ທໍານຽບຂາວ ກ່າວໃນວັນພະຫັດວານນີ້ວ່າ ມັນແມ່ນ
“ຫລັກຖານໃນຕົວ” ທີ່ການໂຈມຕີກົງສຸນສະຫະລັດ
ໃນອາທິດແລ້ວນີ້ ຢູ່ທີ່ເມືອງ Benghazi ປະເທດ
ລີເບຍ ແມ່ນການໂຈມຕີຂອງ “ພວກກໍ່ການຮ້າຍ.”
ໂຄສົກທໍານຽບຂາວ ທ່ານ Jay Carney ໄດ້ກ່າວຍໍ້າຄືນ ຄໍາເວົ້າຂອງຜູ້ອຳ ນວຍການສູນກາງຕໍ່ຕ້ານພວກກໍ່ການຮ້າຍແຫ່ງຊາດ ທ່ານ Matthew Olsen ທີ່ໄດ້ໃຫ້ການຕໍ່ຄະນະກໍາມະການສະພາສູງ ໃນວັນພຸດຜ່ມານນີ້ວ່າ ຄວາມຮຸນແຮງດັ່ງກ່າວແມ່ນ “ການສວຍໂອກາດໂຈມຕີ” ທີ່ “ຄ່ອຍໆ ເພີ້ມທະວີຂື້ນໃນໄລຍະຫຼາຍໆຊົ່ວໂມງ.”
ໃນການປະກົດຕົວຕໍ່ໂທລະພາບພາສາສະເປນ Univision ຂອງສະຫະລັດໃນວັນພະຫັດວານນີ້ ປະທານາທິບໍດີ Barack Obama ກ່າວວ່າ ການສືບສວນກ່ຽວກັບການໂຈມຕີຍັງດໍາເນີນຢູ່ຕໍ່ໄປ. ທ່ານບໍ່ໄດ້ໃຫ້ຄວາມເຫັນທີ່ເຈາະຈົງກ່ຽວກັບຂໍ້ມູນລັບ ຫລືລາຍລະອຽດໃດໆ ແຕ່ໄດ້ກ່າວວ່າ ຍັງບໍ່ທັນຮູ້ເທື່ອວ່າ ພວກກໍ່ການຮ້າຍ al-Qaida ມີສ່ວນພົວພັນໃນເລື່ອງນີ້ຫຼືບໍ່.
ທ່ານ Obama ກ່າວວ່າ ພວກຫົວຮຸນແຮງຈັດ ໄດ້ໃຊ້ ໃນອັນທີ່ທ່ານຮ້ອງວ່າ ການປະ
ທ້ວງ ທໍາມະດາ ຕໍ່ຕ້ານຮູບເງົາໝິ່ນປະໝາດອິສລາມເພື່ອເປັນຂໍ້ແກ້ຕົວ ທີ່ຈະທໍາຮ້າຍຜົນປະໂຫຍດຂອງສະຫະລັດ.
ການໂຈມຕີທີ່ເມືອງ Benghazi ໄດ້ສັງຫານ ເອກອັກຄະລັດຖະທູດສະຫະລັດ ປະຈໍາລີເບຍ ທ່ານ Christopher Stevens ແລະນັກການທູດ ອີກສາມຄົນ. ລັດຖະມົນຕີການຕ່າງປະເທດ ທ່ານນາງ Hillary Clinton ໄດ້ກ່າວວ່າ ກະຊວງການຕ່າງປະເທດ ບໍ່ໄດ້ຮັບຂ່າວສືບລັບທີ່ເຕືອນລ່ວງໜ້າກ່ຽວກັບການ ໂຈມຕີ ຫລືການວາງແຜນໂຈມຕີທີ່ອາດມີຂຶ້ນນັ້ນ.
ນອກນັ້ນຍັງໄດ້ມີການປະທ້ວງທີ່ຮ້າຍແຮງຕໍ່ຕ້ານຮູບເງົາເລື່ອງນີ້ຢູ່ຕາມສະຖານ ທູດສະຫະລັດໃນປະເທດຕ່າງໆ ໃນຕາເວັນອອກກາງແລະແຫ່ງອຶ່ນໆ.