ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ຮ້ອງຂໍງົບປະມານ ຫຼາຍກວ່າ 1 ພັນ 8 ຮ້ອຍ ລ້ານໂດລ່າ ​ເພ​ື່ອຕໍ່ສູ້​ກັບໄວຣັສ Zika


ພະນັກງານສາທາລະນະ​ສຸກ ທີ່ສະ​ຖາ​ບັນ Fiocruz ທີ່​ເກັບ​ກຳ​ຍຸງ​ລາຍ Aedes ທີ່​ຈະ​ນຳ​ໄປ​ໃຊ້​ໃນ​ການ​ທົດ​ລອງ, ​ໃນ​ເມືອງ Recife, ລັດ Pernambuco, Brazil, 27 ມັງກອນ, 2016.
ພະນັກງານສາທາລະນະ​ສຸກ ທີ່ສະ​ຖາ​ບັນ Fiocruz ທີ່​ເກັບ​ກຳ​ຍຸງ​ລາຍ Aedes ທີ່​ຈະ​ນຳ​ໄປ​ໃຊ້​ໃນ​ການ​ທົດ​ລອງ, ​ໃນ​ເມືອງ Recife, ລັດ Pernambuco, Brazil, 27 ມັງກອນ, 2016.

ປະທານາທີບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ຮ້ອງຂໍງົບ
ປະມານສຸກເສີນຈາກລັດ ຖະສະພາ ໃນຈຳນວນເງິນຫຼາຍກວ່າ
1 ພັນ 8 ຮ້ອຍລ້ານໂດລ່າ ໃນການຮັບມືກັບການລະບາດຂອງ
​ເຊື້ອ​ໄວ​ຮັສ Zika ໃນສະຫະລັດ ແລະປະເທດອື່ນໆ.

ເຈົ້າໜ້າທີ່ສະຫະລັດສະຫະລັດ ກ່າວວ່າກອງທຶນດັ່ງກ່າວ ຈະເປັນ
ປັດໄຈສຳຄັນ ໃນການພັດທະນາວັກຊີນ ການວິນິດໄສໂຣກທີ່​ມີ
​ປະສິດ​ທິຜົນ​ຫຼາຍຂຶ້ນ ແລະການຄົ້ນຄວ້າກ່ຽວ​ກັບກໍ​ລະ​ນີທີ່ສົງໄສ
ວ່າ ມີເຊື່ອມໂຍງລະຫວ່າງ​ເຊື້ອ​ໄວ​ຣັສ Zika ແລະໂຣກຫົວລີບ
ຫຼື microcephaly ຊຶ່ງ​ເປັນສະພາບທີ່ເດັກນ້ອຍທາຣົກມີຫົວ
ກະໂຫລກແລະການ ພັດທະນາທາງສະໝອງທີ່ຜິດປົກກະຕິນັ້ນ.

ໃນຖະ​ແຫຼງການ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນວັນຈັນວານນີ້ ທຳນຽບຂາວກ່າວວ່າ ​ເງິນທຶນດັ່ງກ່າວນີ້
ຍັງຈະສາມາດ “ສົ່ງເສີມຍຸດທະສາດທີ່ສຳຄັນໃນການຕໍ່ສູ້ກັບໄວຣັສ” ຕົວຢ່າງເຊັ່ນ ໂຄງການ
ຕ່າງໆໃນການຄວບຄຸມຍຸງ ແລະໃຫ້ບໍລິການ​ໃນ​ດ້ານ​ອະມາໄມ ແລະໃຫ້ການອູ້ຊູແກ່ພວກແມ່
ມານທີ່ທຸກຍາກນັ້ນ.

ສູນກາງຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດ ໄດ້ມີລາຍງານ​ເຖິງ 50 ກໍລະນີທີ່​ໄດ້​ຮັບການໄດ້ຢືນຢັນຈາກຫ້ອງທົດລອງແລ້ວ ໃນບັນດາພວກທີ່ເດີນທາງ ໃນຮອບ 2 ເດືອນ
ຜ່ານ​ມາ.

​ເຊື້ອໄວຣັສ Zika ແມ່ນຕິດແປດ ໂດຍຖືກຍຸງກັດ ຂອງພວກຍຸງລາຍ​ຊະນິດ​ຕ່າງໆ​ແລະພວກ
ນັກວິໄຈໄດ້ຄົ້ນພົບຫຼັກຖານ​ຂັ້ນຕົ້ນທີ່ສະແດງໃຫ້ເຫັນວ່າ ມັນສາມາດຕິດແປດຜ່ານ ການມີ
ເພດສຳພັນນຳ ຊຶ່ງມັນບໍ່ໄດ້ສະແດງອາການອອກແຕ່ຢ່າງໃດ ໃນ 80 ເປີເຊັນຂອງພວກທີ່
ຕິດແປດນີ້.
​ເຊ​ີນຊົມ ດຣ. Fauci ​ເວົ້າ​ເຖິງໄວຣັສ ໃນການແຂ່ງຂັນ ໂອລິມປິກ ຢູ່ນະຄອນ Rio:

Dr. Anthony Fauci speaks about Zika virus at a White House briefing
please wait

No media source currently available

0:00 0:01:16 0:00


ເຖິງຢ່າງ​ໃດ​ກໍ​ຕາມ ການແຜ່ລະບາດຢ່າງໃຫຍ່ຂອງໄວຣັສ ໃນອາເມຣິກາລາຕິນ ແລະ​ເຂດ​ທະ​ເລ Caribbean ພ້ອມກັບການກຳເນີດຂອງທາຣົກທີ່ມີຫົວລີບນັ້ນ ໄດ້ນຳໄປສູ່ການ
ຖົກຖຽງກັນທາງດ້ານວິທະຍາສາດຢ່າງແຜ່ກວ້າງວ່າ​ເຊື້ອໄວຣັສນີ້ ຈະສົ່ງຜົນໃຫ້ມີການ
ພັດທະ ນາຂອງເດັກທາລົກ ທີ່ບໍ່ສົມປະກອບ ຊຶ່ງຈະພາໃຫ້ພວກເດັກທາລົກມີຮູບຮ່າງບໍ່​ສົມປະກອບ ແລະພິການ. ແລະພໍ່ແມ່ຂອງພວກເຂົາເຈົ້າກໍຈະສິ້ນຫວັງ.

ທຳນຽບຂາວຂ່າວກ່າວ​ໃນ​ການ​ຮ້ອງ​ຂໍວ່າ “ພວກເຮົາຕ້ອງໄດ້ດຳ​ເນີນ​ງານຢ່າງຈິງຈັງແລະ
ຮີບດ່ວນ ​ເພື່​ອສືບສວນການແຜ່ລະລາດຂອງໂຣກນີ້ ແລະຫລຸດຜ່ອນ​ການລະ​ບາດ​ໃຫ້​ໄດ້ຜົນທີ່ດີ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້ ​ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລາມ​ຂອງ​ເຊື້ອ​ໄວ​ຮັສນີ້.”

XS
SM
MD
LG