ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທຳນຽບຂາວ ເປີດເຜີຍ ການເງິນ ຂອງ ພວກພະນັກງານ


ທ່ານນາງ Ivanka Trump ລູກສາວຂອງ ປະທານາທິບໍດີ Donald Trump ແລະສາມີ ທ່ານ Jared Kushner ທີປຶກສາ ອະວຸໂສ ປະຈຳທຳນຽບຂາວ
ທ່ານນາງ Ivanka Trump ລູກສາວຂອງ ປະທານາທິບໍດີ Donald Trump ແລະສາມີ ທ່ານ Jared Kushner ທີປຶກສາ ອະວຸໂສ ປະຈຳທຳນຽບຂາວ

ທຳນຽບຂາວ​ໄດ້​ເປີດ​ເຜີຍລາຍ​ງານ​ ກ່ຽວ​ກັບການ​ເງິນ​ສ່ວນ​ຕົວຂອງ​ພວກພະນັກງານ
ທີ່​ເຮັດ​ວຽກ​ໃຫ້ປະທານາທິບໍດີ.

ລາຍ​ງານ ​ທີ່​ໄດ້ພິມ​ເຜີຍ​ແຜ່​ໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້ ແມ່ນ​ໃຫ້​ລາຍ​ລະອຽດ​ກ່ຽວ​
ກັບ​ຊັບ​ສົມບັດ ໜີ້​ສິນ ​ແລະ​ລາຍ​ໄດ້ຢູ່​ໃນ​ທະນາຄານ ຊຶ່ງເປັນ​ປະຫວັດບັນ ດາພະນັກ
ງານຮັ່ງມີ​ທີ່​ສຸດ ໃນ​ທຳນຽບຂາວ​ແບບທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ​ເວລາ​ເຂົາ​ເຈົ້າ​ເຂົ້າ​ມາ​ຮັບ
​ໜ້າ​ທີ່ຢູ່ທຳນຽບຂາວ​ເທື່ອ​ທຳ​ອິດ​ໃນ​ເດືອນ​ມັງກອນ ​ແລະ​ກ່ອນ​ທີ່​ເຂົາ​ເ​ຈົ້າ​ໄດ້​ເລີ້ມ​
ຂາຍ​ຊັບ​ສົມບັດທີ່​ອາດ​ພິຈາລະນາ​ວ່າ​ຂັດ​ແຍ້​ງກັບ​ຜົນ​ປະ​ໂຫຍ​ດຢູ່​ໃນ​ໜ້າ​ທີ່​ການ
ໃໝ່​ຂອງເຂົາ​ເຈົ້າ.

ບັນຊີນີ້​ຮວມທັງ​ລາຍ​ລະອຽດ​ກ່ຽວ​ກັບ​ຊີວິດ​ການ​ເງິນ​ຂອງ​ລູກ​ສາວ​ປະທານາທິບໍດີ
ທ່ານ​ນາງ Ivanka ​ແລະ​ສາມີຂອງ​ນາງ ທ່ານ Jared Kushner ຜູ້​ທີ່​ຄອບຄົວ​ພົວພັນ​
ກັບ​ການ​ພັດທະນາ​ອະສັງຫາລິມະ​ຊັບ ​ຢູ່​ໃນ​ນະຄອນ New York. ບໍ່​ເປັນທີ່​ແປກ​ປະ
ຫລາດຫຍັງ​ເລີຍ ທີ່ຄູ່​ຜົວ​ເມຍນີ້ ​ມີ​ອະສັງຫາລິມະ​ຊັບ​ຢ່າງ​ຫລວງ ຫລາຍ ​ແລະ​ອານາ
ຈັກທຸລະ​ກິດທີ່​ມີມູນຄ່າ​ເຖິງ 741 ລ້ານ​ໂດ​ລາ ອີງ​ຕາມ​ໜັງ ສືພິມ New York Time.
ທ່ານ​ນາງ Ivanka Trump ຍັງ​ຖື​ຜົນ​ປະ​ໂຫຍ​ດຢູ່​ ໂຮງ​ແຮມ Trump International
Hotel ​ທີ່​ນະຄອນຫລວງ​ວໍ​ຊິງ​ຕັນ ບໍ່​ພຽງ​ເທົ່າ​ໃດຮ່ອມ ຈາ​ກທຳນຽບຂາວ. ການ​ເປີດ
​ເຜີຍ​ການ​ເງິນ​ ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Kushner ​ໄດ້​ລາ​ອອກ​ຈາກ​ຢ່າງ​ໜ້ອຍ
260 ​ບໍລິສັດ​ ອົງການ ​ແລະກຸ່ມ​ຕ່າງໆ ​ແລະ​ບັນດາ​ອົງການ​ທີ່​ບໍ່​ຫວັງ​ຜົນ​ກຳ​ໄລ​ນັບ​ແຕ່
​ເດືອນ​ມັງກອນ​ເປັນ​ຕົ້ນ​ມາ. ພັນ​ລະ​ຍາ​ຂອງ​ທ່ານ​ໄດ້​ຢຸດ​ເຊົາ​ທຸລະ​ກິດ​ທີ່​ທ່ານນາງ​ເປັນ
​ເຈົ້າ​ຂອງ ​ເພື່ອ​ມາ​ເຮັດ​ວຽກ​ຢູ່​ທຳນຽບຂາວ.

​ການເປີດ​ເຜີຍ​ການ​ເງິນ​ແມ່ນ​ກົດໝາຍ ​ທີ່​ຕ້ອງ​ໄດ້​ປະຕິບັດ​ໃຫ້​ສາທາ​ລະນະ​ຊົນຊາບ.
ລາຍ​ງານນີ້ ​ເຖິງ​ຢ່າງ​ໃດ​ກໍ​ດີ ບໍ່​ໄດ້​ຮວມລາຍ​ງານຂອງ​ຫ້ອງການຈັນ​ຍາ​ບັນ​ຂອງ​ລັດ
ຖະບານ ກັບ​ບັນດາ​ພະນັກງານ ອັນທີ່​ເຂົ​ເຈົ້າ​ຕ້ອງ​ປະຕິບັດ ​ເພື່ອ​ຫລີກ​ລ່ຽງ​ໂອກາດ
​ທີ່​ຈະ​ຂັດດ​ແຍ້​ງດ້ານຜົນ​ປະ​ໂຫຍ​ດ.

ທ່ານ Gary Cohn ​ເຈົ້າ​ຂອງ​ທຸລະ​ກິດ​ພັນ​ລ້ານ Goldman Sachs.
ທ່ານ Gary Cohn ​ເຈົ້າ​ຂອງ​ທຸລະ​ກິດ​ພັນ​ລ້ານ Goldman Sachs.

ທ່ານ Gary Cohn ​ເຈົ້າ​ຂອງ​ທຸລະ​ກິດ​ພັນ​ລ້ານ ​ແລະແມ່ນ​ຜູ້​ນຶ່ງຢູ່​ໃນ​ຈຳນວນ​ທີ່​ປຶກ
ສາ​ຊັ້ນ​ສູງ​ຂອງ ປະທາ​ນາ​ທິບໍດີ Trump ທ່ານແມ່ນ​ສະມາຊິກຜູ້​ນຶ່ງ​ທີ່​ຮັ່ງ​ສຸດ ຂອງ
​ພະນັກງານ​ທ່ານ Trump​. ທ່ານ​ໄດ້​ອອກຈາກ​ໜ້າ​ທີ່ອັນ​ຮັ່ງມີ​ທີ່ Goldman Sachs
ບ່ອນ​ທີ່​ທ່ານ​ໄດ້​ຮັບ​ເງິນ​ລາຍ​ໄດ້ ຢ່າ​ງໜ້ອຍ 40 ລ້ານ​ໂດ​ລາຈາກ​ແຫ່ງ​ຕ່າງໆ​ ຮວມ
ທັງ​ຮຸ້ນ ​ເພື່ອມາ​ເປັນ​ຫົວໜ້າ​ປຶກສາ​ເສດຖະກິດ ​ໃຫ້​ແກ່ປະທານາທິ ບໍດີ Trump.

ໂຄ​ສົກ​ທຳນຽບຂາວ​ທ່ານ Sean Spicer ​ໄດ້​ໃຫ້​ທັດກ່ຽວ​ກັບສະນະ​ສະມາຊິກ​
ທຳນຽບຂາວ​ວ່າ “​ເປັນ​ທີ່​ພໍ​ໃຈ ​ແລະ​ປະສົບ​ຜົນສຳ​ເລັດ​ທີ່​ສຸດ” ທີ່​ທ່ານ​ກ່າວ​ວ່າ​ໄດ້​
ເສຍ​ສະຫຼະ “ຢ່າງ​ໃຫຍ່​ຫລວງ” ​ເພື່ອ​ເຂົ້າ​ມາ​ຮັບ​ໃຊ້​ສາທາລະນະ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG