ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທຳນຽບຂາວ ສົ່ງເຈົ້າໜ້າທີ່ສືບລັບລະດັບສູງ ໄປລາຍງານ ລັດຖະສະພາ ກ່ຽວກັບ ການກ່າວຫາ ເລື່ອງເງິນລາງວັນ ຂອງ ຣັດເຊຍ


ຜູ້ອຳນວຍການອົງການສືບລັບແຫ່ງຊາດ ທ່ານ ຈອນ ແຣດຄລິຟ ຍ່າງອອກຈາກຫໍລັດຖະສະພາ ຫຼັງຈາກກອງປະຊຸມລາຍງານ ກ່ຽວກັບ ຣັດເຊຍ ຕັ້ງລາງວັນໃຫ້ພວກຫົວຮຸນແຮງ ໃນການສັງຫານທະຫານ ສະຫະັດ ແລະ ພັນທະມິດໃນ ອັຟການິສຖານ. ນະຄອນຫຼວງ ວໍຊິງຕັນ. 1 ກໍລະກົດ, 2020.
ຜູ້ອຳນວຍການອົງການສືບລັບແຫ່ງຊາດ ທ່ານ ຈອນ ແຣດຄລິຟ ຍ່າງອອກຈາກຫໍລັດຖະສະພາ ຫຼັງຈາກກອງປະຊຸມລາຍງານ ກ່ຽວກັບ ຣັດເຊຍ ຕັ້ງລາງວັນໃຫ້ພວກຫົວຮຸນແຮງ ໃນການສັງຫານທະຫານ ສະຫະັດ ແລະ ພັນທະມິດໃນ ອັຟການິສຖານ. ນະຄອນຫຼວງ ວໍຊິງຕັນ. 1 ກໍລະກົດ, 2020.

ບັນດາເຈົ້າໜ້າທີ່ສືບລັບລະດັບສູງຂອງ ສະຫະລັດ ມີກຳນົດທີ່ຈະລາຍງານຕໍ່ບັນດາສະມາຊິກສະພາຄົນສຳຄັນໃນວັນພະຫັດມື້ນີ້ ກ່ຽວກັບ ສິ່ງທີ່ເຂົາເຈົ້າຮູ້ຈັກ ແລະ ສິ່ງທີ່ບໍ່ຮູ້ຈັກ ກ່ຽວກັບ ການກ່າວຫາແຜນການຈ້າງພວກຫົວຮຸນແຮງໂຈມຕີກອງກຳລັງ ອາເມຣິກັນ ແລະ ພັນທະມິດໃນ ອັຟການິສຖານ ໂດຍ ຣັດເຊຍ.

ທຳນຽບຂາວ ໄດ້ຢືນຢັນວ່າ ຜູ້ອຳນວຍການອົງການ CIA ທ່ານນາງ ຈີນາ ແຮສແປລ ແລະ ຜູ້ອຳ ນວຍການອົງການຮັກສາຄວາມປອດໄພແຫ່ງຊາດ ທ່ານ ພອລ ນາຄາຊອນ ຈະປະຊຸມກັບບັນດາສະມາຊິກຂອງກຸ່ມທີ່ຖືກເອີ້ນວ່າ ແກ່ງທີ່ ມີແປດຄົນ ຫຼື Gang of Eight.

ການປະຊຸມດັ່ງກ່າວຈະເປັນໂອກາດຄັ້ງທຳອິດ ສຳລັບບັນດາສະມາຊິກສະພາ ທີ່ຈະໄດ້ຍິນໂດຍກົງຈາກບັນດານັກສືບລັບອາວຸໂສ ກ່ຽວກັບ ລາຍງານທີ່ວ່າ ຣັດເຊຍ ໄດ້ສະເໜີເງິນລາງວັນໃຫ້ພວກຫົວຮຸນແຮງ ທີ່ເຊື່ອມໂຍງກັບກຸ່ມ ຕາລີບານ ເພື່ອແນເປົ້າໃສ່ ແລະ ສັງຫານກອງກຳລັງ ສະຫະລັດ ແລະ ພັນທະມິດ.

ຈົນຮອດດຽວນີ້, ການລາຍງານ ກ່ຽວກັບ ການກ່າວຫາດັ່ງກ່າວແມ່ນໄດ້ນຳພາ ໂດຍຜູ້ອຳນວຍ ການ ອົງການສືບລັບແຫ່ງຊາດ ທ່ານ ຈອນ ແຣດຄລິຟ, ເຊິ່ງ ແມ່ນອະດີດສະມາຊິກສະພາຕໍ່າ ສະ ຫະລັດ ຜູ້ທີ່ໄດ້ສາບານຕົນພຽງເດືອນກວ່າ ທີ່ຜ່ານມາ ພ້ອມກັບທີ່ປຶກສາດ້ານຄວາມປອດໄພແຫ່ງ ຊາດ ທ່ານ ໂຣເບີດ ໂອບຣາຍເອັນ ແລະ ທີ່ປຶກສາທຳນຽຂາວທ່ານ ມາກ ມີໂດສ໌, ທັງສອງທ່ານ ແມ່ນໄດ້ເຂົ້າຮັບໜ້າທີ່ບໍ່ເຖິງນຶ່ງປີ.

ສາມທ່ານທີ່ວ່ານັ້ນໄດ້ກ່າວຕໍ່ບັນດາສະມາຊິກສະພາຢ່າງຊໍ້າແລ້ວຊໍ້າອີກວ່າຂໍ້ມູນ ກ່ຽວກັບ ສິ່ງທີ່ຖືກກາວຫາວ່າເປັນໂຄງການສະເໜີລາງວັນຂອງ ຣັດເຊຍ ນັ້ນແມ່ນບໍ່ສາມາດໃຫ້ການຢືນຢັນໄດ້, ໂດຍປ້ອງກັນການຕັດສິນໃຈທີ່ຈະບໍ່ນຳ ເອົາຄວາມລັບດັ່ງກ່າວ ມາເປັນຈຸດສົນໃຈຂອງປະທານາທິບໍດີ ດໍໂນລ ທຣຳ.

ທ່ານ ໂອບຣາຍເອັນ ໄດ້ກ່າວຕໍ່ບັນດານັກຂ່າວທຳນຽບຂາວໃນຕອນເຊົ້າວັນພຸດ ວານນີ້ວ່າ “ຄົນຜູ້ທີ່ໄດ້ຕັດສິນກ່ອນໜ້ານີ້ວ່າ ທ່ານປະທານາທິບໍດີຄວນຖືກລາຍ ງານໃຫ້ຊາບ ກ່ຽວກັບ ເລື່ອງນີ້ໃນໂຕະປະຊຸມ, ໃນກອງປະຊຸມລາຍງານຂໍ້ມູນລັບນັ້ນ, ແມ່ນຂ້າລັດຖະການອາວຸໂສ ແລະ ລາວໄດ້ທຳການຕັດສິນໃຈນັ້ນ ຍ້ອນວ່າລາວບໍ່ມີຄວາມໝັ້ນໃຈ ກ່ຽວກັບ ຂໍ້ມູນລັບທີ່ອອກມານັ້ນ.”

ທ່ານ ໂອບຣາຍເອັນ ຍັງໄດ້ກ່າວວ່າ ທຳນຽບຂາວໄດ້ເຮັດວຽກ ກ່ຽວກັບ ການ ຕອບໂຕ້ ທີ່ອາດເປັນໄປໄດ້ຕໍ່ ຣັດເຊຍ ວ່າເຂົາເຈົ້າຄວນໃຫ້ຂໍ້ມູນລັບເພີ່ມເຕີມ ເພື່ອຄວາມໜ້າເຊື່ອຖືຂອງລາຍງານໃນເບື້ອງຕົ້ນ.

ທ່ານໄດ້ກ່າວວ່າ “ນີ້ແມ່ນການກ່າວຫາທີ່ສຳຄັນທີ່, ຖ້າມັນໄດ້ຮັບການຢືນຢັນ, ຂ້າພະເຈົ້າສາມາດຮັບປະກັນພວກທ່ານວ່າ ທ່ານປະທານາທິບໍດີ, ຈະເອົາມາດຕະການທີ່ຮຸນແຮງ. ພວກເຮົາໄດ້ເຮັດວຽກ ກ່ຽວກັບ ທາງເລືອກຕ່າງເປັນເວລາຫຼາຍເດືອນແລ້ວ.”

ແຕ່ບັນດາເຈົ້າໜ້າທີ່ຄົນອື່ນໆ, ເວລາທີ່ຖືກກົດດັນນັ້ນ, ໄດ້ປະຕິເສດທີ່ຈະອະທິບາຍ ກ່ຽວກັບ
ສິ່ງທີ່ອາດຈະເກີດຂຶ້ນຕໍ່ໄປ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG