ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທຳນຽບຂາວ ເລັ່ງຄວາມພະຍາຍາມ ຕໍ່ຕ້ານໄວຣັສໂຄໂຣນາ ຂະນະທີ່ ໂອໄມຄຣອນ ພວມຄຸກຄາມ ໂຮງໝໍທັງຫຼາຍ


ຄົນປ່ວຍຍ້ອນໂຄວິດ-19 ແມ່ນເຫັນໄດ້ວ່າ ນອນໃສ່ເຄື່ອງຊ່ອຍຫາຍໃຈ ໃນຫ້ອງ ICU COVID-19 ຢູ່ທີ່ສູນການແພດ Dartmouth-Hitchcock, ໃນເມືອງເລບານອນ ລັດນິວແຮມເຊີຣ, ວັນທີ 3 ມັງກອນ 2022.
ຄົນປ່ວຍຍ້ອນໂຄວິດ-19 ແມ່ນເຫັນໄດ້ວ່າ ນອນໃສ່ເຄື່ອງຊ່ອຍຫາຍໃຈ ໃນຫ້ອງ ICU COVID-19 ຢູ່ທີ່ສູນການແພດ Dartmouth-Hitchcock, ໃນເມືອງເລບານອນ ລັດນິວແຮມເຊີຣ, ວັນທີ 3 ມັງກອນ 2022.

ຄະນະລັດຖະບານຂອງປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ກຳລັງເລັ່ງປຸກລະດົມ ການຄວບຄຸມໄວຣັສໂຄໂຣນາລະດັບປະເທດ ໃນຂະນະທີ່ການ ຕິດເຊື້ອເພີ້ມສູງຂຶ້ນເປັນປະຫວັດການ ຊຶ່ງເກີດຈາກໄວຣັສສາຍພັນໃໝ່ໂອໄມຄຣອນ ພວມຄຸກຄາມໂຮງໝໍທັງຫຼາຍ ແລະລົບກວນແຜນການເປີດໂຮງຮຽນຄືນໃໝ່ໃນບາງແຫ່ງ.

ສະຫະລັດ ໄດ້ມີລາຍງານວ່າ ມີຜູ້ຕິດເຊື້ອໄວຣັສໃໝ່ນຶ່ງລ້ານຄົນໃນວັນຈັນຜ່ານມານີ້ ເປັນຈຳນວນສູງສຸດຂອງປະເທດໃດນຶ່ງໃນໂລກ. ທ່ານນາງໂຣແຊລ ວໍເລນສ໌ກີ ຜູ້ອຳນວຍການຂອງສູນກາງຄົບຄຸມແລະປ້ອງກັນພະຍາດສະຫະລັດ ຫຼື CDC ໄດ້ກ່າວຕໍ່ບັນດານັກຂ່າວໃນວັນພຸດວານນີ້ ວ່າ ໄລຍະເຈັດວັນຂອງການຕິດເຊື້ອໂດຍສະເລ່ຍແລ້ວ ແມ່ນມີຢູ່ປະມານ 491,700 ຄົນໃນແຕ່ລະວັນ ຊຶ່ງເພີ້ມຂຶ້ນ 98 ເປີເຊັນຈາກອາທິດກ່ອນ.

“ບັດນີ້ ພວກເຮົາກະປະມານໄດ້ວ່າ ໄວຣັສໂອໄມຄຣອນ ກວມເອົາປະມານ 95 ເປີເຊັນຂອງກໍລະນີ ໃນປະເທດ ແລະໄວຣັສແດລຕາ ແມ່ນຍັງກວມເອົາ 5 ເປີ ເຊັນຂອງກໍລະນີຕິດເຊື້ອ ຢູ່ຄືເກົ່າ” ທ່ານນາງວໍເລນສ໌ກີ ໄດ້ກ່າວ ໃນລະຫວ່າງຖະແຫລງການກ່ຽວກັບໄວຣັສໂຄໂຣນາຂອງທຳນຽບຂາວ ຕາມປົກກະຕິ.

ທ່ານນາງວໍເລນສ໌ກີ ກ່າວຕື່ມວ່າ “ການເພີ້ມສູງຂຶ້ນໃນກໍລະນີຕິດເຊື້ອ ແລະການເກີດຂຶ້ນມາຂອງໄວຣັສສາພັນໃໝ່ໂອໄມຄຣອນ ທີ່ຕິດແປດໄດ້ໄວຂຶ້ນກວ່າເກົ່ານັ້ນ ໄດ້ເໜ້ນໜັກເຖິງຄວາມສຳຄັນຂອງການສັກຢາວັກຊີນ ແລະສັກເຂັມບູສເຕີ.”

ປະທານາທິບໍດີ ໄບເດັນ ໃນວັນອັງຄານຜ່ານມານີ້ ໄດ້ຮຽກຮ້ອງໃຫ້ພວກຜູ້ໃຫຍ່ 35 ລ້ານຄົນ ຜູ້ທີ່ບໍ່ໄດ້ສັກຢາວັກຊີນກັນໄວຣັສໂຄໂຣນາ ຈົ່ງໃຫ້ໄປສັກ ໂດຍຊີ້ແຈງວ່າ ພວກຄົນທີ່ບໍ່ໄດ້ສັກຢາວັກຊີນ ໄດ້ເຂົ້າໄປນອນຢູ່ຕຽງທັງຫຼາຍຂອງໂຮງໝໍ ແລະເຮັດໃຫ້ຫ້ອງສຸກເສີນທັງຫຼາຍເຕັມໝົດ ທີ່ພວກຄົນປ່ວຍອື່ນໆຈຳເປັນຕ້ອງໃຊ້.

ນອກເໜືອໄປຈາກການກະຕຸ້ນໃຫ້ເກີດການຍົກເລີກຖ້ຽວບິນພານິດຫຼາຍພັນຖ້ຽວແລະການປິດສະຖານບັນເທີງ ແລະລາຍການອື່ນໆ ໃນເທົ່າໃດອາທິດມໍ່ໆມານີ້ ການເພີ້ມສູງຂຶ້ນຫຼ້າສຸດນີ້ ເປັນການລົບກວນແຜນການຕ່າງໆ ທີ່ຈະເປີດໂຮງ ຮຽນຫຼວງຄືນໃໝ່ ຫຼັງຈາກໄດ້ພັກຜ່ອນໃນລະດູໜາວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG