ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ທ່ານນາງ ເຈັນ ຊາກີ ໂຄສົກທຳນຽບຂາວ ມີເຊື້ອໂຄວິດ-19 ແລະໄດ້ພົບກັບ ທ່ານ ໄບເດັນ ຕອນສຸດທ້າຍ ເມື່ອວັນອັງຄານທີ່ຜ່ານມາ


ໂຄສົກທຳນຽບຂາວ ທ່ານນາງ ເຈັນ ຊາກີ ກ່າວໃນກອງປະຊຸມຖະແຫລງຂ່າວປະຈຳວັນຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ ຂອງສະຫະລັດ, ວັນທີ 26 ຕຸລາ 2021.

ໂຄສົກທຳນຽບຂາວ ທ່ານນາງເຈັນ ຊາກີ ໄດ້ຖືກກວດພົບມີເຊື້ອໄວຣັສໂຄວິດ-19 ໃນວັນອາທິດວານນີ້ ທ່ານນາງໄດ້ກ່າວໃນຖະແຫລງການສະບັບນຶ່ງ, ພ້ອມກັນນັ້ນ ທ່ານນາງກ່າວຕື່ມອີກວ່າ ທ່ານນາງໄດ້ພົບກັບປະທານາທິບໍດີ ໂຈ ໄບເດັນ ໃນຄັ້ງສຸດທ້າຍແມ່ນວັນອັງຄານທີ່ຜ່ານມາ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ທ່ານນາງຊາກີ ອາຍຸ 42 ປີ ຜູ້ທີ່ໄດ້ກ່າວຖະແຫລງວ່າ ເພິ່ນໄດ້ສັກຢາວັກຊີນແລ້ວ ແລະມີອາການບໍ່ສະບາຍເລັກນ້ອຍ, ຜູ້ກ່ຽວໄດ້ກ່າວວ່າ ລາວແລະທ່ານປະທານາທິບໍດີ ໄດ້ນັ່ງຢູ່ຂ້າງນອກຫ່າງກັນໄລຍະ 1.8 ແມັດ ແລະທັງສອງໄດ້ໃສ່ໜ້າກາກເມື່ອວັນອັງຄານທີ່ຜ່ານມາ. ທ່ານໄບເດັນ ໄດ້ຖືກກວດບໍ່ມີເຊື້ອໄວຣັສໂຄວິດ-19 ໃນວັນເສົາມື້ກ່ອນນີ້ ອີງຕາມການກ່າວຂອງບຸກຄົນທີ່ຮູ້ດີກ່ຽວກັບເລື້ອງນີ້.

ທ່ານນາງຊາກີ ໄດ້ເວົ້າວ່າ “ຂ້າພະເຈົ້າເປີດເຜີຍຜົນການກວດທີ່ເປັນບວກໃນມື້ນີ້ ກໍເນື່ອງຈາກວ່າ ຢາກໃຫ້ມີຄວາມໂປ່ງໃສ.”

ທ່ານນາງຊາກີ ເປັນໂຄສົກຫຼັກຂອງທຳນຽບຂາວ ແລະເປັນບຸກຄົນທີ່ມີຊື່ສຽງທີ່ສຸດໃນຄະນະລັດຖະບານຂອງທ່ານ ໄບເດັນ ທີ່ຮູ້ກັນວ່າໄດ້ຕິດເຊື້ອໂຄວິດ-19 ນັບຕັ້ງແຕ່ ທ່ານ ໄບເດັນ ໄດ້ເຂົ້າຮັບຕຳແໜ່ງໃນເດືອນມັງກອນ.

ທ່ານນາງ ຊາກີ ໄດ້ຕັດສິນໃຈບໍ່ເຂົ້າຮ່ວມໃນການເດີນທາງໄປນະຄອນຫຼວງໂຣມ ແລະນະຄອນຫຼວງ ກລາສໂກ ກັບທ່ານ ໄບເດັນ ໃນທ້າຍອາທິດແລ້ວນີ້ ຍ້ອນສະມາຊິກໃນຄອບຄົວຂອງທ່ານນາງກວດພົບວ່າເປັນບວກສຳລັບໄວຣັສດັ່ງກ່າວ ຊຶ່ງຫຼັງຈາກນັ້ນລາວຈຶ່ງຕ້ອງໄດ້ກັກບໍລິເວນຕົນເອງ ອີງຕາມການກ່າວຂອງທ່ານນາງເອງ.

ທ່ານນາງໄດ້ກັກຕົວມາຕັ້ງແຕ່ວັນພຸດ ແລະໄດ້ກວດຊ້ຳແລ້ວຊ້ຳອີກ ຊຶ່ງຜົນກວດອອກມາເປັນລົບ ກ່ອນໜ້າການກວດໃນວັນອາທິດວານນີ້ທີ່ອອກມາເປັນບວກ ດັ່ງທີ່ທ່ານນາງໄດ້ກ່າວ.

ທ່ານນາງຊາກີ ໄດ້ວາງແຜນທີ່ຈະກັບຄືນໄປເຮັດວຽກຫຼັງຈາກການກັກຕົວເປັນເວລາ 10 ວັນໄດ້ສິ້ນສຸດແລ້ວ ພາຍຫຼັງທີ່ການກວດຫາເຊື້ອໂຄວິດຢ່າງວ່ອງໄວອອກມາເປັນລົບ ຕາມທີ່ທ່ານນາງໄດ້ກ່າວໃນຖະແຫລງການ.

ທຳນຽບຂາວ ໄດ້ພະຍາຍາມສູ້ຊົນເພື່ອທີ່ຈະຄວບຄຸມໂຣກລະບາດດັ່ງກ່າວໃຫ້ໄດ້ ແຕ່ເນື່ອງຈາກຊາວອາເມຣິກັນຫຼາຍລ້ານຄົນ ປະຕິເສດບໍ່ຍອມສັກຢາວັກຊີນທີ່ຊ່ອຍຊີວິດໄດ້ນັ້ນ.

ທ່ານນາງ ຊາກີ ໄດ້ກ່າວໃນຕົ້ນປີນີ້ວ່າ ທ່ານ ໄບເດັນ ຜູ້ທີ່ໄດ້ສັກຢາວັກຊີນຢ່າງຄົບຖ້ວນນັ້ນແມ່ນໄດ້ກວດໂດຍທີ່ບໍ່ໄດ້ກຳນົດໄວ້ທຸກໆສອງອາທິດຕາມມາດຕະການເຝົ້າຕິດຕາມ ທີ່ທ່ານໝໍ ແຄວິນ ໂອຄອນເນີ (Kevin O’Connor) ຂອງທ່ານໄດ້ແນະນຳນັ້ນ. ທ່ານໄບເດັນ ອາຍຸ 78 ປີ ໄດ້ຮັບຢາວັກຊີນກັນໂຄວິດ-19 ຂອງບໍລິສັດຟາຍເຊີ/ໄບໂອເອັນເທັກ 3 ເຂັມ ຮວມທັງເຂັມເພີ້ມ ຫຼື booster ນຳດ້ວຍ ເມື່ອເດືອນແລ້ວນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG