ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທໍານຽບຂາວເປີດເຜີຍ ລາຍງານ ທົບທວນຄືນເບິ່ງ ການປະຕິບັດງານສືບລັບ ຂອງສະຫະລັດ (ວີດີໂອ)


White House Releases Panel Report on US Surveillance Practices
please wait

No media source currently available

0:00 0:03:13 0:00
ລິງໂດຍກົງ
ທໍານຽບຂາວ ​ໄດ້​ນໍາ​ອອກ​ເຜີຍແຜ່ ລາຍ​ງານ​ທົບ​ທວນ ຄືນ​ເບິ່ງ
ການ​ປະຕິບັດ​ງານ​ດ້ານ​ສືບ​ລັບຂອງ​ສະຫະລັດ ​ທີ່​ເຮັດ​ຂຶ້ນໂດຍ
ຄະນະ​ກໍາມະການ​ອິດສະຫຼະ​ຄະນະ​ນຶ່ງທີ່​ປະກອບ​ດ້ວຍ​ຄໍາ​ແນະ​
ນໍາ​ຫຼາຍຢ່າງ ​ທີ່​ຄາດ​ວ່າ ຈະ​ໃຊ້​ເປັນ​ພື້ນຖານ​ສໍາລັບແກ້​ໄຂ​ ລະ
ບຽບ​ການ​ດ້ານ​ນະໂຍບາຍຕ່າງໆ ທີ່​ຊີ້​ນໍາວຽກງານຂອງ​ອົງການ
ຄວາມ​ໝັ້ນຄົງ​ ແຫ່ງ​ຊາດ​ສະຫະລັດ. ປະທານາທິບໍດີ ​ບາຣັກ
ໂອ​ບາ​ມາ ​ໄດ້​ພົບ​ປະ​ ກັບ​ສະມາຊິກຄະນະ​ກໍາມະການ​ດັ່ງກ່າວ
​ເມື່ອ​ວັນພຸດ​ ອາທິດ​ຜ່າ​ນມາ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບຄໍາ​ແນະ​
ນໍາ 46 ຂໍ້ ທີ່​ພວກ​ເຂົາ ​ເຈົ້າ​ໄດ້​ສະ​ເນີຂຶ້ນມາ ​ກ່ຽວ​ກັບວ່ າ​ຄວນ​
ຈະ​ປັບ​ປ່ຽນ​ ການ​ປະຕິບັດ​ງານ​ຂອງ​ອົງການ​ສືບ​ລັບ​ສະຫະລັດ
​ແນວ​ໃດ​ນັ້ນ. Zlatica Hoke ຜູ້​ສື່​ຂ່າວ​ ວີ​ໂອ​ເອ ມີ​ລາຍ​ງານ​
ເລຶ່ອງນີ້ ​ ຊຶ່ງ​ທອງ​ປານ ຈະ​ນໍາ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ

ລິງໂດຍກົງ

ທໍານຽບຂາວ​ລະບຸ​ວ່າ ລັດຖະບານ​ກໍາລັງ​ສຶກສາ​ເບິ່ງ​ ຊ່ອງທາງທີ່ດີທີ່​ສຸດ ກ່ຽວ​ກັບ​ວ່າເຮັດ
ແນວໃດ​ຈະ​ນໍາ​ໃຊ້ຄວາມ​ສາມາດ​ໃນ​ການ​ເກັບ​ກໍາ​ຂໍ້​ມູນ​ລັບຂອງ​ຕົນໃຫ້​ດີ​ທີ່​ສຸດ ​ເພື່ອ​ພິທັກ
ປົກ​ປ້ອງ​ ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ສະຫະລັດ ​ໂດຍ​ປາດສະ​ຈາກ​ ການລ່ວງລະ​ເມີດສິດເສລີ
ພາບ​ແລະຄວາມ​ເປັນ​ສ່ວນ​ຕົວຂອງ​ພົນລະ​ເຮືອນ​.

ຄະນະ​ກໍາມະການ​ທົບ​ທວນຄືນ​ເບິ່ງການ​ປະຕິບັດ​ງານ​ສືບ​ລັບ ​ໄດ້​ແນະ​ນໍາ​ມາດ​ຕະການ​
ຕ່າງໆ ​ເພື່ອ​ຄຸ້ມ​ກັນ​ສິດ​ເສລີພາບ​ຂອງ​ພົນລະ​ເຮືອນ​ໃຫ້​ດີ​ຂຶ້ນ ​ແລະ​ໃຫ້​ວິ​ເຄາະ​ດ້ວຍຄວາມ
ລອບຄອບລະມັດລະວັງ ​ຜົນ​ສະທ້ອນ​ຈາກ​ການເກັບ​ກໍາ​ຂໍ້​ມູນ​ລັບນັ້ນ. ນອກ​ນີ້ ​ຄະນະກໍາ
ມະການ​ຍັງ​ຮຽກຮ້ອງ​ ໃຫ້​ມີ​ການ​ພິທັກ​ປົກ​ປ້ອງ​ຄວາມ​ເປັນ​ສ່ວນ​ຕົວ ​ຂອງ​ພວກ​ທີ່​ບໍ່​ແມ່ນ​ສັນຊາດອາ​ເມຣິກັນ ນັ້ນ​ນໍາ.

ທ່ານ Stephen Vladack ອາຈານ​ສອນ​ ວິຊາ​ກົດໝາຍ​ ປະ​ຈໍາ​ມະຫາວິທະຍາ​ໄລ American University ຢູ່​ວໍ​ຊິງ​ຕັນ​ດີ​ຊີ ​ເວົ້າ​ວ່າ ​ເລຶ່ອງນີ້​ຖື​ວ່າ​ສໍາຄັນ​ຫຼາຍ ຍ້ອນ​ວ່າ ​
ແມ່ນ​ແຕ່​ຊາວ​ອາ​ເມຣິກັນ ທີ່ຢູ່​ຕ່າງປະ​ເທດ ກໍ​ບໍ່​ໄດ້ຮັບ​ການ​ຄຸ້ມຄອງ​ປ້ອງ​ກັນ​ ໂດຍ​ລັດ
ຖະທໍາ​ມະນູນຂອງສະຫະລັດ​ແຕ່​ຢ່າງ​ໃດ.

ທ່ານ Vladack ​ເວົ້າ​ວ່າ: “ຂ້າພະ​ເຈົ້າຄິດ​ວ່າ ຄໍາ​ຖາມ​ແທ້ໆສໍາລັບ​ພວກ​ທີ່​ບໍ່​ເປັນ​
ສັນຊາດ​ອາ​ເມຣິກາ ຢູ່​ນອກ​ສະຫະລັດນັ້ນ​ ກໍ​ຄື​ວ່າ ມີ​ວິທີທາງ​ໃດບໍ່ ​ທີ່​ຈະປັບປຸງ​
ການ​ປ້ອງ​ກັນ​ຄວາມ​ເປັນ​ສ່ວນ​ຕົວ​ ​ໃຫ້​ດີ​ຂຶ້ນໄດ້ ​ແລະ ຈໍາກັດ​ອໍານາດໃນການ​ສືບ
ລັບ ​ໂດຍທີ່ບໍ່​ລະ​ເມີດລັດຖະທໍາ​ມະນູນ ​ແລະມີ​ວິທີ​ທາງ​ໃດ​ແດ່​ສໍາລັບ​ໃຫ້ລັດຖະ
ສະພາອອກ​ກົດໝາຍ​ຄຸ້ມ​ຄອງ​ ທີ່​ເຄັ່ງ​ຄັດ​ຂຶ້ນກວ່າເກົ່າ ​ເພື່ອ​ຮັບປະກັນ​ວ່າ ອົງ
ການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດສະຫະລັດ ຫຼື
NSA ຈະບໍ່​ຈະເກັບ​ກໍາເອົາທຸກໆ
ຂໍ້​ມູນ​ທີ່ຕົນສາມາດ​ເອົາ​ໄດ້​ ​ແຕ່​ເກັບ​ກໍາເອົາແຕ່ຂໍ້​ມູນ​ໃດ​ທີ່​ຕົນມີ​ເຫດ​ຜົນທີ່​ຕ້ອງ​
ເຮັດ​ເທົ່າ​ນັ້ນ.”


ທ່ານ Jay Carney ​ໂຄສົກທໍານຽບຂາວ​ ​ເວົ້າ​ວ່າ ປະທານາທິບໍດີ ​ໂອ​ບາ​ມາ ຍັງຈະບໍ່
ທໍາ​ການຕັດສິນ​ໃຈໃນ​ທັນທີນີ້​ເທື່ອ ກ່ຽວ​ກັບ​ລາຍ​ງານ 300 ໜ້າ​ດັ່ງກ່າວ.

​ໂຄສົກ ​ເຈ ຄາ​ເນ ​ເວົ້າ​ວ່າ: “ປະທານາທິບໍດີ ຈະ​ບໍ່​ຕັດສິນ​ໃຈ​ທັນທີ​ທັນ​ໃດໂລດ.
ທ່ານ​ຈະອ່ານ​ໃຫ້​ເຂົ້າ​ໃຈ ​ແລະ​ສັ່ງ​ຊາຕີ​ລາຄາ​ເບິ່ງ​ເສຍ​ກ່ອນ. ​ແລະການ​ທົບ​
ທວນພາຍ​ໃນ​ໂດຍ​ລວມນັ້ນ ກໍຈະ​ບໍ່​ສໍາ​ເລັດ​ລົງໄດ້​ ຈົນ​ກວ່າ​ເດືອ​ນມັງກອນ.
ຫຼັງ​ຈາກ​ນັ້ນ ປະທານາທິບໍດີກໍ​ຈະ​ມີ​ຄວາມ​ຄິດ​ເຫັນ​ໃນ​ເລຶ່ອງນີ້
ຕຶ່ມອີກ ​ແລະ​
ຈະ​ສາມາດ​ເວົ້າ​ເຖິງ​ຜົນ​ຮັບ​ຂອງ​ວຽກ​ງານ​ນັ້ນ​ໄດ້ ​ຫຼາຍ​ຂຶ້ນ​.”


ກຸ່ມ​ທົບທວນຄືນ​ເບິ່ງ​ການ​ປະຕິບັດ​ງານ​ສືບ​ລັບ ​ແມ່ນເຮັດ​ວຽກ​ພາຍ​ໃຕ້​ຜູ້​ອໍານວຍ​ການ
ສືບລັບ​ແຫ່ງຊາດ ​ເພື່ອ​ກວດ​ສອບ​ພາກ​ປະຕິບັດ​ຂອງ NSA ລຸນ​ຫຼັງທີ່​ມີ​ການ​ກ່າວ​ຫາ ຈາກ​
ອະດີດ​ພະນັກງານ​ສັນ​ຍາຈ້າງ Edward Snowden ຂອງ​ອົງການ​ສືບລັບນັ້ນ​ວ່າ NSA
ລັກ​ເກັບ​ກໍາ​ຂໍ້​ມູນ​ການສົນທະນາ​ທາງໂທລະສັບ​ຂອງ​ເອກ​ກະ​ຊົນ. ​ໂຄສົກ Jay Carney
ຍອມຮັບ​ວ່າ ການ​ເປີດ​ເຜີຍ​ຄວາມ​ລັບ​ໂດຍ​ທ້າວ Snowden ນັ້ນ ​ໄດ້​ມີ​ຜົນ​ກະທົບຢູ່. ​ແຕ່​
ກໍ​ເວົ້າ​ວ່າ ປະທານ​າທິບໍດີ​ສັ່ງ​ໃຫ້​ມີ​ການທົບ​ທວນຄືນ​ເບິ່ງ ກໍ​ຍ້ອນ​ມີຄວາມຕັ້​ງ​ໃຈ​ທີ່ຈະ​ທໍາ​
ການ​ປ່ຽ​ນ​ແປງຢູ່​ໃນ​ໂຄງການ​ສືບ​ລັບ​ຂອງ​ສະຫະລັດ.

ທ່ານ Carney ​ອະທິບາຍ​ວ່າ: “ ກໍ​ຄືການ​ປ່ຽນ​ແປງ​ທີ່​ຈະມີ​ຄວາມ​ສໍາຄັນ ​ແມ່ນ​ແຕ່
ໃນຂະນະ​ທີ່​ພວກ​ເຮົາເຮັດ​ໃຫ້​ເປັນ​ທີ່​ແຈ້ງ​ຂາວວ່າ ວຽກ​ງານ​ຂອງ NSA ​ແລະ​
ພາກສ່ວນ​ວົງ​ການ​ສືບ​ລັບ​ອື່ນໆນັ້ນ​ ຖື​ວ່າ​ສໍາຄັນ​ທີ່​ສຸດ ຕໍ່​ຄວາ​ມໝັ້ນຄົງ​ ຂອງ​
ສະຫະລັດ ​ແລະ​ປະຊາຊົນ​ອາ​ເມຣິກາ ​ແລະ​ບັນດາພັນທະ​ມິດຂອງ​ພວກ​ເຮົາ ​
ແລະ​ພວກ​ເຮົາ​ກໍຈະ​ບໍ່​ຍອມ​ສ້າງ​ຄວາມ​ເສຍ​ຫາຍໃດ​ໆ​ ​ໃຫ້​ແກ່​ວຽກ​ງານທີ່​ພວກ​
ເຮົາ​ເຮັດ​ໄປ ເພື່ອຄວາມໝັ້ນຄົງ​ຂອງ​ສະຫະລັດນັ້ນ.”


