ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທຳນຽບຂາວ ບໍ່ມອງເຫັນຊ່ອງທາງທີ່ວ່າ ປະທານາທິບໍດີ ຊີເຣຍ ທ່ານ Assad ຈະກຳອຳນາດອີກຕໍ່ໄປອີກນານ


ໂຄສົກທຳນຽບຊາວ ທ່ານ Sean Spicer ກ່າວຕໍ່ບັນດານັກຂ່າວ.
ໂຄສົກທຳນຽບຊາວ ທ່ານ Sean Spicer ກ່າວຕໍ່ບັນດານັກຂ່າວ.

ໃນ​ວັນ​ຈັນ​ວານ​ນີ້ ທຳນຽບຂາວ​ໄດ້​ກ່າວ​ຢ່າງ​ແຈ້ງ​ຂາວ ທີ່ເຫັນ​ວ່າ​ບໍ່​ມີ​ຊ່ອງທາງ​ທີ່ ປະ
ທານາທິບໍດີຊີ​ເຣຍ ທ່ານ Bashar al-Assad ສາມາດ​ກຳ​ອຳນາດ​ໄດ້​ໃນ​ລະຍະ​ຍາວ.

ທ່ານ Sean Spicer ​ໂຄສົກ​ປະທານາທິບໍດີ ດໍ​ໂນ​ລ ທຣໍາ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ
“ທ່ານບໍ່​ສາມາດ​ວາດ​ພາບ​ໄດ້​ວ່າ ມີ​ຄວາມ​ທຸ່ນທ່ຽງ ​ແລະ​ສັນຕິພາບ​ໃນ​ຊີ​ເຣຍ ຕາທ​ໃດ​
ທີ່​ Assad ຍັງ​ກຳ​ອຳນາດ​ຢູ່. ຂ້າພະ​ເຈົ້າ​ບໍ່​ຄິດ​ວ່າ​ເລື່ອງ​ດັ່ງກ່າວ​ຈະ​ເປັນ​ໄປ​ໄດ້.”

​ໂຄສົກ​ທຳນຽບຂາວ​ກ່າວ​ວ່າ ຄວາມ​ສຳຄັນ​ສຸດ​ຂອງ​ສະຫະລັດ ກໍ​ຄື​ການ​ເອົາ​ຊະນະ
ພວກນັກ​ລົບ​ລັດ​ອິສລາມຢູ່​ໃນ​ຊີ​ເຣຍ ​ແລະ​ຫລັງ​ຈາ​ການັ້ນ ຈະ“ສ້າງ​ບັນ ຍາກາດ​ແກ່​
ການ​ປ່ຽນ​ແປງ​ຕໍ່​ການ​ນຳພາ.” ທ່ານ​ກ່າວ​ວ່າ​ເປົ້າ​ໝາຍ​ອັນ​ນຶ່ງ​ກໍ​ຄື​ສິ້ນສຸດ​ການ​ຂັດ​ແຍ້​ງ
ຊຶ່ງ​ປັດຈຸບັນນີ້​ ຕົກ​ມາ​ເປັນ​ປີ​ທີ​ເຈັດ ເພື່ອສ້າງ​ບ່ອນ​ປອດ​ໄພໃຫ້ແກ່ຊາວ​ຊີ​ເຣຍທີ່​ໄດ້​ຮັບ
​ຄວາມທຸກ​ທໍລະມານ​ຈາກ​ສົງຄາມມາ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ສາມາດ​ຢູ່​ໃນ​ປະ​ເທດ ປາດ​ສະ​
ຈາກການ​ທີ່​ຈະ​ຕ້ອງ​ຫລົບໜີ​ຈາກ​ປະ​ເທດເພື່ອ​ຊອກ​ຫາ​ທີ່​ປອດ​ໄພຢູ່ບ່ອນອື່ນ.

ອາທິດແລ້​ວນີ້ ປະທານາທິບໍດີທຣໍາ ​ໄດ້​ຍິງ​ລູກ​ສອນ​ໄຟ​ໂຈມ​ຕີ​ເດີ່ນ​ເຮືອບິນ ທີ່​ບັນດາ​
ເຈົ້າ​ໜ້າ​ທີ່​ສະຫະລັດ​ເຊື່ອ​ວ່າ ຊີ​ເຣຍ​ໃຊ້​ເປັນ​ຖານ​ທັບ​ເພື່ອ​ໂຈມ​ຕີ​ພວກ​ຕໍ່​ຕ້ານ​ລະບອບ
Assad ດ້ວຍ​ອາວຸດ​ເຄມີ. ຫລາຍ​ສິບ​ຄົນ​ໄດ້​ເສຍ​ຊີວິດ ​ແລະ​ຫລາຍ​ຮ້ອຍ​ຄົນ​ໄດ້​ຮັບ​
ບາດ​ເຈັບ.

ຮູບພາບທີ່ເຜີຍແຜ່ໂດຍ ກຸ່ມຕໍ່ຕ້ານລັດຖະບານ ສື່ນມວນຊົນ Edlib.
ຮູບພາບທີ່ເຜີຍແຜ່ໂດຍ ກຸ່ມຕໍ່ຕ້ານລັດຖະບານ ສື່ນມວນຊົນ Edlib.

ທ່ານ Spicer ​ໄດ້​ອະພິ​ບາຍ​ເຖິງການ​ໃຊ້​ເດີ່ນ​ເຮືອບິນ​ເພື່ອ​ໃຊ້​ແລ່ນຂຶ້ນ “​ເປັນ​ບ່ອນ​ລີ້​
ຊ່ອນ” ຍ່ິງ​ໄປ​ກວ່າ​ນັ້ນມັນ​ຍັງ​ເປັນ​ຖານ​ທັບ​ເຣດາ ບ່ອນ​ຕື່ມ​ນໍ້າມັນ ​ແລະ​ຫລາຍ​ກວ່າ
20 ​ເປີ​ເຊັນ​ຂອງ​ບ່ອນ​ສ້​ອມ​ແປງເຮຶຶອບິນ​ໄດ້​ຖືກ​ທຳລາຍ.

ທ່ານ Spicer ກ່າວ​ວ່າ ການ​ໂຈມ​ຕີ​ຂອງ​ສະຫະລັດ​ ອາດ​ຈະ​ບໍ່​ເປັນ​ເທື່ອ​ສຸດ​ທ້າຍ.

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ກຳລັງເປີດ ອັນ​ທີ່​ອາດ​ເປັນ​ໄປ​ໄດ້​ ​ການ​ປະຕິບັດ​ງານ​ໃນ​ອາ
ນາຄົດ. ຂ້າພະ​ເຈົ້າຄິດວ່າ ​ບໍ່ພຽງ​ແຕ່​ຊີ​ເຣຍ ​ແຕ່​ອັນ​ທີ່​ໂລກ​ໄດ້​ເຫັນໃນ​ອາທິດ​ແລ້ວ​ນີ້
​ວ່າ​ເປັນ​ເທື່ອ​ທຳ​ອິດ ທີ່ໄດ້​ປະຕິບັດງານຢ່າງ​ເດັດດ່ຽວ ​ແລະ​ສົມ​ມາ​ສົມຄວນ ​ແລະ​
ມີ​ເຫດຜົນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Syria Attack
please wait
Embed

No media source currently available

0:00 0:01:38 0:00

XS
SM
MD
LG