ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ສຫລ ຈະເດີນທາງ ໄປຢ້ຽມຢາມ ເອເຊຍ ໃນເດືອນ ເມສາ ປີໜ້າ


ທີ່​ປຶກສາ​ ດ້ານຄວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານນາງ Susan Rice.
ທີ່​ປຶກສາ​ ດ້ານຄວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານນາງ Susan Rice.
ທໍານຽບຂາວກ່າວ​ວ່າ ປະທານາທິບໍດີສະຫະລັດ ທ່ານ ບາຣັກ
​ໂອ​ບາ​ມາ​ ຈະ​ເດີນທາງ​ໄປ​ຢ້ຽມຢາມ​ເອ​ເຊຍ ​ໃນ​ວັນ​ທີ 24 ​
ໃນ​ເດືອນ​ເມສາ ປີ 2014 ໜ້າ​ນີ້ ຊຶ່ງ​ເປັນ​ພາກສ່ວນນຶ່ງໃນ​ການ
​ຊຸກຍູ້​ເພື່ອ​ໃຫ້​ມີ​ການ​ເພັ່ງ​ເລັງຄວາມ​ສົນ​ໃຈຄືນ​ໃໝ່ ​ໄປ​ຍັງ​ຂົງ​ເຂດ
​ທີ່​ກວ້າງຂວາງ​ດັ່ງ ກ່າວ​ແລະໃຫ້​ສະຫະລັດ​ມີສາຍ​ພົວພັນທີ່​
ໃກ້ຊິດ​ຂຶ້ນທາງ​ດ້ານ​ການ​ເມືອງ​ແລະ​ເສດຖະກິດກັບ ​ຂົງ​ເຂດ
​ເອ​ເຊຍ.

ທີ່​ປຶກສາ​ດ້ານຄວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານ​ນາງ Susan
Rice ​ໄດ້​ຖະ​ແຫຼ​ງ​ໃນ​ວັນ​ພຸດ​ວານ​ນີ້ ​ໃຫ້​ບັນດາ​ແຂກຜູ້​ຟັງ​ທີ່
​ມະຫາວິທະຍາ​ໄລ Georgetown​ ກ່ຽວ​ກັບນະ​ໂຍບາຍ
ຕໍ່​ຂົງ​ເຂດ​ເອ​ເຊຍ-ປາຊິ​ຟິກ​ວ່າ “​ເພື່ອ​ສ້າງ​ຄວາມ​ກໍ້າ​ເກິ່ງ​ຄືນ​ໃໝ່” ​ໃນການໃຫ້​ຄວາມ​ສົນ​ໃຈ​
ຂອງ​ສະຫະລັດ​ຕໍ່ເຂດເອ​ເຊຍ ​ຍັງສືບ​ຕໍ່​ເປັນເສົາ​ຫຼັກ​ ຂອງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​
ຂອງ​ສະຫະລັດ​ຢູ່.

ທ່ານ​ນາງ Rice ​ໄດ້​ຮັບ​ຮູ້ເຖິງ​ການ​ບໍ່ພໍ​ໃຈ ທີ່​ມີ​ຂຶ້ນ​ໃນ​ສະຫະລັດ ​ແລະ​ໃນ​ນອກປະ​ເທດ
ຕອນ​ທີ່​ທ່ານ​ໂອ​ບາ​ມາ ຍົກ​ເລີກ​ການໄປ​ຢ້ຽມຢາມ​ຂົງ​ເຂດ​ເອ​ເຊຍ ​ໃນ​ເດືອນ​ແລ້ວ​ນີ້ ​ເພື່ອ​
ຮັບ​ມື​ກັບເລື່ອງ​ການ​ປິດ​ລັ​ດຖະການນັ້ນ. ທ່ານ​ນາງ ຍັງ​ໄດ້​ກ່າວ​ອີກ​ວ່າ ບັນດາ​ເພື່ອນ​ມິດ​
ຂອງ​ພວກ​ເຮົາ​ໃນ​ເອ​ເຊຍ ສົມຄວນ​ແລ້ວ ​ແລະ​ຈະ​ສືບ​ຕໍ່ໄດ້ຮັບ​ ຄວາມ​ສົນ​ໃຈ​ແລະ​ເອົາ​ໃຈ​
ໃສ່​ຈາກ​ພວກ​ເຮົາ ​ໃນ​ລະດັບ​ສູງສຸດ.

​ທ່ານ​ນາງ​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ຈະ​ເສີມ​ຂະຫຍາຍ​ການ​ໃຫ້​ຄຳ​ໝັ້ນສັນຍາ ​ໂດຍ​ອ້າງ​ເຖິງ
​ການ​ໃຫ້​ຄວາມ​ຊ່ອຍ​ເຫຼືອບັນ​ເທົາ​ທຸກຂອງ​ສະຫະລັດ​ ​ແກ່​ຟີ​ລິບ​ປິນທີ່​ໄດ້​ຮັບຄວາມຫາ​ຍະ​ນະ​
ຈາກ​ພະຍຸໄຕ້​ຝຸ່ນ ທີ່​ຮວມທັງການ​ສົ່ງ​ທະຫານ​ມາຣີນ ຫຼາຍ​ກວ່າ 1 ພັນ​ຄົນ​ໄປ​ຊ່ອຍ ​ຕະຫຼອດ
ທັງອົງ​ປະກອບ​ທີ່​ສຳຄັນ ຂອງ​ກອງທັບ​ເຮືອທີ 7 ຂອງສະຫະລັດ​ນັ້ນ​ນໍາ.
XS
SM
MD
LG