ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທຳ​ນຽບ​ຂາວ​ກ່າວ​ວ່າ ລາຍງ​ານຄວ​າມ​ຮ້າຍ​ແຮງ​ເລື້ອງດິນ​ຟ້​າ​ອາ​ກາດ ແມ່ນອີງ​ຕາມ​ສະ​ພາບການທີ່​​ຮ້າຍແຮງທີ່ສຸດ


​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ທີ່ ທຳ​ນຽບ​ຂາວ ວັນ​ທີ 9 ພະ​ຈິກ 2018.
​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ທີ່ ທຳ​ນຽບ​ຂາວ ວັນ​ທີ 9 ພະ​ຈິກ 2018.

ລັດຖະບານຂອງທ່ານທຣຳ ບໍ່ໄດ້ສົນໃຈ ກັບລາຍງານທີ່ສຳຄັນ ທີ່ອອກໄປ
ໃນວັນສຸກຜ່ານມາ ອັນລວມທັງການທຳນາຍລ່ວງໜ້າ ກ່ຽວກັບຄວາມ
ຮ້າຍແຮງຂອງການປ່ຽນແປງ ຂອງດິນຟ້າອາກາດຢູ່ໃນ ສະຫະລັດ. ທຳ
ນຽບ
ຂາວກ່າວວ່າ ການຄົ້ນຄວ້າດັ່ງກ່າວ ສ່ວນໃຫຽ່ ແມ່ນອີງໃສ່ “ຄວາມ
ເຫັນ
ທີ່ເວົ້າໂຍກເກີນຂອບເຂດ” ທັງບໍ່ໄດ້ເອົາຫົວຊາ ກັບເທັກໂນໂລຈີໃໝ່ ແລະນະວັດຕກຳອື່ນໆ ຊຶ່ງອາດສາມາດຫຼຸດຜ່ອນລົງໄດ້ ອາກາດເສຍ ແລະ
ຜົນສະທ້ອນຂອງການປ່ຽນແປງຂອງດິນຟ້າອາກາດ.

ການຕີລາຄາ ຂອງອົງການດ້ານອາກາດແຫ່ງຊາດ ບົດລາຍງານບັງຄັບສະ
ບັບທີສີ່ ຂອງສະພາ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໄດ້ໃຫ້ຂໍ້
ສັງ
ເກດວ່າ ຄວາມຫາຍະນະ ທີ່ເກີດຈາກອາກາດ ຈະກາຍເປັນເລື້ອງທຳມະ
ດາຫຼາຍຂຶ້ນເລື້ອຍໆ.

ລາຍງານດັ່ງກ່າວທີ່ເຮັດຂຶ້ນ ໂດຍນັກຄົ້ນຄວ້າຫຼາຍກວ່າ 300 ຄົນ ໃນກະ
ຊວງແລະອົງການຕ່າງໆຂອງລັດຖະບານ ສະຫະລັດ ທຳນາຍວ່າ ເຫດການ
ທີ່ວ່ານັ້ນ ຈະເປັນເລື້ອງທຳມະດາຫຼາຍຂຶ້ນ ແລະຮ້າຍແຮງຂຶ້ນໄປເລື້ອຍໆ ຖ້າບໍ່ມີການເອົາບາດກ້າວໃດໆ ເພື່ອຫຼີກເວັ້ນຄວາມເສຍຫາຍຮ້າຍແຮງ
ທາງດ້ານເສດຖະກິດ ດ້ານສະພາບແວດລ້ອມຂອງສະຫະລັດແລະຕໍ່ສຸຂະ
ພາບແລະຄວາມຢູ່ດີກິນດີພາຍຢູ່ດີກິນດີ ພາຍໃນຫຼາຍທົດສະວັດທີ່ຈະ
ມາເຖິງ.

ທ່ານນາງ ລິນຊີ ວອລເຕີສ ໂຄສົກທຳນຽບຂາວໃຫ້ຂໍ້ສັງເກດວ່າ ວຽກງານ
ການຕີ ລາຄາດັ່ງກ່າວ ໄດ້ເລີ້ມຂຶ້ນ ພາຍໃຕ້ລັດຖະບານ ຂອງອະອີດປະທາ
ນາທິບໍດີ ບາຣັກ ໂອບາມາ ແລະໄດ້ໃຊ້ວິທີການຕ່າງໆຫຼາຍຢ່າງ ເພື່ອສັ່ງຊາ
ເບິ່ງຜົນກະທົບຂອງດິນຟ້າອາກາດ. ແຕ່ລາຍງານທີ່ອອກມາ ໃນວັນສຸກ
ຫາກໍຜ່ານມາ ອີງຕາມທ່ານນາງ ວອລເຕີສ ແມ່ນວ່າ ໄດ້ອີງໃສ່ຄວາມເຫັນ
ສ່ວນທີ່ຮ້າຍແຮງທີ່ສຸດ.

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG