ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ທຳ​ນຽບ​ຂາວ ອອກ​ໃບອະ​ນຸ​ຍາດຄືນ ໃຫ້ແກ່​ນັກ​ຂ່າວ ​ຂອງ CNN ແລ້ວ


ທ່ານຈິມ ອາ​ໂຄ​ສ​ຕາ ນັກ​ຂ່າວ CNN ທີ່​ກຳ​ລັງ​ເດີນ​ເຂົ້າ​ກອງ​ປະ​ຊຸ​ມ​ຖະ​ແຫຼງ​ຂ່າວ Brady ໃນ​ຂະ​ນະ​ທີ່​ກັບ​ຄືນ​ໄປ​ຍັງ​ທຳ​ນຽບ​ຂາວ ໃນ​ວໍ​ຊີງ​ຕັນ, 16 ພະ​ຈິກ 2018.
ທ່ານຈິມ ອາ​ໂຄ​ສ​ຕາ ນັກ​ຂ່າວ CNN ທີ່​ກຳ​ລັງ​ເດີນ​ເຂົ້າ​ກອງ​ປະ​ຊຸ​ມ​ຖະ​ແຫຼງ​ຂ່າວ Brady ໃນ​ຂະ​ນະ​ທີ່​ກັບ​ຄືນ​ໄປ​ຍັງ​ທຳ​ນຽບ​ຂາວ ໃນ​ວໍ​ຊີງ​ຕັນ, 16 ພະ​ຈິກ 2018.

​ທຳ​ນຽບ​ຂາວ ໄດ້ອອກ​ໃບອະ​ນຸ​ຍາດຄືນ​ອີກ ໃຫ້ແກ່​ນັກ​ຂ່າວ​ຂອງ CNN ທ່ານ ຈິມ
ອາ​ໂຄ​ສ​ຕາ (Jim Acosta) ໃນ​ຂະ​ນະ​ທີ່​ເຕືອນ​ລາວ​ວ່າ ລາວ​ຈະ​ຖືກຖອນ ໃບ​ອະ​ນຸ​
ຍາດອີກ ຖ້າ​ຫາກວ່າລາວ​ບໍ່​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ​ ​ຂອງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​
ສະ​ບັບ​ໃໝ່​.

ທຳ​ນຽບ​ຂາວ ໄດ້ຖອນ​ໃບ​ອະ​ນຸ​ຍາດ ໃນ​ການ​ເຂົ້າ​ໄປ​ເກັບ​ກຳ​ຂ່າວ​ຂອງ​ທ່ານອາໂຄ​ສ​ຕາ
ຫຼັງ​ຈາກ​ທີ່ລາວ​ບໍ່​ຍອມ​ຢຸດ​ຖາມ ໃນ​ຂະ​ນະ​ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ​ທ​ຣຳ ​ບອກ​ໃຫ້​ລາວ​ຢຸດ
ໃນການ​ຖະ​ແຫຼງ​ຂ່າວ ​ທີ່​ມີ​ການ​ຖ່າຍ​ທອດ​ທາງ​ໂທ​ລະ​ພາບ​ທົ່ວ​ປະ​ເທດ ເມື່ອ​ 2 ສັບ​ປະ​ດາ​
ຜ່ານ​ມານັ້ນ.

ອົງ​ການ​ຂ່າວ CNN ໄດ້​ລະ​ບຸ​ວ່າ ທຳ​ນຽບ​ຂາວ “ອ່ອນ​ຂໍ້ໃຫ້” ແລະ​ຕົນ​ກໍ​ຈະ​ຍົກ​ເລີກ​ການ
​ຟ້ອງ​ຮ້ອງ ຕໍ່​ລັດ​ຖະ​ບານ​ຂອງທ່ານ​ທ​ຣຳ.

“ຂໍ​ຂອບ​ໃ​ຈ​ທຸກໆ​ທ່ານ ທີ່ໃຫ້​ການ​ສະ​ໜັບ​ສະ​ໜຸນ,” ​ນັ້ນ​ຄື​ຄຳ​ເວົ້າ ​ຂອງ​ທ່ານອາ​ໂຄ​ສ​ຕາ
ໄດ້​ຂຽນ​ລົງ​ໃນ​ທວິດ​ເຕີ​ ແລະ​ຂຽນ​ຕໍ່​ໄປວ່​າ “ຕາມ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ໄປ​ໃນ​ວັນ​ສຸກ​ແລ້ວ
​ນີ້​ລະ…ໄປ ໃຫ້​ຂ້າ​ພະ​ເຈົ້າ​ກັບ​ໄປ​ເຮັດ​ວຽກ​ຄືນ​.”

​ໂຄ​ສົກ​ປະ​ຈຳທຳ​ນຽບ​ຂາ​ວ ທ່ານ​ນາງ​ຊາ​ຣາ ຮັກ​ກາ​ບີ ແຊນ​ເດີ​ຣ໌​ສ ໄດ້​ບອກ​ກັບ​ທ່ານອາ​
ໂຄ​ສ​ຕາ ໃນ​ທາງ​ຈົດ​ໝາຍ ໃນ​ວັນ​ຈັນ​ວານ​ນີ້​ວ່າ ລາວ​ແມ່ນ​ໄດ້​ຮັບ​ການ​ຕ້ອນ​ຮັບ​ຄືນ​ສູ່​
ທຳ​ນຽບ​ຂາວອີກ​ເທື່ອ​ນຶ່ງ, ແຕ່​ກໍໄດ້ເຕືອນລາວແລະ​ພວກ​ນັກ​ຂ່າວ​ຄົນ​ອື່ນໆ​ວ່າ ຈະ​ຖືກ
​ຖອນ​ໃບ​ອະ​ນຸ​ຍາດ​ຂອງ​ພວກ​ເຂົາ​ເຈົ້າຖ້າ​ຫາກວ່າ ພວກເຂົາ ເຈົ້າ​ບໍ່​ປະ​ຕິ​ບັດ​ຕາມ​
ໃນ​ອັນ​ທີ່​ທ່ານ​ນາງ​ນາງ​ເອີ້ນ​ວ່າ “ກົດລະ​ບຽບ​ທີ່​ຈະ​ແຈ້ງ” ​ນັ້ນ​ຄືນັກ​ຂ່າວ​ແມ່ນ​ອະ​ນຸ​ຍາດ
ໃຫ້​ຖາມ ພຽງ​ແຕ່​ນຶ່ງ​ຄຳ​ຖາມ​ ນອກ​ເສຍໃນ​ກໍ​ລະ​ນີທີ່​ວ່າ​ປະ​ທາ​ນາ​ທິ​ບໍ​ດີ ຫຼື​ບໍ່ກໍຜູ້​ຕອ​ບ​ຄົນ
ອື່ນ ​ຮັບ​ເອົາ​ຄຳ​ຖາມ ຈຶ່ງ​ອະ​ນະ​ຍຸດ​ໃຫ້​ຕັ້ງ​ຄຳ​ຖາມ​ທີ່ຕິດ​ຕາມ​ມາ​ໄດ້ ແລະ “ຢຸດ​ເຊົາ​ຖາມ”
ນັ້ນ​ໝາຍ​ເຖິງ ​ການມອບ​ຄືນໄມ ໃຫ້​ຜູ້ຊ່ອຍ​ທີ່ນັ້ນ.

“ເປັນ​ເວ​ລາ​ຫຼາຍ​ປີ​ມາ​ແລ້ວ, ບັນ​ດາ​ສະ​ມາ​ຊິກ​ນັກ​ຂ່າວ​ຂອງ​ທຳ​ນຽບ​ຂາວ ແມ່ນ​ໄດ້​
ເຂົ້າຮ່ວມກອງ​ປະ​ຊຸມ​ນັບ​ຄັ້ງ​ບໍ່​ຖ້ວນ ກັບ​ປະ​ທານາ​ທິ​ບໍ​ດີ ແລະ​ພວກ​ເຈົ້າ​ໜ້າ​ທີ່​ຄົນ
​ອື່ນໆ ໂດຍ​ປາດ​ສະ​ຈາກ​ການ​ປະ​ພຶດ​ຕົວ​ເຊັ່ນ​ທ່ານ ອາ​ໂຄ​ສ​ຕາ ທີ່​ໄດ້​ກະ​ທຳ​ລົງ​ໄປ​
ໃນກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ເມື່ອວັນ​ທີ 7 ​ພະ​ຈິກ,”
ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ
ແຊນ​ເດີ​ຣ໌​ສ ທີ່ໄດ້​ກ່າ​ວໄວ້.

​ສະ​ມາ​ຄົມນັກ​ຂ່າວປະ​ຈຳ​ທຳ​ນຽບ​ຂາວ ໄດ້​ກ່າວ​ວ່າ ທຳ​ນຽບ​ຂາວ ແມ່ນຖືກ​ຕ້ອງແລ້ວ
ທີ່​ໄດ້​ອອກ​ໃບອະ​ນຸ​ຍາດ​ຄືນ ​ໃຫ້​ແກ່​ທ່ານ​ອາ​ໂຄ​ສ​ຕາ​ແລ້ວ. ແຕ່​ວ່າ ໄດ້​ສະ​ແດງ​ການ​
ຄັດ​ຄ້ານ ​ຕໍ່​ກົດ​ລະ​ບຽບ​ສະ​ບັບໃໝ່​ນີ້.

ສະ​ມາ​ຊິກ​ເຈົ້າ​ໜ້າ​ທີ່​ຂອງ​ທຳ​ນຽບ​ຂາວ ຢື້​ໄປ​ເອົາ​ໄມ ​ຈາກ​ທ່ານ​ຈິມ ອາ​ໂຄ​ສ​ຕາ ໃນ​ຂະ​ນະ​ທີ່​ລາວ​ກຳ​ລັງ​ຖາມ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ໃນ​ທຳ​ນຽບ​ຂາວ, 7 ພະ​ຈິກ 2018.
ສະ​ມາ​ຊິກ​ເຈົ້າ​ໜ້າ​ທີ່​ຂອງ​ທຳ​ນຽບ​ຂາວ ຢື້​ໄປ​ເອົາ​ໄມ ​ຈາກ​ທ່ານ​ຈິມ ອາ​ໂຄ​ສ​ຕາ ໃນ​ຂະ​ນະ​ທີ່​ລາວ​ກຳ​ລັງ​ຖາມ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ໃນ​ທຳ​ນຽບ​ຂາວ, 7 ພະ​ຈິກ 2018.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG