ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທຳນຽບຂາວກ່າວ​ວ່າ ພວກ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ 'ຕ້ອງ​ເຮັດ​ວຽກ​ຮ່ວມກັນ' ກ່ຽວ​ກັບ ​ນິ​ຕິ​ກຳ​ດ້ານປະ​ກັນ​ໄພສັງ​ຄົມ ຂອງ​ທ່ານ ໄບ​ເດັນ


ທ່ານ Joe Manchin, ສະ​ມາ​ຊິກ​ສະ​ພາ​ສູງ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ຈາ​ລັດເວີ​ຈີ​ເນຍ​ຕາ​ເວັນ​ຕົກຍ່າງ​ໄປ​ຫາ​ບ່ອນ​ກິນ​ອາ​ຫານ​ທ່ຽງ​ຂອງ​ຄະ​ນະ​​ພັກເດໂມແຄຣັດໃນຫໍ​ລັດ​ຖະ​ສະ​ພາ, ວັນ​ທີ 17 ທັນ​ວາ, 2021
ທ່ານ Joe Manchin, ສະ​ມາ​ຊິກ​ສະ​ພາ​ສູງ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ຈາ​ລັດເວີ​ຈີ​ເນຍ​ຕາ​ເວັນ​ຕົກຍ່າງ​ໄປ​ຫາ​ບ່ອນ​ກິນ​ອາ​ຫານ​ທ່ຽງ​ຂອງ​ຄະ​ນະ​​ພັກເດໂມແຄຣັດໃນຫໍ​ລັດ​ຖະ​ສະ​ພາ, ວັນ​ທີ 17 ທັນ​ວາ, 2021

ລັດ​ຖະ​ບານ​ຂອງປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບ​ເດັນ ກ່າວວ່າ ຕົນກຳລັງຊອກຫາທາງ ຊຸກຍູ້ວຽກງານກ່ຽວ​ກັບຮ່າງກົດໝາຍວ່າດ້ວຍການໃຊ້ຈ່າຍໃນ​ດ້ານ​ປະ​ກັນໄພສັງຄົມ​ໃຫ້​ກ້າວ​ໄປ ຫຼັງຈາກ​ສະ​ມາ​ຊິກພັກເດໂມແຄຣັດຄົນສຳຄັນ ໃນສະພາສູງກ່າວວ່າ ທ່ານບໍ່ສາມາດໃຫ້ການສະໜັບສະໜູນແກ່ມັນໄດ້.

ໂຄ​ສົກ​ປະ​ຈຳທຳນຽບຂາວ, ທ່ານນາງ ເຈນ ຊາ​ກີ (Jen Psaki) ກ່າວຕໍ່ບັນດານັກຂ່າວໃນກອງປະຊຸມລາຍ​ງານ​ຂ່າວໃນວັນຈັນວານນີ້ວ່າ ຄະ​ນະ​ລັດຖະ​ບານພ້ອມແລ້ວທີ່ຈະ “ເຮັດວຽກແບບ​ສຸດ​ຂີດ” ກັບສະມາຊິກສະພາສູງລັດເວີ​ຈີ​ເນຍ​ຕາ​ເວັນ​ຕົກ, ທ່ານໂຈ ແມນ​ຊິນ (Joe Manchin) ແລະບັນດາສະມາຊິກໃນ​ຄະ​ນະ​ຂອງພັກເດໂມແຄຣັດຄົນອື່ນໆ ເພື່ອບັນລຸເປົ້າໝາຍຂອງຕົນ.

ທ່ານນາງ ຊາ​ກີ ກ່າວວ່າ "ສິ່ງທີ່ຢູ່ໃນໃຈຂອງປະທານາທິບໍດີຫຼາຍທີ່ສຸດ​ກໍແມ່ນຄວາມສ່ຽງຕໍ່ການນິ້ງ​ເສີຍ." "ແລະຖ້າພວກເຮົາບໍ່ເຄື່ອນ​ໄຫວ​ເພື່ອເຮັດໃຫ້ນິ​ຕິ​ກຳນີ້ສຳ​ເລັດ ແລະອົງປະກອບຢູ່ໃນມັນຫັ້ນ​ໃຫ້​ແລ້ວ, ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ມີການ​ໃຊ້ຈ່າຍ ແລະລາຄາເພີ່ມຂຶ້ນເທົ່າ​ນັ້ນ ສໍາລັບປະຊາຊົນອາເມຣິກັນ, ແຕ່ພວກ​ເຮົາຍັງຈະໄດ້ເຫັນເສັ້ນທາງການຂະຫຍາຍຕົວຂອງເສດຖະກິດທີ່ໄປ​ຢູ່ບ່ອນ​ທີ່ພວກເຮົາບໍ່​ຢາກ​ໃຫ້ມັນໄປ.”

ທ່ານ ແມນ​ຊິນ​ ໄດ້​ເປັນ​ຈຸດເພັ່ງ​ເລັງ​ໃນ​ການ​ເຈລະຈາ​ພາຍ​ໃນ​ພັກ​ເດ​ໂມ​ເຄ​ຣັດ​ໃນ​ຂະນະ​ທີ່​ບັນດາ​ຜູ້​ນໍາ​ໄດ້​ຊຸກຍູ້​ໃຫ້ເອົາ​ຊຸດນິ​ຕິ​ກຳ​ທີ່​ມີ​ມູນ​ຄ່າ 2 ພັນ​ຕື້​ໂດ​ລາຖືກ​ຮັບຮອງ​ໃຫ້​ແລ້ວໃນ​ອາທິດ​ນີ້. ນິ​ຕິ​ກຳດັ່ງກ່າວລວມມີແຜນການຂະຫຍາຍການດູແລສຸຂະພາບສຳລັບຊາວອາເມຣິກັນທີ່ມີອາຍຸສູງ, ສະໜອງຫ້ອງຮຽນກ່ອນອະນຸບານທົ່ວໄປ, ອະນຸມັດເງິນທຶນໃໝ່ເພື່ອຕໍ່ສູ້ກັບການປ່ຽນແປງຂອງດິນຟ້າອາ ກາດ ແລະສະເໜີໃຫ້ການຊ່ວຍເຫຼືອດ້ານການເງິນເພີ່ມເຕີມແກ່ຊາວອາເມຣິກັນ ທີ່ມີລາຍໄດ້ຕໍ່າ.

ທ່ານ ແມນຊິນ ໄດ້ສະແດງການຄັດຄ້ານຕໍ່ຈຳນວນເງິນທີ່ຈະໃຊ້ຈ່າຍນັ້ນ, ແລະຢູ່ໃນການສຳພາດທາງວິທະຍຸໃນວັນຈັນວານນີ້, ທ່ານໄດ້ກ່າວຢ້ຳຄືນວ່າ ໃນທັດສະນະຂອງທ່ານຮ່າງກົດໝາຍນັ້ນລວມມີການໃຊ້ຈ່າຍຫຼາຍເກີນໄປ ໂດຍບໍ່ມີຂໍ້ຈຳກັດພຽງພໍກ່ຽວກັບລາຍຮັບ ຫຼືຂໍ້ຮຽກຮ້ອງໃຫ້ເຮັດວຽກເຮັດການສຳລັບຜູ້ໄດ້ ຮັບການຊ່ວຍເຫລືອ.

​ກ່ອນ​ໜ້ານັ້ນ​ໃນ​ວັນ​ຈັນ​ວານ​ນີ້, ຜູ້​ນຳ​ສຽງ​ສ່ວນ​ຫຼາຍ​ຂອງ​ສະພາ​ສູງ, ທ່ານ​ ຊັກ ຊຸມ​ເມີ (Chuck Schumer) ກ່າວ​ວ່າ ສະພາ​ສູງ​ຈະ​ລົງ​ຄະ​ແນນ​ສຽງ “​ໃນຕອນ​ຕົ້ນໆ​ຂອງປີ​ໃໝ່” ກ່ຽວ​ກັບ​ຮ່າງ​ກົດໝາຍ​ສະບັບ​ປັບປຸງ​ທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ​ສະພາຕ່ຳແລ້ວນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG