ປະທານາທິບໍດີສະຫະລັດເປັນເຈົ້າພາບຈັດງານລ້ຽງຕ້ອນຮັບໃນວັນຈັນມື້ນີ້ເນື່ອງ ໃນໂອກາດການສະເຫຼີມສະຫຼອງບຸນອີດ ອາລ-ຟີທຣ໌ (Eid al-Fitr), ເຊິ່ງເປັນ ມື້ສຸດທ້າຍ ໃນການຖືສິນອົດ ຂອງເດືອນຣາມາດານ (Ramadan) ອັນເປັນເດືອນສັກສິດຂອງຊາວມຸສລິມ.
ທ່ານໄບເດັນ ຈະເຂົ້າຮ່ວມໃນງານບຸນດັ່ງກ່າວທີ່ທໍານຽບຂາວພ້ອມດ້ວຍພັນລະຍາຂອງທ່ານ ຄື ທ່ານນາງຈິລ ແລະທ່ານດຸກ ເອມຮອຟ (Doug Enhoff), ສາມີຂອງຮອງປະທານາທິບໍດີ ທ່ານນາງຄາມາລາ ແຮຣິສ.
“ປະເພນີຂອງອິດສະຫຼະພາບໃນການນັບຖືສາດສະໜາສຳລັບທຸກໆຄົນ ແມ່ນໄດ້ເສີມຄວາມເຂັ້ມແຂງ ໃຫ້ແກ່ປະເທດຂອງພວກເຮົາ, ແລະພວກເຮົາຈະສືບຕໍ່ດໍາເນີນງານຮ່ວມກັບຊາວອາເມຣິກັນທີ່ມີຄວາມເຊື່ອຖືແລະພື້ນຖານທີ່ຫຼາກຫຼາຍເພື່ອ ປົກປ້ອງ ແລະຄວາມມຸ້ງໝັ້ນທີ່ເລິກເຊິ່ງຂອງພວກເຮົາຮ່ວມກັນ ຕໍ່ພື້ນຖານທີ່ສໍາຄັນນີ້,” ທ່ານໄບເດັນ ກ່າວຢູ່ຖະແຫຼງການໃນແລງມື້ວັນອາທິດວານນີ້. “ໃນປີນີ້, ພວກເຮົາຈະກັບມາສຸມໃສ່ປະເພນີການສະເຫຼີມສະຫຼອງບຸນ ອີດ (Eid) ຢູ່ທີ່ທໍານຽບຂາວ, ແລະເພື່ອເປັນກຽດ ໃຫ້ແກ່ຊາວມຸສລິມອາເມຣິກັນ ທີ່ເປັນຜູ້ນໍາໃນຄວາມພະຍາຍາມໃນການສ້າງຄວາມເຂົ້າໃຈແລະຄວາມສາມັກຄີທີ່ຍິ່ງໃຫຍ່ກວ່າ ໃນທົ່ວປະເທດຂອງພວກເຮົາ.”
ການສະເຫຼີມສະຫຼອງວັນບຸນອີດ ຢູ່ທີ່ທໍານຽບຂາວເມື່ອປີແລ້ວນີ້ ໄດ້ຈັດຂຶ້ນທາງອອນລາຍ ເນື່ອງຈາກສະພາບການຂອງການລະບາດໃຫຍ່ພະຍາດໄວຣັສໂຄໂຣນາ.
ທ່ານ ໄບເດັນ ຍັງໄດ້ເນັ້ນຢໍ້າເຖິງ “ຜູ້ພັດຖິ່ນ ແລະຜູ້ລີ້ໄພຫຼາຍລ້ານຄົນ ຢູ່ໃນທົ່ວໂລກ ທີ່ສະເຫຼີມສະຫຼອງວັນພັກອັນສັກສິດນີ້ແຍກກັບຄອບຄົວ ແລະບໍ່ໝັ້ນໃຈໃນອະນາຄົດຂອງພວກເຂົາເຈົ້າ.” ພວກເຂົາເຈົ້າກ່າວວ່າ ປະເທດຊາດຂອງພວກເຮົາຕ້ອງ “ຮັກສາຄວາມມຸ້ງໝັ້ນຂອງພວກເຮົາ ໃນການດໍາເນີນງານເປັນແສງໄຟແຫ່ງຄວາມຫວັງ ຂອງຜູ້ທີ່ໄດ້ຖືກກົດຂີ່ຂົ່ມເຫັງ ຢູ່ໃນທົ່ວໂລກ.”