ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທຳນຽບຂາວ ແນເປົ້າໝາຍໃສ່ 9 ລັດ ເພື່ອເລີ້ມເປີດ ເສດຖະກິດ ຂອງສະຫະລັດ ຄືນໃໝ່


ປະທານາທິບໍດີ ດໍໂນລ ທຣຳ ພວມຮັບຟັງ ຜູ້ປະສານງານ ຄະນະສະເພາະກິດ ຮັບຜິດຊອບເລື້ອງໄວຣັສໂຄໂຣນາ ຂອງທຳນຽບຂາວ ທ່ານ ດຣ. ເດໂບຣາ ເບີກສ໌ ກ່າວໃນລະຫວ່າງກອງປະຊຸມແຈ້ງສະພາບການ ກ່ຽວກັບໄວຣັສໂຄໂຣນາ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 10 ເມສາ 2020.
ປະທານາທິບໍດີ ດໍໂນລ ທຣຳ ພວມຮັບຟັງ ຜູ້ປະສານງານ ຄະນະສະເພາະກິດ ຮັບຜິດຊອບເລື້ອງໄວຣັສໂຄໂຣນາ ຂອງທຳນຽບຂາວ ທ່ານ ດຣ. ເດໂບຣາ ເບີກສ໌ ກ່າວໃນລະຫວ່າງກອງປະຊຸມແຈ້ງສະພາບການ ກ່ຽວກັບໄວຣັສໂຄໂຣນາ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 10 ເມສາ 2020.

ທຳນຽບຂາວແນເປົ້າໝາຍໃສ່ 9 ລັດຂອງສະຫະລັດ ຊຶ່ງມີຈຳນວນກໍລະນີຕິດ ເຊື້ອໄວຣັສ ທີ່ໄດ້ຮັບການຢືນຢັນໜ້ອຍທີ່ສຸດ ຈະເປັນກຸ່ມທຳອິດທີ່ຈະເປີດເສດຖະກິດຄືນໃໝ່.

ດຣ. ເດໂບຣາ ເບີກສ໌ ຜູ້ປະສານງານ ຂອງຄະນະສະເພາະກິດ ຮັບຜິດຊອບເລື້ອງໄວຣັສໂຄໂຣນາ ໄດ້ກ່າວໃນແລງວັນພຸດຜ່ານມານີ້ວ່າ 9 ລັດທັງໝົດນັ້ນ ມີກໍລະນີຕິດເຊື້ອໄວຣັສໂຄໂຣນາ ທີ່ໄດ້ຮັບການຢືນຢັນ ໜ້ອຍກວ່າ 1,000 ກໍລະນີ ແລະມີການບັນທຶກໜ້ອຍກວ່າ 30 ກໍລະນີໃໝ່ ໃນແຕ່ລະວັນ.

ໄວຣັສໂຄໂຣນາ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນອາເມຣິກັນຫຼາຍແສນຄົນ ແລະສ້າງຄວາມສັບສົນວຸ້ນວາຍຕໍ່ເສດຖະກິດຂອງປະເທດ ຊຶ່ງນຳໄປສູ່ການປົດພວກພະນັກງານຫຼາຍກວ່າ 22 ລ້ານຄົນ ອອກຈາກວຽກການ ໃນສີ່ອາທິດທີ່ຜ່ານມານີ້.

ປະທານາທິບໍດີ ດໍໂນລ ທຣຳ ພວມຊຸກຍູ້ໃຫ້ເປີດເສດຖະກິດທີ່ນຳໜ້າຂອງໂລກຄືນໃໝ່ ໄວທີ່ສຸດເທົ່າທີ່ເປັນໄປໄດ້ ໂດຍຕັ້ງເປົ້າໝາຍໃສ່ວັນທີ 1 ພຶດ ສະພາ ຈະມາເຖິງນີ້ ສຳລັບຫຼາຍໆເຂດຂອງປະເທດ ທີ່ບໍ່ໄດ້ຮັບຜົນກະທົບຫຼາຍ ປານໃດຈາກໄວຣັສໂຄໂຣນາ ເມື່ອທຽບກັບຂົງເຂດອື່ນໆທີ່ໄດ້ຮັບຜົນກະທົບໜັກທີ່ສຸດ ເຊັ່ນເຂດນະຄອນນິວຢອກ.

ດຣ. ເບີກສ໌ ບໍ່ໄດ້ລະບຸຊື່ຂອງ 9 ລັດດັ່ງກ່າວນັ້ນ ແຕ່ການກ່າວເຖິງຈຳນວນກໍລະນີຕິດເຊື້ອໄວຣັສ ຂອງທ່ານນາງ ປາກົດວ່າ ໄດ້ລະບຸເຖິງລັດຕ່າງໆທີ່ີມີປະຊາກອນໜ້ອຍທີ່ສຸດໃນປະເທດ ນັບແຕ່ລັດເມນຢູ່ທາງແຄມຝັ່ງມະຫາສະໝຸດແອັດແລນຕິກ ໄປຈົນເຖິງລັດຮາວາຍຢູ່ທາງຝັ່ງມະຫາສະໝຸດປາຊີຟິກ. ສ່ວນອີກ 7 ລັດນັ້ນ ແມ່ນລັດເວີມອນ ແລະເວີຈີເນຍຕາເວັນຕົກ ຢູ່ທາງພາກຕາເວັນອອກຂອງສະຫະລັດ ລັດອາແກນຊໍ ຢູ່ທາງພາກໃຕ້ຂອງປະເທດ ລັດເນບຣາສກາ ແລະ ລັດດາໂຄຕາເໜືອ ຢູ່ທາງພາກຕາເວັນຕົກຕອນກາງ ແລະ ລັດມອນຕານາ ພ້ອມດ້ວຍລັດວາຍໂອມິງ ຢູ່ທາງພາກຕາເວັນຕົກ.

ບາງທີ ເຫດຜົນທີ່ສຳຄັນວ່າ ເປັນຫຍັງລັດເຫຼົ່ານີ້ ຈຶ່ງໄດ້ມີກໍລະນີຕິດເຊື້ອໄວຣັສໂຄໂຣນາທີ່ຕ່ຳ ກໍເປັນຍ້ອນວ່າ ພາຍໃນ 19 ລັດ ຂອງທັງໝົດ 50 ລັດນັ້ນ ແມ່ນມີຈຳນວນປະຊາກອນໜ້ອຍທີ່ສຸດ.

ເພາະສະນັ້ນແລ້ວ ປະຊາກອນໂດຍລວມ ຈະບໍ່ມີທີ່ຢູ່ອາໄສໃນໄລຍະໃກ້ຊິດກັນ ຄືກັບຢູ່ໃນຫົວເມືອງໃຫຍ່ໆທົ່ວປະເທດ ແລະດ້ວຍເຫດນີ້ ໂອກາດທີ່ຈະມີການຕິດແປດຈາກຄົນນຶ່ງໄປຫາອີກຄົນນຶ່ງຂອງໄວຣັສໂຄໂຣນານັ້ນ ແມ່ນຈະເກີດຂຶ້ນໄດ້ຕ່ຳ.

ເກົ້າລັດດັ່ງກ່າວ ໂດຍລວມແລ້ວ ມີພຽງແຕ່ 5 ຫົວເມືອງໃຫຍ່ເທົ່ານັ້ນ ພາຍໃນ 300 ຫົວເມືອງໃຫຍ່ທີ່ສຸດ ຢູ່ໃນສະຫະລັດ.

ໃນຂະນະດຽວກັນ ການເປີດເສດຖະກິດຄືນໃໝ່ ໃນແຫ່ງຫົນໃດກໍຕາມ ຢູ່ໃນສະ ຫະລັດ ຈະເປັນການເລີ້ມຕົ້ນ ຂອງການກັບຄືນສູ່ສະພາບປົກກະຕິ ໃນປະເທດ ໂດຍເລີ້ມຕົນຈາກເກົ້າລັດດັ່ງກ່າວ ຕາມລຳພັງພວກເຂົາເຈົ້າເອງ ຍ້ອນລັດທັງ 9 ມີຂະໜາດນ້ອຍ ຈຶ່ງປະກອບເປັນພາກສ່ວນເສດຖະກິດທີ່ບໍ່ໃຫຍ່ປານ ໃດຂອງສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG