ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທຳນຽບຂາວ ກ່າວວ່າ ປັດຈຸບັນ ບໍ່ແມ່ນເວລາ ທີ່ຈະໂອ້ລົມ ກັບ ເກົາຫຼີເໜືອ


ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ Rex Tillerson ຟັງ ປະທານທິບໍດີ ດໍໂນລ ທຣໍາ ກ່າວລະຫວ່າງກອງປະຊຸມ ຄະນະບໍລິຫານ ທີ່ທຳນຽບຂາວ.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ Rex Tillerson ຟັງ ປະທານທິບໍດີ ດໍໂນລ ທຣໍາ ກ່າວລະຫວ່າງກອງປະຊຸມ ຄະນະບໍລິຫານ ທີ່ທຳນຽບຂາວ.

ທຳນຽບຂາວ ​ກ່າວ​ວ່າ ຕົນມີ​ຄວາມ​ສົນ​ໃຈ​ ທີ່ຈະສົນທະນາ ກັບ​ເກົາຫລີ​ເໜືອ ຖ້າ​ຫາກ
​ມັນກ່ຽວ​ກັບ​ການ​ປ່ອຍ​ໂຕ​ຊາວ​ອາ​ເມຣິກັນ​ສາມ​ຄົນ​ທີ່​ຖືກ​ກັກ​ຂັງ​ຢູ່​ທີ່​ພຽງ​ຢາງ​ເທົ່າ​ນັ້ນ.

ຖ​ະ​ແຫລ​ງການ​ດັ່ງກ່າວມີ​ຂຶ້ນ​ນຶ່ງ​ມື້ ຫລັງ​ຈາກລັດຖະມົນ​ຕີ​ຕ່າງປະ​ເທດ​ສະຫະລັດ
ທ່ານ Rex Tillerson ​ໄດ້​ເປີດ​ເຜີຍ​ວ່າ​ ສະຫະລັດຍັງ​ມີ​ຊ່ອງ​ທາງ​ໂດຍ​ກົງ​ ໃນ ການ​ຕິດ
ຕໍ່​ກັບ​ເຈົ້າ​ໜ້າ​ທີ່​ເກົາຫລີ​ເໜືອ ​ແລະ​ພວກ​ເຈົ້າ​ໜ້າ​ທີ່​ສະຫະລັດກຳລັງ​ຊອກ​ຫາ​ຊ່ອງ​ທາງ​
ໃນການ​ສົນທະນາ​ໂອ້​ລົມ.

​ແຕ່​ບໍ່​ເທົ່າຊົ່ວ​ໂມງ​ຕໍ່​ມາການ​ໃຫ້​ຄວາມ​ເຫັນຂອງ​ທ່ານ Tillerson ​ກໍ​ໄດ້​ມີ​ນ້ຳໜັກຫລຸດ
ລົງຍ້ອນປະທານາທິບໍດີ​ດໍ​ໂນ​ລ ທຣໍາ ​ໄດ້​ກ່າ​ວວ່າ ທ່ານ Tillerson “​ເສຍ​ເວລາ​ຂອງ​
ທ່ານ” ​ທີ່​ຈະໂອ້​ລົມ​ກັບ​ພຽງ​ຢາງ.

​ເຖິງ​ແມ່ນປະທານາທິບໍດີ​ທຣໍາໄດ້​ໃຫ້​ຄວາມ​ເຫັນ​ດັ່ງກ່າວ​ກໍ​ຕາມ ແຕ່ທຳນຽບຂາວ ໄດ້
ກ່າວໃນ​ວັນ​ຈັນ​ວານ​ນີ້​ວ່າ ປະທານາທິບໍດີ​ຍັງ​ມີ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ທ່ານ
Tillerson​ ຢູ່.

ເມື່ອ​ມີ​ການຖາມ ​ຢູ່​ໃນ​ກອງ​ປະຊຸມ​ຖ​ະ​ແຫຼງຂ່າວ​ປະຈຳ​ວັນ ກ່ຽວ​ກັບ​ຄຳ​ເວົ້າຂອງ ທ່ານ
Tillerson ນັ້ນ ​ໂຄສົກ​ທຳນຽບຂາວ ທ່ານ​ນາງ Sarah Huckabee Sanders ກ່າວ​
ວ່າ “ປັດຈຸບັນ​ ບໍ່​ແມ່ນ​ເວລາ​ທີ່​ຈະ​ກ່າວເຖິງ​ເລື່ອງ​ນີ້.”

“ການ​ສົນທະນາ​ຢ່າງ​ດຽວ​ທີ່ໄດ້ມີ​ຂຶ້ນ ຫລື​ອາດ​ມີ​ຂຶ້ນ ຈະ​ແມ່ນ​ການ​ນຳ​ເອົາ​ຊາວ​ອາ​ເມ
ຣິກັນກັບ​ຄືນມາ ຜູ້​ທີ່​ໄດ້​ຖືກ​ກັກ​ຂັງ ​ຄື​ກັນ​ກັບ ທ້າວ Otto Warmier ມື້​ລາງ​ນັກ​ສຶກສາ
​ສະຫະລັດ ນັ້ນ​ແມ່ນ​ການ​ສົນ​ທະ​ນາ​ທີ່​ລັດຖະບານ​ນີ້ເຕັ​ມ​ໃຈ​ທີ່​ຈະ​ໂອ້​ລົມ. ​ນອກຈາກ​
ນັ້ນ​ແລ້ວ ຈະ​ບໍ່​ມີ​ການ​ສົນທະນາກັບ​ເກົາຫລີ​ເໜືອ​ໃນ​ເວລາ​ນີ້​.

ຂໍ້ຄວາມ​ດັ່ງກ່າວ ​ປາກົດ​ວ່າ​ຂັດ​ແຍ້​ງກັບ​ຄຳ​ເວົ້າຂອງ​ທ່ານ Tillerson ທີ່​ກ່າວ​ກັບ​ພວກ
​ນັກ​ຂ່າວ​ ຫລັງ​ຈາກ​ກອງ​ປະຊຸມ ​ໃນ​ວັນ​ທ້າ​ຍສັບປະດາ​ແລ້ວນີ້ ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຈີນ
​ໃນ​ນະຄອນຫລວງ​ປັກ​ກິ່ງ. ​ເວລາ​ນັ້ນ ທ່ານ​ກ່າວ​ວ່າ “ພວກ​ເຮົາ​ກຳລັງ​ສືບສວນ​ຢູ່ ​ເພາະ
ສະ​ນັ້ນ​ໃຫ້​ລໍຖ້າ.”

ໂຄສົກທຳນຽບຂາວ ທ່ານນາງ Sarah Huckabee Sanders ກ່າວຕໍ່ບັນດານັກຂ່າວ.
ໂຄສົກທຳນຽບຂາວ ທ່ານນາງ Sarah Huckabee Sanders ກ່າວຕໍ່ບັນດານັກຂ່າວ.

ຂໍ້ຄວາ​ມ​ທີ່ຍັງ​ສັບສົນ​ ທີ່​ໄດ້​ໃຫ້​ໄວ້ ​ໂດຍ​ອະດີດ​ນັກ​ການ​ທູດ​ອາ​ເມຣິກັນບາງ​ຄົນໄດ້​ສ້າງ​
ຄວາມ​ຕື່ນ​ຕົກ​ໃຈ.

ທ່ານ Evans Revere ອະດີດ​ຮັກສາ​ການ​ ​ລັດຖະມົນຕີຊ່ວຍວ່າການ​ກະຊວງການ​
ຕ່າງປະເທດ​ສະຫະລັດຮັບຜິດຊອບ​ກ່ຽວ​ກັບ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ ກ່າວ​ຕໍ່ວີ​ໂອ​ເອ
ວ່າ “​ເປັນ​ຊ່ອງທາງ​ຂີ້ຮ້າຍ​ໃນ​ການ​ດຳ​ເນີນ​ງານ​ທາງ​ການ​ທູດ. ມັນ​ເຮັດ​ໃຫ້​ເກີດຄຳ​ຖາມ
​ທີ່​ແນ່ນອນສຳລັບພາກສ່ວນຂອງ​ເຂົາ​ເຈົ້າ ກ່ຽວ​ກັບ​ຄວາມ​ຈິງ​ຈັງ ຂອງ​ສະຫະລັດ ​ແຕ່
​ວ່າ​ ນອກ​ນັ້ນ ເຮົາ​ຍັງ​ເຫັນ​ປະຕິກິລິຍາ​ຈາກປະຊາ​ຄົມ​ສາກົນ ທີ່​ໄດ້ຕັ້ງຄຳ​ຖາມ ໃນ​
ໝູ່​ພາຄີ​ຂອງສະຫະລັດ​ຢູ່​ໃນ​ທົ່ວ​ໂລກ.”

ອ່ານຂ່າວນີ້ເປັນພາສາອັງກິດ

US North Korea
please wait
Embed

No media source currently available

0:00 0:00:50 0:00

XS
SM
MD
LG