ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ຫາ​ລື ​ທີ່ ​ທຳ​ນຽບຂາວ ບໍ່​ມີ​ຄວາມ​ຄືບ​ໜ້າ​ ກ່ຽວກັບ ​ການ​ປິດ​ລັດ​ຖະ​ບານ


ຮັກ​ສາການ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ທ່ານເດ​ວິດ ​ເບີນ​ຮາດ​ຕ໌ (ຊ້າຍ) ແລະ ທີ່​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທ່ານແພ​ຕ​ຣິກ ຊາ​ນາ​ຮານ (ຂວາ) ຟັງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣ​ໍ​າ ກ່າວ​ທີ່​ທຳ​ນຽບ​ຂາວ ວັນ​ທີ 2 ມັງ​ກອນ ປີ 2019.
ຮັກ​ສາການ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ທ່ານເດ​ວິດ ​ເບີນ​ຮາດ​ຕ໌ (ຊ້າຍ) ແລະ ທີ່​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທ່ານແພ​ຕ​ຣິກ ຊາ​ນາ​ຮານ (ຂວາ) ຟັງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣ​ໍ​າ ກ່າວ​ທີ່​ທຳ​ນຽບ​ຂາວ ວັນ​ທີ 2 ມັງ​ກອນ ປີ 2019.

ມີການຄາດກັນວ່າ ສະພາຕໍ່າຊຸດໃໝ່ ຂອງສະຫະລັດ ທີ່ນຳພາໂດຍພັກເດໂມ ແຄຣັດ ຈະຜ່ານຮ່າງກົດໝາຍ ໃນວັນພະຫັດມື້ນີ້ ເພື່ອຍຸຕິການອັດລັດຖະບານ ລົງເປັນບາງ
ສ່ວນນັ້ນ. ຜູ້ນຳສະພາສູງສັງກັດພັກຣິພັບບລິກັນກ່າວວ່າ ທ່ານຈະ ບໍ່ນຳເອົາມາດຕະ
ການດັ່ງກ່າວ ຂຶ້ນມາລົງຄະນນສຽງ.ປະທານາທິບໍດີ ດໍໂນລ ທຣຳ ໄດ້ສະແດງຄວາມ
ປະສົງຂອງທ່ານ ອອກມາວ່າ ຈະໃຫ້ມີການອັດນີ້ຕໍ່ໄປ “ດົນເທົ່າທີ່ມິຄວາມຈຳເປັນ” ເພື່ອໃຫ້ໄດ້ເງິນມາ ສຳລັບກຳແພງຊາຍແດນ ຊຶ່ງ ພວກເດໂມແຄຣັດບໍ່ສະໜັບສະ
ໜູນນັ້ນ.

ນັ້ນຄືສະພາບການຂອງການອັດລັດຖະບານຫຼັງຈາກທ່ານທຣຳໄດ້ເຊື້ອເຊີນພວກຜູ້
ນຳສະພາເຂົ້າມາທຳນຽບຂາວ ໃນວັນພຸດວານນີ້ ແລະທັງສອງຟ່າຍບໍ່ໄດ້ຫຍັບ ເຂົ້າ
ໃກ້ກັນ ວ່າຈະຕົກລົງກັນໄດ້ ໃນການແກ້ໄຂບັນຫາ. ພວກເພິ່ນມີແຜນການວ່າຈະ
ພະຍາຍາມພົບກັນອີກ ໃນວັນສຸກມື້ອື່ນ.

ມີການຄາດໝາຍ ກັນວ່າ ຮ່າງກົດໝາຍຂອງສະພາຕ່ຳ ທີ່ຈະຖືກຮັບຜ່ານໃນວັນພະ
ຫັດມື້ນີ້ ຈະແບ່ງແຍກຫົວຂໍ້ການໂຕ້ວາທີອອກຈາກກັນ ລະຫວ່າງເລື້ອງ ກຳແພງ
ຊາຍແດນສະຫະລັດກັບເມັກຊິກໂກ ທີ່ທ່ານທຣຳຕ້ອງການ ກັບເລື້ອງ ການອັດລັດ
ຖະບານລົງນຶ່ງສ່ວນສີ່ ທີ່ປະກອບດ້ວຍພະນັກງານປະມານ 800,000 ຄົນ ຊຶ່ງບາງ
ຄົນກໍນັ່ງຢູ່ບ້ານຊື່ໆ ຫຼືບາງຄົນກໍໄປເຮັດວຽກ ໂດຍບໍ່ ໄດ້ຮັບເງີນເດືອນ.

ຮ່າງກົດໝາຍສະບັບນຶ່ງແມ່ນເພື່ອຈະຈ່າຍເງິນໃຫ້ກະຊວງຮັກສາຄວາມປອດໄພ
ພາຍໃນໄປຈົນຮອດວັນທີ 8 ກຸມພາ ປ່ອຍໃຫ້ຝ່າຍຄ້ານຄິດໄລ່ເບິ່ງວ່າ ຈະແບ່ງປັນ
ເງິນແບບໃດ ລະຫວ່າງຄວາມຮຽກຮ້ອງ ຂອງທ່ານທຣຳ 5 ພັນລ້ານໂດລາ ສຳລັບ
ກຳແພງ ກັບຂໍ້ສະເໜີຈຳນວນ 1 ພັນ 3 ຮ້ອຍລ້ານໂດລາ ຂອງພວກເດ ໂມແຄຣັດ ສຳລັບການໃຊ້ຈ່າຍເລື້ອງຄວາມປອດໄພຂອງຊາຍແດນນັ້ນ.

No Deal to End Shutdown From Trump and Lawmakers
please wait

No media source currently available

0:00 0:01:41 0:00

ສ່ວນຮ່າງກົດໝາຍອັນທີສອງ ແມ່ນຈະເປັນການໃຊ້ຈ່າຍໄປຈົນຮອດທ້າຍເດືອນ
ກັນຍາ ສຳລັບກະຊວງກະເສດ ກະຊວງຮັກສາຊັບພະຍາກອນທຳມະຊາດ ກະຊວງ
ເຄຫາສະຖານ ແລະກະ​ຊວງອື່ນໆຊຶ່ງ​ໃນປັດຈຸບັນກຳລັງຖືກອັດຢູ່ນັ້ນ.

ທ່ານທ່ານຍັງຢືນຢັດຢູ່ວ່າ ກຳແພງເປັນສິ່ງຈຳເປັນ ເພື່ອຮັບມືກັບອັນທີ່ທ່ານເອີ້ນວ່າ ເປັນຄືກັນກັບຊາຍແດນທີ່ເພພັງ ໃນຂະນະທີ່ພວກຝ່າຍຄ້ານ ເວົ້າວ່າ ກຳແພງດັ່ງກ່າວ ຈະບໍ່ມີປະສິດທິຜົນ ທັງຈະແພງຫຼາຍ.​

ທ່ານທຣຳເວົ້າວ່າ “ພວກເຮົາກຳລັງເວົ້າເຖິງ ຄວາມປອດໄພຂອງຊາດ. ອັນນີ້ບໍ່ພຽງ
ແຕ່ເປັນເລື້ອງຊາຍແດນ ມັນເປັນເລື້ອງຄວາມປອດໄພແຫ່ງຊາດ. ມັນເປັນເລື້ອງສຸ
ຂະພາບແລະເລື້ອງຢູ່ດີກິນດີ. ມັນແມ່ນທຸກສິ່ງທຸກຢ່າງ.”

ອ່ານ​ຂ່າ​ວນີ້​ເພີ້ມເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG