ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທໍານຽບຂາວກ່າວວ່າ ຄ້າຍທະຫານຂອງຕົນຢູ່ໃນອີຣັກ ຖືກໂຈມຕີ 'ຢ່າງຮຸນແຮງ' ໂດຍພວກທີ່ໜຸນຫຼັງຈາກອີຣ່ານ


ແຟ້ມຮູບ-ພາຫະນະຂອງທະຫານສະຫະລັດ ຢູ່ທີ່ຖານທັບອາກາດ ອາລ-ອາຊາດ ໃນແຂວງອັນບາ, ອີຣັກ, ວັນທີ 13 ມັງກອນ 2020. "ລູກສອນໄຟຂີປະນາວຸດ ແລະລູກຈະຫຼວດຫຼາຍລູກ" ຖືກຍິງໃສ່ໂດຍພວກຫົວຮຸນແຮງທີ່ໜຸນຫຼັງໂດຍອີຣ່ານ ໃສ່ຖານທັບອາກາດ ອາລ-ອາຊາດ ທີ່ຕັ້ງຢູ່ທາງທິດຕາເວັນຕົກຂອງອີຣັກ ໃນວັນທີ 20 ມັງກອນ 2020.
ແຟ້ມຮູບ-ພາຫະນະຂອງທະຫານສະຫະລັດ ຢູ່ທີ່ຖານທັບອາກາດ ອາລ-ອາຊາດ ໃນແຂວງອັນບາ, ອີຣັກ, ວັນທີ 13 ມັງກອນ 2020. "ລູກສອນໄຟຂີປະນາວຸດ ແລະລູກຈະຫຼວດຫຼາຍລູກ" ຖືກຍິງໃສ່ໂດຍພວກຫົວຮຸນແຮງທີ່ໜຸນຫຼັງໂດຍອີຣ່ານ ໃສ່ຖານທັບອາກາດ ອາລ-ອາຊາດ ທີ່ຕັ້ງຢູ່ທາງທິດຕາເວັນຕົກຂອງອີຣັກ ໃນວັນທີ 20 ມັງກອນ 2020.

ສະຫະລັດ​ກຳລັງ​ຖືກ​ໂຈມ​ຕີ​ຢ່າງ​ “ຮຸນ​ແຮງທີ່ສຸດ” ​ໃນ​ທ້າຍ​ອາທິດ​ແລ້ວນີ້ ໂດຍ​ພວກ​ຫົວ​ຮຸນ​ແຮງ ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີຣ່ານ ໃສ່​ຄ້າຍ​ທະ​ຫານ​ແຫ່ງ​ນຶ່ງ​ຂອງ​ກຳລັງ​ສະຫະລັດ​ຢູ່ໃນ​ອີຣັກ ທຳນຽບຂາວ​ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​.

ທ່ານຈອນ ຟາຍເນີ້ (Jon Finer) ຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວກ່າວໃນວັນອາທິດວານນີ້ ລະຫວ່າງ​ທີ່​ປາກົດໂຕໃນລາຍການ “This Week” ຂອງ​ໂທ​ລະ​ພາບ ABC ວ່າ “ມັນເປັນການໂຈມຕີທີ່ຮ້າຍແຮງຫຼາຍ, ໂດຍການນໍາໃຊ້ຄວາມອາດສາມາດຂອງລູກສອນໄຟຂີປະນາວຸດ ທີ່ເຮັດໃຫ້ເກີດໄພຂົ່ມຂູ່ທີ່ແທ້ຈິງ.”

“ພວກ​ເຮົາ​ຈະ​ຕອບ​ໂຕ້ ​ເພື່ອ​ສ້າງ​ການ​ສະກັດ​ກັ້ນ ​ຕໍ່​ສະຖານະ​ການຕ່າງໆ​ເຫຼົ່າ​ນີ້, ​ແລະ​ຈັດໃຫ້​ກຸ່ມ​ຄົນ​ເຫຼົ່າ​ນີ້​ຮັບຜິດຊອບ​ຕໍ່ການ​ສືບ​ຕໍ່​ໂຈມ​ຕີ​ພວກ​ເຮົາ” ທ່ານຟາຍເນີ້ ກ່າວຕື່ມ.

ກອງທັບສະຫະລັດເປີດເຜີຍວ່າ "ລູກສອນໄຟຂີປະນາວຸດ ແລະລູກຈະຫຼວດຫຼາຍລູກ" ຖືກຍິງໃສ່ຖານທັບອາກາດ ອາລ-ອາຊາດ (Al-Asad) ທີ່ຕັ້ງຢູ່ພາກຕາເວັນຕົກຂອງອີຣັກໃນວັນເສົາແລ້ວນີ້ ໂດຍພວກຫົວຮຸນແຮງທີ່ໜຸນຫຼັງໂດຍອີຣ່ານ, ສົ່ງຜົນເຮັດໃຫ້ຊາວອີຣັກຄົນນຶ່ງເສຍຊີວິດ ແລະສາມາດເຮັດໃຫ້ຊາວອາເມຣິກັນຫຼາຍຄົນເສຍຊີວິດໄດ້.

ທຳນຽບຫ້າ​ແຈ​ກ່າວ​ວ່າ ລູກຈະຫຼວດ​ທີ່​ຍິງ​ໃສ່​ຖານ​ທັບສ່ວນໃຫຍ່​ນັ້ນ​ ຖືກ​ສະກັດ​ກັ້ນ​ໂດຍ​ລະບົບ​ປ້ອງ​ກັນ​ອາກາດ.

ການ​ນຳ​ໃຊ້​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ໝາຍ​ເຖິງການ​ເພີ້ມຄວາມ​ຮຸນ​ແຮງຂຶ້ນ​ໃນການໂຈມ​ຕີ, ເຊິ່ງ​ໃນ​ເມື່ອ​ກ່ອນ​ແມ່ນ​ປະຕິບັດການໂຈມຕີ​ດ້ວຍ​ລູກ​ສອນ​ໄຟ ແລະເຮືອບິນບໍ່ມີຄົນຂັບ ທີ່ມີ​ເທັກ​ໂນ​ໂລ​ຈີ​ຕ່ຳ​ກວ່າ.

ທ່ານ ຟາຍເນີ້ ກ່າວວ່າ "ພວກທ່ານສາມາດຫມັ້ນໃຈໄດ້ວ່າ ພວກເຮົາກໍາລັງຖືເອົາເລື້ອງນີ້ຢ່າງຈິງຈັງ."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG