ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ພະຍາຍາມ ຈຳກັດຮ່າງກົດໝາຍ ການຊ່ວຍເຫຼືອ COVID-19 ແລ້ວສັນຍາຈະເຈລະຈາຕໍ່ໄປ


ປະທານສະພາຕໍ່າທ່ານນາງ ແນຊີ ເພໂລຊີ ພົບປະກັບບັນດານັກຂ່າວ, ຢູ່ຫໍລັດຖະສະພາ ແຄັບປິຕອລ, ນະຄອນຫຼວງ ວໍຊິງຕັນ. 8 ຕຸລາ, 2020.
ປະທານສະພາຕໍ່າທ່ານນາງ ແນຊີ ເພໂລຊີ ພົບປະກັບບັນດານັກຂ່າວ, ຢູ່ຫໍລັດຖະສະພາ ແຄັບປິຕອລ, ນະຄອນຫຼວງ ວໍຊິງຕັນ. 8 ຕຸລາ, 2020.

ລັດຖະບານທ່ານ ທຣຳ ໃນວັນອາທິດວານນີ້ໄດ້ຮຽກຮ້ອງລັດຖະສະພາໃຫ້ຮັບຜ່ານຮ່າງກົດໝາຍການຊ່ວຍເຫຼືອໄວຣັສໂຄໂຣນາທີ່ຖືກຍົກເລີກໄປ ດ້ວຍການໃຊ້ເງິນທຶນທີ່ຍັງເຫຼືອຢູ່ຈາກໂຄງການກູ້ຢືມທຸລະກິດຂະໜາດນ້ອຍທີ່ໄດ້ໝົດອາຍຸໄປແລ້ວ, ໃນຂະນະທີ່ການເຈລະຈາ ກ່ຽວກັບ ໂຄງການທີ່ກວ້າງກວ່າໄດ້ຖືກຄັດຄ້ານ.

ຂໍ້ສະເໜີຂອງລັດຖະບານ, ເຊິ່ງພັກເດໂມແຄຣັດໄດ້ປະຕິເສດວ່າບໍ່ພຽງພໍນັ້ນ, ແມ່ນການພິກປີ້ນໃນການເຈລະຈາທີ່ຖືກຍົກເລີກແລະເປີດຄືນຄັ້ງຫຼ້າສຸດ ເພື່ອພະຍາຍາມທີ່ຈະໃຫ້ໄດ້ຮັບເງິນຊ່ວຍເຫຼືອເພີ່ມເຕີມ, ໃນຂະນະທີ່ເສດຖະກິດປະສົບຄວາມຫຍຸ້ງຍາກທີ່ຈະຟື້ນຕົວຈາກການປິດກິຈະການ ທີ່ກ່ຽວຂ້ອງກັບໄວ ຮັສໂຄໂຣນາ ທີ່ໄດ້ເຮັດໃຫ້ຊາວອາເມຣິກັນ ຫຼາຍລ້ານຄົນບໍ່ມີວຽກເຮັດງານທຳ.

ໃນຈົດໝາຍທີ່ຂຽນເຖິງບັນດາສະມາຊິກສະພານັ້ນ, ລັດຖະມົນຕີກະຊວງການເງິນທ່ານ ສະຕີເວັນ ມະນູຊິນ ແລະ ທີ່ປຶກສາທຳທຽບຂາວທ່ານ ມາກ ເມໂດສ໌ ໄດ້ກ່າວວ່າເຂົາເຈົ້າຈະສືບຕໍ່ເຈລະຈາກັບຜູ້ນຳສະພາສູງພັກເດໂມແຄຣັດ ທ່ານ ຈັກ ຊູເມີ ແລະ ປະທານສະພາຕໍ່າ ທ່ານນາງ ແນນຊີ ເພໂລຊີ ເພື່ອພະຍາຍາມບັນລຸຂໍ້ຕົກລົງ ກ່ຽວກັບ ຮ່າງກົດໝາຍຮອບດ້ານ.

ແຕ່ເຂົາເຈົ້າໄດ້ກ່າວວ່າ ລັດຖະສະພາຄວນ “ລົງຄະແນນສຽງໃນທັນທີ” ກ່ຽວກັບ ກົດໝາຍນິຕິບັນ ຍັດ ເພື່ອເຮັດໃຫ້ສາມາດນຳໃຊ້ເງິນທຶນຂອງໂຄງການປົກປ້ອງເງິນເດືອນທີ່ບໍ່ໄດ້ຖືກໃຊ້, ເຊິ່ງມີມູນຄ່າທັງໝົດ 130 ຕື້ໂດລາ.

ເຂົາເຈົ້າໄດ້ຂຽນວ່າ “ວິທີການໄດ້ໝົດ ຫຼື ບໍ່ໄດ້ຫຍັງດັ່ງກ່າວ ແມ່ນການຕອບສະໜອງທີ່ບໍ່ສາມາດຮັບໄດ້ຕໍ່ປະຊາຊົນ ອາເມຣິກັນ.”

ໂຄສົກຂອງທ່ານນາງ ເພໂລຊີ, ເຊິ່ງແມ່ນຜູ້ນຳໜ້ານັກເຈລະຈາຂອງພັກເດໂມ ແຄຣັດນັ້ນ, ບໍ່ໄດ້ອອກມາຕອບຕໍ່ການຂໍຄຳເຫັນໃນທັນທີ.

ສະມາຊິກສະພາຕໍ່າ, ທ່ານນາງ ນີຕ້າ ໂລວີ, ປະທານຄະນະກຳມະການຈັດສັນສະພາຕໍ່າພັກເດໂມແຄຣັດ, ໄດ້ປະຕິເສດຂໍ້ສະເໜີຂອງລັດຖະບານໃນຖະແຫຼງການສະບັບນຶ່ງໃນຕອນແລງວັນອາທິດວານນີ້ວ່າມັນ “ບໍ່ພຽງພໍຢ່າງແຮງ.”

ທ່ານນາງ ໂລວີ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ພວກເຮົາຈະສາມາດເປີດເສດຖະກິດຂອງພວກເຮົາຄືນ ແລະ ກຳນົດພື້ນຖານສຳລັບການຟື້ນຟູທີ່ແຂງແກ່ນໄດ້ ຖ້າພວກເຮົາສະໜັບສະໜູນລັດ ແລະ ລັດຖະບານໃນທ້ອງຖິ່ນທີ່ຢູ່ໃນແຖວໜ້າຂອງວິກິດການນີ້.”

ໂຄສົກທຳນຽບຂາວທ່ານ ບຣາຍອັນ ມໍເກັນສເຕີນ ໄດ້ກ່າວຕໍ່ບັນດານັກຂ່າວວ່າເງິນທຶນທີ່ບໍ່ໄດ້ຖືກໃຊ້ນັ້ນ ຈະຖືກໃຊ້ເພື່ອເປີດຄືນໂຄງການປົກປ້ອງເງິນເດືອນ, ເຊິ່ງໄດ້ໝົດອາຍຸໄປໃນຕົ້ນປີນີ້, ເພື່ອເຮັດໃຫ້ “ທຸລະກິດຕ່າງໆໄດ້ສືບຕໍ່ໃຊ້ມັນ ເພື່ອເຮັດໃຫ້ພະນັກງານຂອງເຂົາເຈົ້າມີວຽກເຮັດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG