ວັນ​ທີ 28 ກໍ​ລະ​ກົດ ແລະ​ເຂົ້າ​ຮັບ​ໜ້າ​ທີ່​ເປັນນັກ​ການ​ທູດໝາຍ​ເລກ 2 ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຮອງ​ທ່ານ​ລັດ​ຖະ​ມົນ​ຕີ​ແອນ​ໂທ​ນີ ບ​ລິງ​ເກັນ.

ໃນ​ລະ​ຫວ່າງ​ການ​ດຳ​ລົງ​ຕຳ​ແໜ່ງ​ ເປັນ​ຜູ້​ປະ​ສານ​ງານ ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຮັບ​ຜິດ​ຊອບ​ກິດ​ຈະ​ການ​ອິນ​ໂດ-ປາ​ຊີ​ຟິກນັ້ນ ທ່ານ​ໄດ້​ກ່າວ​ຢ້ຳ​ວ່າ ສະ​ຫະ​ລັດ ໃນ​ຂະ​ນະ​ທີ່​ທຳ​ການ​ແຂ່ງ​ຂັນ​ກັບ​ຈີນ ແຕ່​ກໍ​ບໍ່​ໄດ້​ຊອກ​ຫາ​ຊ່ອງ​ທາງ ​ເພື່ອ​ໃຫ້​ເກີດ​ບັນ​ຫາ​ຂັດ​ແຍ້ງ​ປະ​ເຊີນ​ໜ້າ​ກັນ. ທ່ານ​ກ່າວ​ວ່າ ສະ​ຫະ​ລັດ​ມີ​ຄວາມ​ໝັ້ນ​ໝາຍ​ທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັບ​ບັນ​ດາ​ພັນ​ທະ​ມິດແລະ​ຄວບ​ຄຸມ​ການ​ແຂ່ງ​ຂັນ​ກັບ​ຈີນ​ແບບ​ມີ​ຄວາມ​ຮັບ​ຜິດ​ຊອບ.

ໃນຄຳ​ໃຫ້​ການ ທີ່​ມີ​ການ​ກະ​ກຽມ​ລ່ວງ​ໜ້າ ​ລະ​ຫວ່າງ​ການ​ແຕ່ງ​ຕັ້ງ​ທ່ານ​ ໃນ​ເດືອນ​ທັນ​ວານັ້ນ ທ່ານ​ແຄມ​ແບ​ລ ​ກ່າວ​ວ່າ “ບັນ​ຫາ​ທ້າ​ທາຍ​ໃນ​ທຸກມື້ນີ້ ແນ່ນອນ​ແມ່ນ​ເປັນ​ບັນ​ຫາ​ລະ​ດັບ​ໂລກ. ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ເຂດ​ນຶ່ງ​ຂອງ​ໂລກ ແມ່ນ​ມີ​ຜົນ​ກະ​ທົບ​ຕໍ່​ເຂດ​ອື່ນໆ. ຄູ່​ແຂ່ງ​ຂອງ​ພວກ​ເຮົາ ​ແມ່ນ​ຮ່ວມ​ມື​ກັນ ຈົ່ງ​ເບິ່ງການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນຂອງຈີນ ອີ​ຣ່ານ ແລະ​ເກົາ​ຫຼີ​ເໜືອ ຕໍ່​ການ​ເຮັດ​ສົງ​ຄາມ​ຮຸກ​ຮານ​ຂອງ​ຣັດ​ເຊຍ. ພວກ​ເຮົາ​ແມ່ນ​ເຂັ້ມ​ແຂງກວ່າ ​ໃນ​ທົ່ວ​ແຜ່ນ​ກະ​ດານ ຍ້ອນ​ພັນ​ທະ​ມິດ​ແລະ​ພາ​ຄີ​ຂອງ​ພວກ​ເຮົາ.”

“ຈີນ​ເຊື່ອ​ວ່າ ພວກ​ເຮົາ​ກຳ​ລັງຢູ່​ໃນ​ລະ​ຫວ່າງ ​ການ​ຊຸດ​ໂຊມ​ລົງ​ ຢ່າງວ່ອງ​ໄວ. ມັນ​ເປັນ​ສິ່ງ​ສຳ​ຄັນ ທີ່​ພວກ​ເຮົາ​ໄດ້​ພິ​ສູດ​ໃຫ້​ເຫັນ​ໃນ​ທາງ​ກົງ​ກັນ​ຂ້າມ” ທ່ານ​ກ່າວ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງໃນ​ລະ​ຫວ່າງ​ການ​ຮັບ​ຟັງ​ຄຳ​ໃຫ້​ການ​ສະ​ເໜີ​ແຕ່ງ​ຕັ້ງ​ທ່ານ.

ນອກນັ້ນ ທ່ານ​ແຄມ​ແບ​ລ​ຍັງ​ໄດ້​ກ່າວ​ຢ້ຳ ​ເຖິງ​ຄວາມ​ສຳ​ຄັນ​ທີ່​ຮີບ​ດ່ວນ​ ໃນ​ຄວາມ​ກ້າວ​ໜ້າ​ຂອງ​ຂໍ້​ຕົກ​ລົງສະ​ບັບ​ໃໝ່ ທີ່​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ດ້ານ​ເງິນ​ທຶນ​ໄລ​ຍະ 20 ປີ ກັບ 3 ປະ​ເທດ​ໝູ່​ເກາະ​ໝູ່ດອນ​ໃນ​ເຂດ​ປາ​ຊີ​ຟິກ ປະ​ກອບ​ດ້ວຍ​ໄມ​ໂກ​ຣ​ເນ​ເຊຍ (Micronesia) ມາ​ໂຊ (Marshall) ແລະ​ພາ​ລາວ (Palau) ເພື່ອ​ຕໍ່​ຕ້ານ​ອິດ​ທິ​ພົນ​ຈີນ​ຢູ່​ໃນ​ຂົງ​ເຂດ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG