ຄວາມເຄັ່ງຕຶງທີ່ບົ່ມຊ້ອນຢູ່ໃນທໍານຽບຂາວ ໄດ້ລະເບີດ ແລະເປີດເຜີຍອອກມາ ໃນ
ວັນພະຫັດວານນີ້ ເມື່ອຫົວໜ້າສື່ສານຄົມມະນາຄົມຄົນໃໝ່ຂອງປະທານາທິບໍດີ ດໍ
ໂນລ ທຣໍາ, ທ່ານ Anthony Scaramucci ໄດ້ກ່າວປະນາມ ຜູ້ທີ່ລັກເປີດເຜີຍຂໍ້ມູນ ທີ່ເຮັດໃຫ້ລັດຖະບານເສຍຫາຍ ແລະອັບອາຍຂາຍໜ້ານັ້ນ ໂດຍການເລີ້ມປຸກລະດົມ
ທີ່ໃຊ້ຄໍາເວົ້າແບບເຈັບໆ ແລະຫຍາບຄາຍ ແນເປົ້າໃສ່ ສັດຕູຢູ່ພາຍໃນຂອງເພິ່ນ.
ທ່ານ Scaramucci ໄດ້ກ່າວປະນາມ ທ່ານ Reince Priebus ຫົວໜ້າທີ່ປຶກສາຂອງ
ທໍານຽບຂາວ, ແລະທ່ານ Steve Bannon, ຫົວໜ້າດ້ານການວາງຍຸດທະສາດຂອງ
ປະທານາທິບໍດີຢູ່ໃນການໃຫ້ສໍາພາດທີ່ເຕັມໄປດ້ວຍການໃຊ້ຄໍາຫຍາບຊ້າກັບໜັງສື
ພິມ New Yorker ລາຍສັບປະດາ ທີ່ພິມເຜີຍແຜ່ທາງອອນລາຍໃນທຸກໆວັນພະຫັດ.
ທ່ານ Scaramucci, ອະດີດນັກທະນາຄານຕະຫຼາດຮຸ້ນທີ່ຮັ່ງມີ ແລະເປັນຜູ້ປົກປ້ອງ
ທ່ານ ທຣໍາຢ່າງແຂງຂັນນັ້ນ, ກ່ອນອື່ນໝົດ ໄດ້ແນເປົ້າໝາຍໃສ່ທ່ານ Priebus ທີ່ທ່ານ
Scaramucci ສົງໄສວ່າ ເປີດເຜີຍຂໍ້ມູນລັບກ່ຽວກັບກອງປະຊຸມຕ່າງໆຢູ່ທໍານຽບຂາວ.
ທ່ານ Priebus ທີ່ເປັນອະດີດປະທານພັກຣີພັບບລິກກັນ ທີ່ມີຄວາມສໍາພັນອັນແໜ້ນ
ແກ່ນກັບສະມາຊິກລັດຖະສະພາຈາກພັກຣີພັບບລິກັນ ທີ່ສໍາຄັນຫລາຍຄົນ ແມ່ນເປັນ ເຈົ້າໜ້າທີ່ລັດຖະບານທີ່ມີອໍານາດສູງຜູ້ນຶ່ງ.
ໃນການສົນທະນາທາງໂທລະສັບກັບນັກຂ່າວຂອງໜັງສືພິມ New Yorker ປະຈໍານະ
ຄອນວໍຊິງຕັນນັ້ນ ທ່ານ Scaramucci ເວົ້າວ່າ "ທ່ານ Reince ແມ່ນເປັນໂຣກປະສາດ
ຫລອນ, ເປັນປະສາດຫລອນ ອີ່ຫລີ."
ຈານນັ້ນ ທ່ານ Scaramucci ກໍຫັນຄວາມສົນໃຈ ໄປຫາທ່ານ Bannon ຜູ້ທີ່ທ່ານກ່າວ
ຫາວ່າ ໃຊ້ຕໍາແໜ່ງລະດັບສູງຢູ່ໃນທໍານຽບຂາວ ເພື່ອສ້າງຊື່ສຽງຂອງຕົນໃຫ້ໂດ່ງດັງຂຶ້ນ. ໂດຍການໃຊ້ພາສາທີ່ຫຍາບຄາຍແບບບໍ່ເຄີຍມີມາກ່ອນ ໃນການພັນລະນາເຖິງທ່ານ
Bannon, ຫົວໜ້າສື່ສານຄົນໃໝ່ຂອງທໍານຽບຂາວຄົນນີ້ ເວົ້າວ່າ ຕົນບໍ່ແມ່ນຄົນປະເພດ
ນັ້ນ ທ່ານກ່າວຢ່າງແຂງຂັນວ່າ "ຂ້າພະເຈົ້າບໍ່ໄດ້ພະຍາຍາມທີ່ຈະສ້າງຊື່ສຽງຂອງຕົນ
ໂດຍອາໄສໃນຄວາມແຂງແກ່ນຂອງປະທານາທິບໍດີ. ຂ້າພະເຈົ້າມາຢູ່ບ່ອນນີ້ກໍເພື່ອຮັບ
ໃຊ້ປະເທດຊາດ."
ເປັນທີ່ຮູ້ກັນດີວ່າ ທ່ານ Priebus ແລະທ່ານ Bannon ແມ່ນບໍ່ເຫັນດີນໍາຢ່າງແຮງຕໍ່ການ
ຕັດສິນໃຈຂອງປະ ທານາທິບໍດີ ໃນການແຕ່ງຕັ້ງທ່ານ Scaramucci ໃນອາທິດແລ້ວນີ້,
ແລະ ເມື່ອທ່ານໄດ້ເຂົ້າມາທໍານຽບຂາວ ກໍເຮັດໃຫ້ທ່ານ Sean Spicer ໂຄສົກປະຈໍາທໍາ
ນຽບຂາວ ແລະເປັນຄົນໃກ້ຊິດຂອງທ່ານ Priebus ຕ້ອງໄດ້ລາອອກ. ນອກຈາກນັ້ນກໍມີ
ສະມາຊິກຂອງທີມງານຂ່າວສານອີກຄົນນຶ່ງລາອອກການທ້າມກາງການກ່າວຫາວ່າຜູ້ກ່ຽວ
ເປັນແຫລ່ງຂອງການຮົ່ວໄຫລຂອງຂ່າວສານນັບແຕ່ນັ້ນມາ.