ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທຳ​ນຽບ​ຂາວ ກ່າວ​ວ່າ ຣັດ​ເຊຍ ອາດ​ແນະ​ນຳ ​ອີ​ຣ່ານ ກ່ຽວ​ກັບ ​ການຮັບ​ມື​ກັບ​ພວກ​ປະ​ທ້ວງ


ຊາວ​ອີ​ຣ່ານ ປະ​ທ້ວງ​ການ​ຕາຍ​ຂອງ​ຊິງ​ສາວ ນາງມາ​ຊາ ອາ​ມີ​ນີ ຫລັງ​ຈາກ​ລາວ​ຖືກ​ກັກ​ຂັງ​ຢູ່​ໃນ​ຄຸກ ຖດຍ​ຕຳ​ຫລວດ ຢູ່​ໃນ​ນະ​ຄອນ​ເຕ​ຫະ​ຣ່ານ ວັນ​ທີ 20 ກັນ​ຍາ 2022
ຊາວ​ອີ​ຣ່ານ ປະ​ທ້ວງ​ການ​ຕາຍ​ຂອງ​ຊິງ​ສາວ ນາງມາ​ຊາ ອາ​ມີ​ນີ ຫລັງ​ຈາກ​ລາວ​ຖືກ​ກັກ​ຂັງ​ຢູ່​ໃນ​ຄຸກ ຖດຍ​ຕຳ​ຫລວດ ຢູ່​ໃນ​ນະ​ຄອນ​ເຕ​ຫະ​ຣ່ານ ວັນ​ທີ 20 ກັນ​ຍາ 2022

ໂຄ​ສົກ​ທຳ​ນຽບ​ຂາວ ທ່ານ​ນາງ ​ຄາ​ຣີນ ຊັງ​-​ປີແອ​ຣ ໄດ້​ກ່າວ​ຢ້ຳ​ໃນ​ວັນ​ພຸດ​ວານ​ນີ້ວ່າ ລັດ​ຖະ​ບານທ່ານ​ໄບ​ເດັນ ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ອີ​ຣ່ານ ແລະ​ກ່າວ​ວ່າ ມັນອາດ​ຈະ​ມີ​ການ​ຮວມ​ມື​ລະ​ຫວ່າງ ​ອີ​ຣ່ານ ແລະ ​ຣັດ​ເຊຍ​ໃນ​ການຮັບ​ມື​ກັບ​ພວກປະ​ທ້ວງຊາວ​ອີ​ຣ່ານ.

​ທ່ານ​ນາງ​ ຊັງ ປີ-​ແອ​ຣ ໄດ້ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່​າ “ພວກ​ເຮົາ​ຢືນ​ຢູ່​ກັບ​ຄວາມ​ກ້າ​ຫານ​ຂອງ​ປະ​ຊາ​ຊົນ ແລະ​ ແມ່​ຍິງ​ອີ​ຣ່ານທີ່​ກ້າ​ຫານ, ຜູ້​ທີ່​ປັດ​ຈຸ​ບັນ​ນີ້​ພາ​ກັນ​ປະ​ທ້ວງ​ເພື່ອ​ຮັກ​ສາ​ສິ​ດ​ທິ​ພື້ນ​ຖານ​ເຂົາ​ເຈົ້າ.”

ທ່ານ​ນາງ​ກ່າວ​ວ່າ ສະ​ຫະ​ລັດ​ “ມີ​ຄວາມ​ເປັນ​ຫ່ວງວ່າ​ມົ​ສ​ກູ ອາດ​ຈະ​ໃຫ້​ການ​ແນະ​ນຳ​ແກ່​ ເຕ​ຫະ​ຣ່ານ ໃນ​ການ​ປ​ະ​ຕິ​ບັດ​ທີ່ດີທີ່​ສຸດ​ຕໍ່​ການ​ຄວບ​ຄຸມ​ການ​ປະ​ທ້ວງ ທີ່ດືງ​ເອົາ​ປະ​ສົບ​ກາ​ນ​ອັນ​ຍາວ​ນານ​ຂອງ​ຣັດ​ເຊຍ​ ໃນ​ການ​ກົດ​ຂີີ່​ການ​ປະ​ທ້ວງຢ່າງ​ເປີດ​ເຜີຍ.”

​ທ່ານ​ນາງ​ຊັງ​ ປີ-​ແອ​ຣ ໄດ້​ກ່າວ​ເພີ້ມ​ວ່າ ຫລັກ​ຖານ​ທີ່​ອີ​ຣ່ານ​ກຳ​ລັງ​ຊ່ວຍ​ຣັດ​ເຊຍ​ຢູ່​ໃນ​ສົງ​ຄາມ​ຢູ​ເຄ​ຣນ “ເປັນ​ທີ່​ແຈ້ງ​ຂາວ ​ແລະ​ເປີດ​ເຜີຍ.”

​ຢູ​ເຄ​ຣນ ແລະບັນ​ດາ​ຄູ່​ຮວມ​ງານ​ຕາ​ເວັນ​ຕົກ​ຂອງ​ຕົນ ຮວມ​ທັງ​ສະ​ຫະ​ລັດ ໄດ້​ກ່າວ​ວ່າ ເຮືອ​ບິນ​ໂດ​ຣນ​ທີ່​ໃຊ້​ໂດຍກຳ​ລັງ​ຣັດ​ເຊຍ ເພື່ອ​ໂຈມ​ຕີ​ຢູ​ເຄ​ຣນ ໃນ​ຫວ່າງ​ມໍ່​ໆມາ​ນີ້ ແມ່ນ​ຖືກ​ສະ​ໜອງ​ໃຫ້​ໂດຍ​ອີ​ຣ່ານ. ​ຣັດ​ເຊຍ​ ໄດ້​ປະ​ຕິ​ເສດ​ການ​ໃຊ້​ໂດ​ຣນ​ຂອງ​ອີ​ຣ່ານ ແລະ​ອີ​ຣ່ານ​ ກໍໄດ້​ປະ​ຕິ​ເສດວ່າ​ບໍ່​ໄດ້​ສະ​ໜອງ​ມັນ​ໃຫ້ ​ຣັດ​ເຊຍ.

