ມີການສັ່ງໃຫ້ທຳນຽບຂາວ ສົ່ງບັດນັກຂ່າວຄືນໃຫ້ແກ່ທ່ານຈີມ ອາໂກສຕາ ຈາກອົງການຂ່າວ CNN ທີ່ໄດ້ຖືກຖອນເປັນການຊົ່ວຄາວ ຫຼັງຈາກທີ່ນັກຂ່າວທ່ານນີ້ ບໍ່ໄດ້ຢຸດເຊົາໃນການຕັ້ງຄຳຖາມຕໍ່ປະທານາທິບໍດີ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ຢູ່ທີ່ທຳນຽບຂາວ.
“ຂ້າພະເຈົ້າຈະອອກໃບອະນຸຍາດຊົ່ວຄາວໃຫ້” ຕາມທີ່ໄດ້ຮ້ອງຂໍ ໂດຍຕາໜ່າງ ຂ່າວດັ່ງກ່າວ ນັ້ນຄືຄຳເວົ້າຂອງທ່ານທີມໂມທີ ແຄລລີ ຜູ້ພິພາກສາປະຈຳເຂດຂອງສະຫະລັດ ທີ່ໄດ້ກ່າວໃນຕອນເຊົ້າວັນສຸກວານນີ້. “ຂ້າພະເຈົ້າສັ່ງໃຫ້ລັດຖະບານສົ່ງໃບອະນຸຍາດຄືນ.”
ໂດຍອ້າງເຖິງ “ຄວາມຈິງທີ່ສູງຜິດປົກກະຕິຈຳນວນນຶ່ງ” ທ່ານແຄລລີ ກ່າວວ່າ ທ່ານໄດ້ຕັດສິນໂດຍອີງຕາມຂະບວນການທາງກົດໝາຍຂອງຄະດີທີ່ມີຢູ່ໃນບົດແກ້ໄຂລັດຖະທຳມະນູນຂໍ້ທີຫ້າເທົ່ານັ້ນ ບໍ່ແມ່ນບັນຫາທີ່ມີຢູ່ໃນບົດແກ້ໄຂລັດຖະທຳມະນູນຂໍ້ທີນຶ່ງ.
ທ່ານແຄລລີໄດ້ຕ້ອງຕິການເອົາມາດຕະການຂອງລັດຖະບານສະຫະລັດ ໂດຍໃຫ້ຄວາມເຫັນວ່າ ອົງການຂ່າວ CNN ມີທ່າທາງວ່າຈະໄດ້ຮັບໄຊຊະນະ ໃນການສະແດງໃຫ້ເຫັນວ່ານັກຂ່າວຄົນນີ້ໄດ້ຖືກປະຕິເສດຂະບວນການທີ່ຖືກຕ້ອງທາງກົດໝາຍ ໃນການຖອນບັດຜູ້ກ່ຽວ. ທ່ານອາໂກສຕາ ໄດ້ກ່າວຢູ່ຂ້າງນອກຂອງສານວ່າ “ຂ້າພະເຈົ້າຂໍຂອບໃຈທ່ານຜູ້ພິພາກສາ ກ່ຽວກັບການຕັດສິນ ທີ່ທ່ານໄດ້ເຮັດໄປນັ້ນ. ຂ້າພະເຈົ້າຂໍກັບຄືນໄປເຮັດວຽກກ່ອນ.”
ທະນາຍຄວາມຂອງອົງການຂ່າວ CNN ທ່ານ ເທັດ ບູຕຣຸສ ໄດ້ປະກາດວ່າ ການຕັດສິນຂອງທ່ານແຄລລີ ແມ່ນເປັນ “ວັນທີ່ຍິ່ງໃຫຍ່ສຳລັບບົດແກ້ໄຂລັດຖະທຳມະນູດຂໍ້ທີນຶ່ງ ແລະວົງການຂ່າວ.”
ປະທານາທິບໍດີທຣຳ ໃຫ້ຄວາມເຫັນກ່ຽວກັບການຕັດສິນດັ່ງກ່າວ ໂດຍເວົ້າວ່າ “ພວກເຮົາຕ້ອງການຢາກໃຫ້ມີອິດສະຫຼະພາບຢ່າງຄົບຖ້ວນສຳລັບວົງການຂ່າວມັນເປັນເລື້ອງສຳຄັນສຳລັບຂ້າພະເຈົ້າ ຫຼາຍກວ່າທີ່ທຸກໆຄົນຈະເຊື່ອ ແຕ່ເຈົ້າຕ້ອງໄດ້ດຳເນີນການ ແບບໃຫ້ການເຄົາລົບເວລາເຈົ້າເຮັດຂ່າວຢູ່ທຳນຽບຂາວ.”
ນອກນັ້ນ ປະທານາທິບໍດີທຣຳ ຍັງກ່າວວ່າ “ພວກເຮົາກຳລັງຂຽນ ກົດລະບຽບຕ່າງໆ ດ້ວຍກົດລະບຽບ ແລະລະບຽບການເຫຼົ່ານີ້ ພວກເຮົາຈະກັບຄືນໄປສານອີກແລະພວກເຮົາກໍຈະເປັນຜູ້ຊະນະ.”
ທ່ານແຄລລີ ທີ່ໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ພິພາກສາເຂດ ໂດຍປະທານາທິບໍດີດໍໂນລ ທຣຳ ນັ້ນ ໄດ້ຮັບຟັງການໂຕ້ແຍ້ງ ຂອງຝ່າຍກົງກັນຂ້າມ ຈາກພວກທະນາຍຄວາມຂອງລັດຖະບານ ແລະອົງການຂ່າວ CNN ໃນລະຫວ່າງການຮັບຟັງຄຳໃຫ້ການຂັ້ນຕົ້ນເມື່ອວັນພຸດຜ່ານມາ ໃນການຍື່ນຟ້ອງຂອງອົງການຂ່າວ CNN ຕໍ່ທ່ານທຣຳ ແລະສະມາຊິກຄົນອື່ນໆຂອງຄະນະລັດຖະບານທ່ານ.