ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທຳ​ນຽບ​ຂາວ ກວດ​ສອບ​ການ​ກ່າ​ວ​ອ້າງວ່າ ເຄື່ອງ​ມື​ທີ່​ຜະ​ລິດ​ໂດຍ ສະ​ຫະ​ລັດ ຖືກ​ໃຊ້​ໃນ​ການ​ໂຈມຕີ ຣັດ​ເຊຍ


ລັດ​ຖະ​ມົນ​ຕ​ີ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ຊອຍ​ກູ, ນັ່ງ​ຢູ່​ໜ້າ​ທຸງ​ຊາດ, ລົມ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ໃນ ມົ​ສ​ກູ, ຣັດ​ເຊຍ, 4 ພຶດ​ສະ​ພາ 2023.
ລັດ​ຖະ​ມົນ​ຕ​ີ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ຊອຍ​ກູ, ນັ່ງ​ຢູ່​ໜ້າ​ທຸງ​ຊາດ, ລົມ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ໃນ ມົ​ສ​ກູ, ຣັດ​ເຊຍ, 4 ພຶດ​ສະ​ພາ 2023.

ທຳ​ນຽບ​ຂາວ​ກ່າວ​ວ່າ​ເຂົາ​ເຈົ້າ​ກຳ​ລັງ​ເບິ່ງ​ລາຍ​ງານ​ຕ່າງໆ ກ່ຽວ​ກັບ ການ​ກ່າວ​ຫາ​ວ່າ​ມີ​ການ​ນຳ​ໃຊ້​ອຸ​ປະ​ກອນ​ທີ່​ຖືກ​ສະ​ໜອງ​ໃຫ້​ໂດຍ ສະ​ຫະ​ລັດ ໃນ​ສິ່ງ​ທີ່​ປາ​ກົດ​ວ່າ​ເປັນ​ການ​ບຸກ​ໂຈມ​ຕີ​ໂດຍ​ອາ​ສາ​ສະ​ໝັກ​ ຣັດ​ເຊຍ ທີ່​ຕໍ່​ຕ້ານ​ທ່ານ ປູ​ຕິນ ເມື່ອ​ວັນ​ຈັນ​ທີ່​ຜ່ານ​ມາ​ໃນ​ພາກ​ພື້ນ ແບ​ລ​ໂກ​ຣອດ ໃນ ຣັດ​ເຊຍ, ແນວ​ໃດ​ກໍ່​ຕາມ ສະ​ຫະ​ລັດ ແມ່ນບໍ່​ສາ​ມາດ​ຢືນ​ຢັນ​ການ​ກ່າວ​ອ້າງ​ທີ່​ວ່າ​ນັ້ນ.

ໂຄ​ສົກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ ຈອນ ເຄີ​ບີ ໄດ້​ກ່າວ​ໃນ​ວັນ​ພຸດ​ວານີ້​ວ່າ “ພວກ​ເຮົາ​ບໍ່​ສະ​ໜັບ​ສະ​ໜູນ​ການ​ໃຊ້​ເຄື່ອງ​ມື​ທີ່​ຖືກ​ຜະ​ລິດ​ໂດຍ ສະ​ຫະ​ລັດ ສຳ​ລັບ​ການ​ໂຈມ​ຕີ​ຢູ່​ໃນ ຣັດ​ເຊຍ. ແລະ ພວກ​ເຮົາ​ໄດ້​ເວົ້າ​ຢ່າງ​ຈະ​ແຈ້ງ ກ່ຽວ​ກັບ ມັນ​ກັບ​ຊາວ ຢູ​ເຄ​ຣນ ແລ້ວ. ພວກ​ເຮົາ​ບໍ່​ໄດ້​ເຮັດ​ຫຍັງ​ແຕ່ບໍ່​ປ່ຽນ​ແປງ ກ່ຽວ​ກັບ ຄວາມ​ເປັນ​ຫ່ວງ​ຂອງ​ເຮົາ​ຕໍ່​ບັນ​ຫາ​ນັ້ນ.”

ຣັດ​ເຊຍ ໄດ້​ເອີ້ນ​ເຫດ​ການ​ຂອງວັນ​ຈັນ​ທີ່​ຜ່ານ​ມາ​ວ່າ​ເປັນ​ການ​ຈູ່​ໂຈມ​ໂດຍ​ພວກ​ກໍ່​ວິ​ນາດ​ສະ​ກຳ ​ທີ່​ຖືກ​ສົ່ງ​ໄປ​ໂດຍ ກີ​ຢິບ, ພ້ອ​ມ​ກັບ​ພວກ​ເຈົ້າ​ໜ້າ​ທີ່ ແລະ ສື່ມວນ​ຊົນ​ລັດ​ຖະ​ບານ ​ດ້ວຍ​ການ​ໃຊ້​ຄຳ​ສັບ​ເອີ້ນຫຼາຍ​ຢ່າງ​ນັບ​ຈາກ “ພວກ​ຫົວ​ຮຸນ​ແຮງ” ຫາ “ພວກ​ກໍ່​ການ​ຮ້າຍ.” ຢູ​ເຄ​ຣນ ໄດ້​ປະ​ຕິ​ເສດ​ການ​ມີ​ສ່ວນ​ຮ່ວມ​ໃນ​ເຫດ​ການ​ຢູ່​ພາກ​ພື້ນ ແບ​ລ​ໂກ​ຣອດ ໃນ​ອາ​ທິດນີ້, ໂດຍ​ເອີ້ນ​ມັນ​ວ່າ​ເປັນ​ການ​ກະ​ທຳ​ໂດຍ​ຊາວ ຣັດ​ເຊຍ ທີ່ບໍ່​ສະ​ບາຍ​ໃຈ.

ກ່ອນ​ໜ້ານີ້, ໂຄ​ສົກ​ທຳ​ນຽບ​ຫ້າ​ແຈ ​ພົນຈັດ​ຕະ​ວາ ແພັດ ຣາຍ​ເດີ ໄດ້​ຢືນ​ຢັນ​ວ່າ ລັດ​ຖະ​ບານ ສະ​ຫະ​ລັດ ບໍ່​ໄດ້​ອະ​ນຸ​ມັດ​ການ​ນຳ​ສົ່ງ​ອຸ​ປະ​ກອນ​ມື​ທີ​ສາມ​ໃດໆ​ໄປ​ໃຫ້
ບັນ​ດາ​ອົງ​ການ​ທະ​ຫານ​ບ້ານ​ຢູ່ນອກກອງ​ທັບ ຢູ​ເຄ​ຣນ, ຫຼື​ລັດ​ຖະບານ ຢູ​ເຄ​ຣນ ໄດ້​ຂໍ​ການ​ນຳ​ສົ່ງ​ແບບ​ນັ້ນ.

ທ່ານ ຣາຍ​ເດີ ໄດ້​ກ່າວ​ວ່າ “ສະ​ຫະ​ລັດ ແມ່ນ​ໄດ້ສື່​ສານ​ກັບ​ ຢູ​ເຄ​ຣນ ຢ່າງ​ເປັນ​ປະ​ຈຳ​ວ່າ​ການ​ຊ່ວຍ​ເຫຼືອ​ດ້ານ​ຄວາມ​ປອດ​ໄພ​ທີ່​ພວກ​ເຮົາ​ໄດ້​ສະ​ໜອງ​ໃຫ້​ເຂົາ​ເຈົ້າ​ແມ່ນ​ເພື່ອ​ການ​ນຳ​ໃຊ້​ຢູ່​ໃນ ຢູ​ເຄ​ຣນ, ອັນ​ເປັນ​ສ່ວນ​ນຶ່ງ​ໃນ​ຄວາ​ມ​ພະ​ຍາ​ຍາມ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ປ້ອງ​ກັນ​ປະ​ເທດ​ຂອງ​ເຂົາ​ເຈົ້າ ແລະ ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ​ເຂົາ​ເຈົ້າ.”

ທ່ານໄດ້​ກ່າວ​ຢ້ຳ​ວ່າ ທຳ​ນຽບ​ຫ້າ​ແຈບໍ່​ສາ​ມາດ​ທີ່​ຈະ​ຢືນ​ຢັນ​ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ພາບ​ຕ່າງໆ​ທີ່​ມີ​ຍານ​ພາ​ຫະ​ນະ​ທີ່​ຖືກ​ກ່າວ​ຫາ​ວ່າ​ສະ​ໜອງ​ໃຫ້​ໂດຍ ສະ​ຫະ​ລັດ ຢູ່​ໃນ ຣັດ​ເຊຍ.

ທ່ານ ຣາຍ​ເດີ ໄດ້​ກ່າວ​ວ່າ “ພວກ​ເຮົາ​ບໍ່​ຮູ້​ວ່າ​ມັນ​ແທ້ຫຼືບໍ່.” ທ່ານ​ໄດ້​ຊີ້​ແຈງວ່າ​ສອງ​ສາ​ມ​ວັນ​ທີ່​ຜ່ານ​ມາ​ມັນ​ໄດ້​ມີ “ຮູບ​ພາບ​ທີ່​ແປກ​ປອມ​ຈຳ​ນວນ​ນຶ່ງ” ກ່ຽ​ວ​ກັບ ລາຍ​ງານ​ການ​ລະ​ເບີດ​ຢູ່​ທຳ​ນຽບ​ຫ້າ​ແຈ, ເຊິ່ງ​ມັນ​ບໍ່​ເຄີຍ​ເກີດ​ຂຶ້ນ. ທ່ານ​ເວົ້າ​ວ່າ “ພວກ​ເຮົາ​ໄດ້​ເບິ່ງ​ໃນ​ສິ່ງ​ທີ່​ວ່ານີ້ ແລະ ຮັບ​ປະ​ກັນ​ວ່າ​ພວກ​ເຮົາ​ໄດ້​ຂໍ້​ເທັດ​ຈິງ​ກ່ອນ​ທີ່​ພວກ​ເຮົາ​ຈະ​ທຳ​ການສັນ​ນິ​ຖານ.”

ເວ​ລາ​ຖືກ​ນັກ​ຂ່າວ​ຖາມ ກ່ຽວ​ກັບ​ວ່າພວກ​ນັກ​ລົບໄດ້ໃຊ້​ເຄື່ອງ​ມື ​ທີ່ເຮັດ​ໂດຍ ສະ​ຫະ​ລັດຫຼືບໍ່​ນັ້ນ, ໂຄ​ສົກ​ວັງ​ເຄ​ຣັມ​ລິນ ທ່ານ ດິ​ມິ​ທ​ຣີ ເປັ​ສກອ​ບ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ, “ມັນ​ບໍ່​ແມ່ນ​ຄວາມ​ລັບ​ ສຳ​ລັບ​ພວກ​ເຮົ າ​ທີ່​ອຸ​ປະ​ກອນຫຼາຍ​ແລະຫຼາຍກວ່າ​ເກົ່າ ​ແມ່ນ​ຖືກ​ນຳ​ສົ່ງ​ໄປ​ໃຫ້​ກອງ​ທັບ​ຂອງ ຢູ​ເຄ​ຣນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG