ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ບໍ່ໃຫ້ຄໍາເຫັນແນວໃດ ຕໍ່ຂ່າວທີ່​ວ່າ ຕົນເອົາ​ຄວາມ​ລັບ ໃຫ້​ ທ່ານ Nunes


 ທ່ານ Sean Spicer ​ໂຄ​ສົກ​ຂອງ​ປະທານາທິບໍດີ​ກ່າວ​ຕໍ່ນັກ​ຂ່າວ ໃນ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ປະ​ຈໍາ​ວັນ ໃນວັນ​ພະຫັດ​ວານ​ນີ້ ວັນທີ 30 ມີາ 2017 ທີ່ທໍານຽບຂາວ
ທ່ານ Sean Spicer ​ໂຄ​ສົກ​ຂອງ​ປະທານາທິບໍດີ​ກ່າວ​ຕໍ່ນັກ​ຂ່າວ ໃນ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ປະ​ຈໍາ​ວັນ ໃນວັນ​ພະຫັດ​ວານ​ນີ້ ວັນທີ 30 ມີາ 2017 ທີ່ທໍານຽບຂາວ

ຄະນະລັດຖະບານ​ຂອງ​ທ່ານ Trump ປະຕິ​ເສດ​ທີ່​ຈ​ະ​ໃຫ້​ຄໍາ​ເຫັນ​ໃດໆ ຕໍ່ລາຍ​ງານ
ສະບັບ​ນຶ່ງ​ທີ່​ວ່າ ​ມີຫລາຍ​ຄົນ​ເວົ້າວ່າ ເຈົ້າໜ້າທີ່ໃນທໍານຽບຂາວສອງ​ຄົນ ​ໄດ້​ເອົາ
​ຄວາມ​ລັບ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ທີ​ມ​ງານໂອນ​ອໍານາດ ຂອງ​ປະທານາທິບໍດີ Trump
ຖືກ​ພົບ​ເຫັນ ​ຢູ່​ໃນຂະ​ບວນ​ການ​ກວດກາ​ຕິດຕາມ​ເບິ່ງ ການ​ເຄື່ອນ​ໄຫວ​ຂອງ​ຄົນ​ຕ່າງ
ປະ​ເທດ ​ແບບ​ບັງ​ເອີນ ​ໂດຍ​ອົງການ​ສືບ​ລັບ​ຂອງ​ສະຫະລັດ.

ໜັງສື​ພິມ New York Times ລາຍ​ງານ​ວ່າ “ເຈົ້າໜ້າທີ່” ທໍານຽບຂາວ​ດັ່ງກ່າວນັ້ນ
ກໍ​ຄື ທ່ານ Ezra Cohen-Waltnick ອໍານວຍ​ການ​ອາວຸ​ໂສ ຂອງ​ສະພາ​ຄວາມໝັ້ນ
ຄົງ​ແຫ່ງ​ຊາດ​ ​ແລະ​ທ່ານ Michael Ellis ທະນາຍຄວາມ​ປະ​ຈໍາ​ຫ້ອງການທີ່​ປຶກສາ​ຂອງທໍານຽບຂາວ.

ເມື່ອຖືກຖາມ​ກ່ຽວກັບ​ລາຍ​ງານ​ດັ່ງກ່າວ ​ໃນ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ປະ​ຈໍາ​ວັນໃນ
​ວັນ​ພະຫັດ​ວານ​ນີ້ ທ່ານ Sean Spicer, ​ໂຄ​ສົກ​ຂອງ​ປະທານາທິບໍດີ​ກ່າວ​ຕໍ່ນັກ​ຂ່າວ
​ວ່າ “ພວກ​ເຮົາ​ຈະ​ບໍ່​ເລີ້ມ​ໃຫ້​ຄໍາ​ເຫັນ​ຫຍັງ​ຕໍ່ຂ່າວທີ່​ບໍ່ບອກ​ແຫ​ລ່ງທີ່ມາ​ຂອງ​ມັນ.”

ທ່ານ Devin Nunes ປະທານກຳມະການ​ສືບ​ລັບຂອງ​ສະພາ​ຕໍ່າ ​ໄດ້​ພົບ​ກັບ​ແຫ​ລ່ງ
ຂ່າວ​ຜູ້​ນຶ່ງ ຢູ່​ໃນເຂດ​ທໍານຽບຂາວ​ກ່ອນໜ້າທີ່​ທ່ານ​ໄດ້​ເປີດ ​ເຜີຍ​ກ່ຽວກັບ​ບົດ​ລາຍ​ງານ
​ ດ້ານ​ສືບ​ລັບ​ໃນ​ອາທິດ​ແລ້ວນີ້ ທີ່​ເວົ້າວ່າ ​ທີມງານ​ໂອນ​ອໍານາດຂອງ​ທ່ານ Donald
Trump ຖືກ​ພົບ​ເຫັນ ​ຢູ່​ໃນ​ບົດກວດກາ​ຕິດຕາມ​ເບິ່ງ​ການ​ເຄື່ອນ​ໄຫວ​ຂອງ​ຄົນ​ຕ່າງ
ປະ​ເທດ​ແບບ​ບັງ​ເອີນອີງ​ຕາມ​ຄໍາ​ເວົ້າຂອງ​ທ່ານ Jack Langer, ​ໂຄສົກ​ຂອງ​ທ່ານ​ເອງ.
ທ່ານ Langer ​ກ່າວ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ວ່າ ທ່ານ Nunes ຢາກ​ໃຫ້ “ຢູ່ໃກ້​ກັບສະ
ຖານ​ທີ່​ ທີ່​ຮັບປະກັນຄວາມ​ລັບ ທີ່​ທ່ານ​ສາມາດ​ເບິ່ງຂໍ້​ມູນ​ທີ່​ແຫ​ລ່ງດັ່ງກ່າວເອົາ​ໃຫ້ນັ້ນ​ໄດ້.”

ກ່ອນໜ້ານີ້ ທ່ານ Nunes ບໍ່ຍອມ​ບອກ​ວ່າ ທ່ານ​ໄດ້​ພົບ​ແຫ​ລ່ງ​ໃຫ້​ຂໍ້​ມູນ​ແກ່​ທ່ານ​ນັ້ນ
ຢູ່​ໃສ ​ແລະ​ກໍບໍ່​ເປີດ​ເຜີຍ​ຊື່​ຂອງ​ຜູ້​ເປັນແຫ​ລ່ງ​ຂໍ້​ມູນນັ້ນ.

ທ່ານ Nunes ​ໄດ້ເວົ້າກັບບັນດາ​ນັກ​ຂ່າວ ​ແລະ​ປະທານາທິບໍດີ ​ກ່ຽວກັບ ວັດຖຸທີ່​ເປັນ
ຂໍ້​ມູນນັ້ນ ​ໃນ​ອາທິດ​ແລ້ວນີ້ ​ໂດຍ​ທີ່​ບໍ່​ໄດ້ແຈ້ງ​ໃຫ້​ສະ ມາຊິກ​ຄົນ​ອື່ນ​ໃນກໍາມະການ​ສືບ
​ລັບ​ຂອງ​ສະພາ​ຕໍ່າຈໍານວນ 21 ທ່ານ​ນັ້ນຊາບ​ນໍາ ຊຶ່ງ​ໄດ້​ເຮັດ​ໃຫ້​ບັນດາ​ສະມາຊິກ​ສັງ
ກັດ​ພັກ​ເດ​ໂມ​ແຄຣັດ ບໍ່ພໍ​ໃຈ​ຕໍ່ຄະນະ​ກໍາມະການ ທີ່​ມີ​ຄໍາ​ຖາມ ​ຕໍ່ຄວາມໜ້າ​ເຊື່ອ​ຖື​ຂອງ​
ທ່ານ Nunes. ທ່ານ Nunes ​ເອງ​ກໍ​ໄດ້​ກ່າວ​ຂໍ​ຄະ​ມາ​ໂທດ​ຕໍ່ ຄະນະ​ກໍາມະການ​ໃນ​
ເວລາ​ຕໍ່ມາ​ທີ່​ບໍ່​ໄດ້​ແຈ້ງ​ໃຫ້​ເຂົາ​ເຈົ້າຮູ້​ກ່ອນກ່ຽວກັບ​ຂໍ້​ມູນ​ດັ່ງກ່າວ ນັ້ນ.

ບົດ​ລາຍ​ງານ​ທີ່​ເວົ້າວ່າ ເຈົ້າໜ້າທີ່ໃນທໍານຽບຂາວ​ໄດ້​ຊ່ວຍ​ເຫລືອ​ໃນ​ການ​ເປີດ​ເຜີຍ​
ບົດ​ລາຍ​ງານການ​ສືບລັບ ມີ​ທ່າ​ອ່ຽງວ່າ ​ຈະ​ກໍ່ໃຫ້​ເກີດ​ຕິຕຽນ​ເພີ້ມຂຶ້ນວ່າ​ທ່ານ Nunes,
​ອະດີດ​ເຈົ້າໜ້າທີ່ ​ໃນ​ຄະນະໂຄສະ ນາ​ຫາ​ສຽງ​ແກ່​ທ່ານ Trump ຜູ້​ນຶ່ງ​ນັ້ນ ຢາກ​ຈະ​
ຊ່ວຍເຫລືອ ຄະນະ​ລັດຖະບານ​ຂອງທ່ານ Trump ຫລາຍ​ເກີນ​ໄປ ​ແທນ​ທີ່​ຈະ​ດໍາ​
ເນີນການ​D

ອ່ານຂ່າວນີ້ເພີ້ມອີກເປັນພາສາອັງກິດ

XS
SM
MD
LG