ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ໂຄສົກທຳນຽບຂາວ ທ່ານນາງເຄລີ ແມັກເອັນນານີ ກວດພົບຕິດເຊື້ອ ໂຄວິດ-19


ໂຄສົກທຳນຽບຂາວ ທ່ານນາງ ເຄລີ ແມັກເອັນນານີ (Kayleigh McEnany), ໂອ້ລົມກັບສື່ມວນຊົນ, ໃນວັນທີ 4 ຕຸລາ 2020, ຢູ່ດ້ານນອກທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນຂອງສະຫະລັດ.
ໂຄສົກທຳນຽບຂາວ ທ່ານນາງ ເຄລີ ແມັກເອັນນານີ (Kayleigh McEnany), ໂອ້ລົມກັບສື່ມວນຊົນ, ໃນວັນທີ 4 ຕຸລາ 2020, ຢູ່ດ້ານນອກທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນຂອງສະຫະລັດ.

ໂຄສົກທຳນຽບຂາວ ທ່ານນາງ ເຄລີ ແມັກເອັນນານີ ກ່າວວ່າ ທ່ານນາງໄດ້ຖືກກວດພົບ ຕິດເຊື້ອໄວຣັສ COVID-19.

ທ່ານນາງໄດ້ປະກາດຜ່ານທາງທວິດເຕີ້ ວ່າ “ຫຼັງຈາກທີ່ມີການກວດທີ່ເປັນລົບມາເລື້ອຍໆ ລວມທັງທຸກໆມື້ ນັບຕັ້ງແຕ່ວັນພະຫັດ ຂ້າພະເຈົ້າກໍໄດ້ກວດອອກມາເປັນບວກ ສຳລັບເຊື້ອໄວຣັສ COVID-19 ເມື່ອຕອນເຊົ້າວັນຈັນ ໃນຂະນະດຽວກັນ ກໍປະສົບວ່າ ບໍ່ມີອາການໃດໆເລີຍ..”

ທ່ານນາງກ່າວຕື່ມວ່າ ທ່ານນາງບໍ່ໄດ້ຮູ້ເລີຍວ່າ ຜົນການກວດຂອງທ່ານນາງ ໂຮປ ຮິກສ໌ ເປັນບວກ ຜູ້ທີ່ເປັນທີ່ປຶກສາຂອງປະທານາທິບໍດີ ດໍໂນລ ທຣຳ ກ່ອນໜ້າການຈັດກອງປະຊຸມຖະແຫລງຂ່າວ ເມື່ອວັນພະຫັດອາທິດແລ້ວນີ້ ຊຶ່ງຜົນການກວດທີ່ເປັນບວກ ຂອງທ່ານນາງຮິກສ໌ ນັ້ນໄດ້ຖືກເປີດເຜີຍ ໃນຕອນແລງຂອງວັນພະຫັດຜ່ານມາ.

ທ່ານທຣຳ ໄດ້ປະກາດໃນຕອນເຊົ້າວັນສຸກຜ່ານມາວ່າ ທ່ານແລະສະຕີໝາຍເລກນຶ່ງ ທ່ານນາງ ເມລາເນຍ ທຣຳ ໄດ້ກວດພົບເປັນບວກ ສຳລັບ COVID-19. ໃນເວລາຕໍ່ມາ ທ່ານກໍໄດ້ຖືກສົ່ງໄປ ສູນການແພດ Walter Reed ເພື່ອຮັບການຮັກສາປິ່ນປົວ.

ສ່ວນທ່ານນາງ ແມັກເອັນນານີ ໄດ້ກ່າວວ່າ ທ່ານນາງ ຈະ “ເລີ້ມຕົ້ນຂັ້ນຕອນການກັກຕົວເພື່ອຮັກສາໂຣກ” ແລະສືບຕໍ່ເຮັດວຽກດ້ວຍລະບົບທາງໄກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG