ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ວ່າ ຕ້ອງໃຊ້ວິທີການ ແບບປະສົມປະສານ ເພື່ອໂຕ້ຕອບ ການນາບຂູ່ ຂອງເກົາຫລີເໜືອ


ປະທານາທິບໍດີ ດໍໂນລ ທຣໍາ ຍ່າງກັບ ປະທານາທິບໍດີ ເກົາຫລີໃຕ້ ທ່ານ Moon Jae-in ທີ່ສວນກຸຫລາບທຳນຽບຂາວ.
ປະທານາທິບໍດີ ດໍໂນລ ທຣໍາ ຍ່າງກັບ ປະທານາທິບໍດີ ເກົາຫລີໃຕ້ ທ່ານ Moon Jae-in ທີ່ສວນກຸຫລາບທຳນຽບຂາວ.

ອີງ​ຕາມ​ຫ້ອງການ​ຂອງ​ປະທານາທິບໍດີ Moon Jae-in, ຜູ້​ນໍາ​ສະຫະລັດ ​ແລະ​ເກົາຫລີ​
ໃຕ້ ​ໄດ້​ຢືນຢັນ​ຄືນ​ອີກໃນວັນສຸກ​ວານ​ນີ້ວ່າ ຕ້ອງ​ໄດ້​ນໍາ​ເອົາລັດຖະບານ​ພຽງຢາງ​ມາ​ນັ່ງ​
ໂຕະ​ເຈ​ລະ​ຈາ​ກັນ ​ໂດຍ​ການ​ໃຊ້​ການ​ລົງ​ໂທດ ​ແລະຄວາ​ມກົດ​ດັນ​ເຖິງ​ທີ່​ສຸດ​ເລີຍ.

​ເຈົ້າໜ້າທີ່​ໃນ​ວໍ​ຊິງ​ຕັນ ​ແລະ​ໂຊ​ລ​ເວົ້າວ່າ ທ່ານ Moon ​ແລະທ່ານ​ດໍ​ໂນ​ລ ທຣໍາ, ​ປະທາ
ນາທິບໍດີ​ສະຫະລັດ​ໂອ້​ລົມ​ກັນ​ທາງ​ໂທລະສັບ ​ໃນ​ວັນ​ສຸກ​ວານ​ນີ້.

ທໍານຽບຂາວ​ເວົ້າຢູ່​ໃນ​ຖະ​ແຫລ​ງການ​ສະບັບໜຶ່ງວ່າ ຜູ້​ນໍາ​ທັງ​ສອງ​ທ່ານ "​ໄດ້​ສົນທະນາ​
ກັນ​ວ່າໃຫ້​ມີ​ການ​ສືບຕໍ່ຮ່ວມ​ມື​ຢ່າງ​ໃກ້ຊິດ ​ແລະ​ຕໍ່​ເນື່ອງລະຫວ່າງ​ສະຫະລັດ, ເກົາຫລີ
​ໃຕ້ ​ແລະ​ຍີ່ປຸ່ນ" ​ແລະ​ວ່າ​ໃຫ້ມີ​ການ​ຕອບ​ໂຕ້​ຄືນ​ແບບ​ມີ​ການ​ປະສານ​ງານ​ກັນຕໍ່ "ການ​
ປະພຶດທີ່​ສືບຕໍ່​ເປັນ​ການ​ທໍາລາຍ​ສະຖຽນລະ​ພາບ ​ແລະ ​ແບບນັບ​ມື້​ເພີ້ມຄວາມ​ຮ້າຍ​
ແຮງ​ຂຶ້ນຂອງ​ເກົາຫລີ."

ຄຳ​ຖະ​ແຫລງການສະບັບ​ນີ້ ກ່າວອີກ​ວ່າ ທ່ານ​ທຣໍາ ​ແລະ​ທ່ານ Moon ​ເຫັນ​ພ້ອມ​ທີ່
ຈະ “​ເພີ້ມທະວີ​ຄວາມ​ແໜ້ນ​ແຟ້ນ” ຂອງພັນທະ​ມິດ​ຂອງ​ເຂົາ​ເຈົ້າ “​ໂດຍຜ່ານ​ການ
​ຮ່ວມ​ມືທາງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ​ແລະ​ການ​ເພີ້ມຄວາມ​ສາມາດ​ທາງ​ດ້ານ​ປ້ອງ​
ກັນຊາດ​ຂອງ​ເກົາຫລີ​ໃຕ້.”

ອີງ​ຕາມ​ຖະ​ແຫ​ລງການນີ້ ທ່ານ​ທຣໍາຍັງໃຫ້ “ອານຸຍາດໃນ​ດ້ານ​ຄວາມຄິດ​ເຫັນ” ​ຕໍ່​
ແຜນ​ຊື້​ອຸປະກອນ​ທາງ​ທ​ະຫານ​ອາ​ເມຣິກັນ ຂອງ​ເກົາຫລີ​ໃຕ້ທີ່​ມີ​ມູນ​ຄ່າ​ຫລາຍ​ພັນ
​ລ້ານ​ໂດ​ລານັ້ນ.