​ທ່ານ​ນາງ​ຊັງ-ປີ​ແອ​ຣ ກ່າວ​ວ່າ “​ອີ​ຣ່ານ ແລະ​ຣັດ​ເຊຍ​ ແມ່ນກຳ​ລັງມີ​ຄວາມ​ໃກ້​ຊິດ​ກັນຫຼາຍ​ຂຶ້ນ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ຖືກໂດດ​ດ່ຽວຫລາຍກວ່າ​ເກົ່າ.” ທ່ານ​ນາງ​ກ່າວ​ວ່າ “ຂໍ້​ຄວາມ​ຂອງ​ພວກ​ເຮົາ​ຕໍ່​ອີ​ຣ່ານ ແມ່ນ​ຈະ​ແຈ້ງ​ທີ່​ສຸດ: ຢຸດ​ການເຂັ່ນ​ຂ້າ​ປະ​ຊາ​ຊົນ​ຂອງພ​ວ​ກ​ເຈົ້າ ແລະ​ຢຸດ​ການ​ສົ່ງ​ອາ​ວຸດ​ໄປ​ໃຫ້​ຣັດ​ເຊຍ​ເພື່ອ​ສັງ​ຫານ​ຊາວ​ຢູ​ເຄ​ຣນ.”

​ຢູ່​ໃນ​ລາຍ​ງານດຽວ​ກັນ​ໃນ​ວັນ​ພຸດ​ວານ​ນີ້ ໂຄ​ສົກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ​ຈອນ ເຄີ​ບີ ກ່າວ​ວ່າ ຣັດ​ເຊຍ ແລະ​ອີ​ຣ່ານ ແມ່ນ​ກຳ​ລັງ​ເຮັດ​ວຽກ​ຮ່ວມ​ກັນເພື່ອ​ລະ​ເມີດ​ສິດ​ທິມະ​ນຸດ ແລະ​ ສິ​ດ​ທິ​ພົນ​ລະ​ເຮືອນ​ຊາວ​ອີ​ຣ່ານ ແລະ​ ສ້າງອັນ​ຕະ​ລາຍ​ຕໍ່ຊີ​ວິດ​ຂອງ​ຊາວ​ຢູ​ເຄ​ຣນ.

ທ່ານ​ນາງ ກ່າວ​ວ່າ “​ສະ​ຫະ​ລັດ​ ຈະຢືນ​ຢູ່​ກັບ​ອີ​ຣ່ານ ພວກ​ແມ່​ຍິງ​ອີ​ຣ່ານ ແລະ​ພ້ອມ​ດ້ວຍ​ປະ​ຊາ​ຊົນຂອງ​ອີ​ຣ່ານທັງ​ໝົດ ຜູ້​ທີ່​ກຳ​ລັງເປັນ​ແຮງ​ບັນ​ດານ​ໃຈ​ໃຫ້ແກ່​ໂລກ​ດ້ວຍ​ຄວາມ​ກ້າ​ຫານ​ຂອງ​ເຂົາ​ເຈົ້າ. ​ພວກ​ເຮົາ​ຈະ​ສືບ​ຕໍ່​ເອົາ​ບົດ​ບາດ​ເພື່ອ​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ພວກ​ທີ່​ລະ​ເມີດ​ຕ້ານການ​ປະ​ທ້ວງ​ທີ່​ສະ​ຫງົ​ບ ຫລື​ຊອກ​ຫາ​ທາງ​ກົດ​ຂີ່ສິດ​ທິ​ພື້ນ​ຖານຂອງ​ເຂົາ​ເຈົ້າ​ທີ່​ສຸດ.”

White House press secretary Karine Jean-Pierre stressed Wednesday that the Biden administration supports the people of Iran, and said there may be cooperation between Iran and Russia in dealing with Iranian protesters.

"We stand with the brave citizens and the brave women of Iran who right now are demonstrating to secure their basic rights," Jean-Pierre told reporters.

She said the United States is "concerned that Moscow may be advising Tehran on best practices to manage protests, drawing on Russia’s extensive experience in suppressing open demonstrations."

Jean-Pierre added that the evidence that Iran is helping Russia in the war in Ukraine is "clear and public."

Ukraine and its Western partners, including the United States, have said drones used by Russian forces to attack Ukraine in recent weeks were supplied by Iran. Russia has denied using Iranian drones and Iran has denied supplying them to Russia.

"Iran and Russia are growing closer the more isolated they become," Jean-Pierre said. "Our message to Iran is very, very clear: Stop killing your people and stop sending weapons to Russia to kill Ukrainians."

At the same briefing Wednesday, National Security Council spokesman John Kirby said Russia and Iran are working together to violate the human and civil rights of Iranians and to endanger the lives of Ukrainians.

"The United States stands with Iran — Iranian women and with all the citizens of Iran who are inspiring the world with their bravery. We will continue taking action to impose costs on those who commit violence against peaceful protesters or otherwise seek to suppress their very, very basic rights."

Killer Drones, Human Rights Stall Hopes of Iran Nuclear Deal
please wait

No media source currently available

0:00 0:02:32 0:00
XS
SM
MD
LG