ປະທານາທິບໍດີ​ໄດ້​ກ່າວ​ປ້ອງ​ກັນ ​ໂຄງການ​ສືບ​ລັບ​ຕ່າງໆ​ຂອງ​ສະຫະລັດມາ​ກ່​ອນ ເວລາ
ທ່ານ​ກ່າວ​ຄໍາ​ປາ​ໄສເມື່ອເດືອນ​ສິງຫາ​ຜ່າ​ນມາ ບໍ່​ດົນ​ຫຼັງ​ຈາກ ທ້າວ Snowden ເປີດເຜີຍ
ເອກ​ກະສາ​ນບາງ​ຢ່າງ ທີ່​ລັກ​ມາ​ຈາກອົງການ NSA ຕາມ​ທີ່​ມີ​ການ​ກ່າວຫາ​ນັ້ນ.

ທ່ານ ​ໂອ​ບາ​ມາ ​ເວົ້າ​ວ່າ​: “ຂ້າພະ​ເຈົ້າຈະ​ຂໍ​ເວົ້າ​ໃຫ້ເປັນ​ທີ່​ແຈ້ງ​ຂາວ​ອີກ​ຄັ້ງ​ນຶ່ງ​ວ່າ
ອາ​ເມ​ລິ​ກາບໍ່​ມີ​ເຈດ​ຕະນາ ຫຼື​ສົນ​ໃຈ​ ຈະ​ທໍາ​ການ​ສອດ​ແນ​ມ​ປະຊາຊົນທໍາ​ມະ​ດາ​
ແຕ່​ຢ່າງ​ໃດ​. ງານ​ສືບ​ລັບ​ຂອງ​ພວກ​ເຮົາ​ ແມ່ນ​ເນັ້ນ​ໜັກ​ກວ່າ​ສິ່ງ​ອື່ນ​ໃດ​ທັງ​ໝົດ​ ​
ໃສ່​ເພື່ອ​ຊອກ​ຫາ​ຫຼັກຖານ ທີ່​ເຫັນ​ວ່າ​ຈໍາ​ເປັນ​ເພື່ອ​ພິທັກ​ປົກ​ປ້ອງປະຊາ​ຊົນ​ຂອງ​
ພວກ​ເຮົາ ​ແລະ​ໃນ​ຫຼາຍໆ​ກໍລະນີ​ແລ້ວ ​ກໍແມ່ນ​ປົກ​ປ້ອງ​ປະ​ເທດພັນທະ​ມິດ​ຂອງ
​ພວກ​ເຮົານໍາ.”


​ແຕ່​ທ່ານ​ໂອ​ບາ​ມາ ສັນຍາ​ວ່າ ຈະ​ໃຫ້​ມີ​ຄວາມໂປ່​ງ​ໃສ​ຫຼາຍ​ຂຶ້ນ ກ່ຽວ​ກັບ​ວິທີການ ​ແລະ​
ເວລາ ທີ່ລະ​ບົບການ​ສືບ​ລັບ​ຖືກ​ນໍາ​ໃຊ້.

ຂະນະ​ນີ້ ທ້າວ Snowden ອາ​ໄສ​ພັດ​ຖິ່ນ​ຢູ່​ໃນ​ປະ​ເທດ​ຣັດ​ເຊຍ. ຜູ້ກ່ຽວເປັນ​ບຸກຄົນທີ່
ກົດໝາຍຕ້ອງການ​ຕົວ​ຢູ່​ໃນ​ສະຫະລັດ ​ໃນ​ຂໍ້​ຫາ​ທໍາ​ຈາລະ​ກໍາ ​ແຕ່​ພວກ​ສະໜັບສະໜຸນ
ທ້າວ Snowden ຊົມ​ເຊີຍ​ການ​ກະທໍາ​ຂອງ​ຜູ່​ກ່ຽວ ທີ່​ກະ​ຕຸ້ນ​ໃຫ້ມີ​ການອະພິ​ປາຍ​ກັນ​ຢູ່
ໃນທົ່ວ​ໂລກ ກ່ຽວ​ກັບ​ພາກ​ປະຕິບັດ​ດ້ານ​ຄວາມ​ໝັ້ນ​ຄົງ ທີ່​ມີຜົນ​ກະທົບ​ຕໍ່​ປະຊາຊົນ​ຄົນ​
ທໍາ​ມະດາສາມັນ ຊຶ່ງ​ເປັນ​ການ​ອະພິປາຍ​ ທີ່​ຫຼາຍໆ​ຄົນຄິດ​ວ່າ ​ຄວນ​ມີ​ຂຶ້ນແຕ່​ດົນ​ແລ້ວ.

ເບິ່ງວີດີໂອອີກເລື້ອງນຶ່ງ ກ່ຽວກັບຂ່າວນີ້:

Obama Considers Proposals to Change Surveillance
please wait

No media source currently available

0:00 0:03:14 0:00
ລິງໂດຍກົງ



.
XS
SM
MD
LG