ຮູບພາບເຜີຍແຜ່ໂດຍກະຊວງປ້ອງກັນປະເທດເກົາຫລີໃຕ້ ສະແດງໃຫ້ເຫັນເຮືອບິນລົບຂອງ ກອງທັບອາກາດ ສະຫະລັດ F-35 ກຳລັງເຝິກຊ້ອມຖີ້ມລະເບີດ ຢູ່ແຫລມເກົາຫລີ
ຮູບພາບເຜີຍແຜ່ໂດຍກະຊວງປ້ອງກັນປະເທດເກົາຫລີໃຕ້ ສະແດງໃຫ້ເຫັນເຮືອບິນລົບຂອງ ກອງທັບອາກາດ ສະຫະລັດ F-35 ກຳລັງເຝິກຊ້ອມຖີ້ມລະເບີດ ຢູ່ແຫລມເກົາຫລີ

ທ່ານ​ທຣໍາ​ໄດ້​ສົ່ງຂໍ້ຄວາມ​ໃນ​ການ​ຂຽນ​ລົງ​ທາງ Twitter ​ໃນ​ຕົ້ນ​ອາທິດ​ນີ້ “ການ​ພົບ
​ປະບໍ່​ແມ່ນ​ຄຳ​ຕອບ​ໃນ​ການ​ແກ້​ໄຂ​ບັນຫາ” ພາຍຫລັງທີ່​ມີ​ການ​ຍິງ​ລູສອນ​ໄຟ​ຂີ​ປະ​ນາ​
ວຸດ​ເທື່ອຫ​ລ້າ​ສຸດ​ຂອງ​ເກົາຫລີ​ເໜືອ ທີ່ມີ​ການ​ອ້າງ​ເຖິງ​ຄໍາ​ເວົ້າຂອງ​ຜູ້ນຳ Kim Jong
Un ທີ່​ໄດ້​ເວົ້າ​ວ່າ​ເປັນ​ການຍຸ​ແຍ່​ໃຫ້​ເກີດ​ສົງຄາມຊຶ່ງໝາຍ​ເຖິງ​ການສະ​ແດງ​ເຖິງ​ສະ
ມັດ​ຕະພາບກອງທັບ​ຂອງ​ທ່ານ​ໃນ​ການ​ໂຈມ​ຕີເກາະ Guam ທີ່​ເປັນ​ດິນ​ແດນຂອງ​ສະຫະລັດນັ້ນ.

​ເມື່ອ​ຖືກ​ຖາມ​ໂດຍນັກ​ຂ່າວ​ໂອ​ເອ ຢູ່​ໃນ​ການ​ລາຍ​ງານ​ຂ່າວ​ຢູ່​ທຳນຽບຂາວ​ໃນ​ວັນ
ສຸກ​ວານ​ນີ້ ​ເພື່ອ​ໃຫ້​ຄວາມ​ກະຈ່າງ​ແຈ້ງ​ໃນທ່າ​ທີຂອງ​ທ່ານ​ທຣໍາ ກ່ຽວ​ກັບ​ການ​ທູດ​
ກັບພຽງ​ຢາງ ທ່ານ​ນາງ Sarah Huckabee Sanders ​ໂຄສົກ​ທຳນຽບຂາວ​ຕອບ​
ວ່າ "ປະທານາທິບໍດີກຳລັງພິຈາລະນາເບິ່ງ​ດຳ​ເນີນການ​ແບບ​ປະສົມ​ປະສານ. ​ແລະ
​ພວກ​ເຮົາ​ກໍສືບ​ຕໍ່​ເຄື່ອນ​ໄຫວ​ໄປ​ໜ້າຕາມ​ວິ​ທີທາງນີ້. ພວກເຮົາ​ຖືເອົາບັນຫາ​ເກົາຫລີ
ເໜືອຢ່າງ​ຈິງ​ຈັງ​ ແລະ​ທາງ​ເລືອກ​ທຸກອັນ​ແມ່ນ​ຖືກ​ນໍາ​ມາ​ພິຈາລະນາ​ຢູ່. ອັນນັ້ນ​ບໍ່​ໄດ້
​ມີ​ການ​ປ່ຽນແປງຫຍັງ​ເລີຍ."

ແມ່ຍິງຄົນນຶ່ງໃຕ້ທຽນໄຂບູຊາ ເພື່ອໄຫວ້ອນໃຫ້ມີສັນຕິພາບຢູ່ໃນແຫລມເກົາຫລີ.
ແມ່ຍິງຄົນນຶ່ງໃຕ້ທຽນໄຂບູຊາ ເພື່ອໄຫວ້ອນໃຫ້ມີສັນຕິພາບຢູ່ໃນແຫລມເກົາຫລີ.

ທັງ​ສອງ ທ່ານ​ທຣໍາ ​ແລະ​ທ່າ​ນນາງ Sanders ໄດ້​ຢໍ້າ​ຖະ​ແຫລງຄືນຫລາຍໆຄັ້ງວ່າ
​ທາງ​ເລືອກ​ເຫລົ່າ​ນີ້ ​ຮວມທັງ​ການ​ປະຕິບັດ​ງານ​ທາງ​ທະຫານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG