ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ຈະຈັດກອງປະຊຸມສຸດຍອດ ຄັ້ງທຳອິດ ກ່ຽວກັບຄົນພື້ນເມືອງ ນັບຕັ້ງແຕ່ປີ 2016


ທ້າວ ວູຟ ຣາມີເຣສ ຈາກນະຄອນ ຮູສຕັນ ລັດເທັກຊັສ, ກາງ, ຮ່ວມກັບຄົນອື່ນໆຍົກກຳປັ້ນກັບຊົນເຜົ່າ ຄາຣີໂຊ ໂຄເມຄຣູໂດ ຂອງລັດເທັກຊັສ, ໃນຂະນະທີ່ນັກເຄື່ອນໄຫວຄົນພື້ນເມືອງ ແລະສິ່ງແວດລ້ອມປະທ້ວງຢູ່ຕໍ່ໜ້າທຳນຽບຂາວ. 11 ຕຸລາ, 2021.
ທ້າວ ວູຟ ຣາມີເຣສ ຈາກນະຄອນ ຮູສຕັນ ລັດເທັກຊັສ, ກາງ, ຮ່ວມກັບຄົນອື່ນໆຍົກກຳປັ້ນກັບຊົນເຜົ່າ ຄາຣີໂຊ ໂຄເມຄຣູໂດ ຂອງລັດເທັກຊັສ, ໃນຂະນະທີ່ນັກເຄື່ອນໄຫວຄົນພື້ນເມືອງ ແລະສິ່ງແວດລ້ອມປະທ້ວງຢູ່ຕໍ່ໜ້າທຳນຽບຂາວ. 11 ຕຸລາ, 2021.

ອົງການຂ່າວ AP ລາຍງານວ່າປະທານາທິບໍດີ ໂຈ ໄບເດັນ ຈະປະກາດບາດ ກ້າວຕ່າງໆ ໃນວັນຈັນມື້ນີ້ ເພື່ອປັບປຸງຄວາມປອດໄພໃນສາທາລະນະ ແລະ ຄວາມຍຸຕິທຳສຳລັບຊົນເຜົ່າ ອາເມຣິກັນ ພື້ນເມືອງ ໃນລະຫວ່າງກອງປະຊຸມສຸດຍອດຊົນເຜົ່າຄັ້ງທຳອິດນັບຕັ້ງແຕ່ປີ 2016, ອີງຕາມທຳນຽບຂາວ.

ບັນດາຜູ້ນຳຈາກຫຼາຍກວ່າ 570 ຊົນເຜົ່າໃນ ສະຫະລັດ ແມ່ນຄາດວ່າຈະເຂົ້າຮ່ວມກອງປະຊຸມສອງວັນ, ດ້ວຍເກືອບສາມສິບທ່ານຈະກ່າວຄຳປາໄສໃນການເຕົ້າໂຮມດັ່ງກ່າວ. ກອງປະຊຸມສຸດຍອດນັ້ນຈະຖືກຈັດຂຶ້ນທາງອອນໄລນ໌ຍ້ອນໂຣກລະບາດໄວຣັສໂຄໂຣນາ ທີ່ໄດ້ສົ່ງຜົນກະທົບ ຕໍ່ຄົນອາເມຣິກັນພື້ນເມືອງ ແລະ ຄົນພື້ນເມືອງ ອາລາສກາ ໃນລະດັບທີ່ບໍ່ສົມສ່ວນກັນ.

ທ່ານ ໄບເດັນ ແລະ ສະຕີໝາຍເລກນຶ່ງທ່ານນາງ ຈິລ ໄບເດັນ ແມ່ນມີກຳນົດທີ່ຈະກ່າວຄຳປາໄສໃນວັນຈັນມື້ນີ້, ດ້ວຍຮອງປະທານາທິບໍດີ ທ່ານນາງ ຄາມາລາ ແຮຣິສ ຈະກ່າວຕາມໃນວັນອັງຄານ. ສະມາຊິກຫຼາຍຄົນຂອງຄະນະລັດຖະມົນຕີຂອງທ່ານ ໄບເດັນ ກໍຈະເຂົ້າຮ່ວມເຊັ່ນກັນ.

ໂຄສົກທຳນຽບຂາວທ່ານນາງ ເຈັນ ຊາກີ ໄດ້ກ່າວວ່າກອງປະຊຸມສຸດຍອດນັ້ນໄດ້ຈັດຂຶ້ນພ້ອມກັບເດືອນມູນເຊື້ອຄົນອາເມຣິກັນພື້ນເມືອງ ຢູ່ກະຊວງສິ່ງແວດລ້ອມ.

ທ່ານ ໄບເດັນ ຈະໃຊ້ກອງປະຊຸມສຸດຍອດດັ່ງກ່າວເພື່ອປະກາດບາດກ້າວຕ່າງໆ ເພືື່ອປັບປຸງຄວາມປອດໄພໃນສາທາລະນະ ແລະ ຄວາມຍຸຕິທຳສຳລັບຄົນອາເມຣິກັນພື້ນເມືອງ ແລະ ເພື່ອປ້ອງກັນທີ່ດິນສ່ວນຕົວ, ສິດທິຄົນພື້ນເມືອງ ແລະ ສະຖານທີ່ສັກສິດ, ອີງຕາມການກ່າວຂອງທ່ານນາງ ຊາກີ.

ຄົນອາເມຣິກັນ ອິນເດຍ ແລະ ອາລາສກາ ພື້ນເມືອງ ແມ່ນມີຄວາມເປັນໄປໄດ້ທີ່ຈະຕົກເປັນຜູ້ເຄາະຮ້າຍຂອງອາຊະຍະກຳທີ່ຮຸນແຮງຫຼາຍກວ່າສອງເທົ່າ ແລະ ມີຄວາມເປັນໄປໄດ້ທີ່ຈະຖືກຂົ່ມຂືນ ແລະ ທຳຮ້າຍທາງເພດຢ່າງໜ້ອຍສອງເທົ່າເມື່ອທຽບໃສ່ເຊື້ອຊາດຊົນເຜົ່າອື່ນໆ, ອີງຕາມສະມາ ຄົມ ກ່ຽວກັບ ບັນຫາຄົນອາເມຣິກັນອິນເດຍ.

ນັບຕັ້ງແຕ່ໄດ້ເຂົ້າກຳຕຳແໜ່ງໃນເດືອນມັງກອນເປັນຕົ້ນມາ, ທ່ານ ໄບເດັນ ໄດ້ເອົາຫຼາຍບາດກ້າວທີ່ ທຳນຽບຂາວເວົ້າວ່າ ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາຂອງທ່ານຕໍ່ຄົນເຜົ່າພື້ນເມືອງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG