ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທໍານຽບຂາວ ກ່າວວ່າ ປ. ທຣໍາ ກະກຽມ ທີ່ຈະໃຊ້ກົດໝາຍ ວ່າດ້ວຍການກໍ່ກະບົດ


ປະທານາທິບໍດີດໍໂນລ ທຣໍາ
ປະທານາທິບໍດີດໍໂນລ ທຣໍາ

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ “ມີອຳນາດແຕ່ພຽງຄົນດຽວທີ່ຈະ ນຳໃຊ້
ກົດໝາຍວ່າດ້ວຍການກໍ່ກະບົດ” “ແລະ” ຖ້າຫາກມີຄວາມຈຳເປັນ ທ່ານ ກໍຈະໃຊ້ມັນ”
ນັ້ນຄຳເວົ້າໂຄສົກທໍານຽບຂາວ ທ່ານນາງເຄເລ ແມັກອີນານີ ໄດ້ ກ່າວຕໍ່ບັນດານັກຂ່າວ
ໃນຕອນບ່າຍວັນພຸດວານນີ້.

ກ່ອນໜ້ານັ້ນ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານມາກ ແອສ ເປີ
ກ່າວວ່າ “ທາງເລືອກ ທີ່ຈະໃຊ້ກຳລັງທະຫານປະຈຳການ ໃນບົດບາດການ ບັງຄັບໃຊ້
ກົດໝາຍນັນ ຄວນຈະຖືກນຳໃຊ້ສໍາລັບເປັນທາງເລືອກສຸດທ້າຍ ແລະ ເປັນ ເລື້ອງທີ່ຮີບ
ດ່ວນຢູ່ໃນສະຖານະການທີ່ຮ້າຍແຮງສຸດເທົ່ານັ້ນ.”

ທ່ານແອສເປີ ກ່າວເພີ້ມວ່າ “ພວກເຮົາບໍ່ໄດ້ຢູ່ໃນສະຖານະການເຫຼົ່ານັ້ນເທື່ອໃນ ປັດຈຸ
ບັນ. ຂ້າພະເຈົ້າບໍ່ສະໜັບສະໜຸນ ໃຫ້ນຳໃຊ້ ກົດໝາຍວ່າດ້ວຍການກໍ່ກະບົດ

ກົດໝາຍຂອງລັດຖະບານກາງ ສະບັບປີ 1807 ອະນະນຸດໃຫ້ປະທານາທິບໍດີ ຊຶ່ງໃນ
ສະພາບການທີ່ຮ້າຍແຮງສຸດນັ້ນ ສົ່ງກຳລັງທະຫານແລະກຳລັງຮັກສາດີິນ ແດນຂອງ
ລັດຖະບານກາງ ຢູ່ພາຍໃນປະເທດ ໄປປາມປາມ ຄວາມບໍ່ສະຫງົບ ຂອງພົນລະເຮືອນ
ການລຸກຮືຂຶ້ນ ແລະ ການກໍ່ກະບົດໄດ້.

ທ່າມກາງລາຍງານໃນຄຳເວົ້າຂອງລັດຖະມົນຕີປ້ອງກັນປະເທດໄດ້ເຮັດໃຫ້ປະ ທານາ
ທິບໍດີໂກດແຄ້ນ ແລະບັນດາເຈົ້າໜ້າທີ່ຂັ້ນສູງທຳນຽບຂາວ ໂຄສົກທໍາ ນຽບຂາວໄດ້ຖືກ
ຖາມວ່າ ທ່ານທຣໍາຍັງມີຄວາມເຊື່ອໝັ້ນໃນສະມາຊິກຄະນະ ລັດຖະບານທີ່ສຳຄັນ
ຂອງທ່ານ ຢູ່ທຳນຽບຫ້າແຈຢູ່ບໍ.

ທ່ານນາງແມັກອີນານີຕອບວ່າ “ເທົ່າເຖິງປັດຈຸບັນນີ້ ທ່ານແອັສເປີ ຍັງເປັນລັດຖະມົນຕີ
ແອັສເປີຢູ່.” ຄຳຕອບທີ່ບໍ່ຕື່ນເຕັ້ນນັ້ນຍິ່ງເຮັດໃຫ້ມີການຄາດຄະເນກັນ ວ່າ ລັດຖະມົນຕີ
ປ້ອງກັນປະເທດ ໃນບໍ່ຊ້ານີ້ ອາດຈະຖືກປະທານາທິບໍດີຂໍໃຫ້ ລາອອກຈາກຕຳແໜ່ງ.

ໃນບໍ່ເທົ່າໃດມື້ທີ່ຜ່ານມານີ້ ປະທານາທິບໍດີທຣໍາໄດ້ສະເໜີແນະໃຫ້ໃຊ້ກຳລັງ ຮັກສາດິນ
ແດນແຫ່ງຊາດ ຊຶ່ງໂດຍທົ່ວໄປແລ້ວຢູ່ພາຍໃຕ້ການຄວບຄຸມຂອງ ລັດ ບໍ່ແມ່ນລັດຖະ
ບານກາງຍົກເວັ້ນຢູ່ໃນນະຄອນຫຼວງວໍຊິງຕັນ ເພື່ອຢຸດການ ທັບມ້າງ ແລະລັກເຄື່ອງຂອງ
ຢູ່ຕາມເມືອງຕ່າງໆ ໃນທົ່ວປະເທດ.

ໂດຍເນັ້ນໜັກເຖິງ “ກົດໝາຍແລະກົດລະບຽບ” ປະທານາທິບໍດີ ໄດ້ຮຽກຮ້ອງ ໃຫ້ບັນດາ
ຜູ້ປົກຄອງລັດ ໃຊ້ກຳລັງຮັກສາດິນແດນເພື່ອສັ່ງການຂອງເຂົາເຈົ້າ. ທ່ານໄດ້ຮ້ອງບັນດາ
ຜູ້ປົກຄອງລັດວ່າ “ອ່ອນແອ” ມີຄວາມລັ່ງເລໃຈ ທີ່ຈະສັ່ງ ກຳລັງຮັກສາດິນແດນຮອບມື
ກັບພວກປະທ້ວງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG