ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ເປີດກວ້າງ ສຳລັບການເຈລະຈາ ການຊ່ວຍເຫຼືອ ໄວຣັສໂຄໂຣນາ ເພີ່ມເຕີມ


ລັດຖະມົນຕີກະຊວງການເງິນ ທ່ານ ສຕີເວັນ ມະນູຊິນ ແລະ ທີ່ປຶກສາທຳນຽບຂາວ ທ່ານ ມາກ ເມໂດສ ຍ່າງຫຼັງຈາກການເຈລະຈາກໂຄງການຊ່ວຍເຫຼືອ ໄວຣັສໂຄຣນາ ກັບປະທານສະພາຕໍ່າທ່ານນາງ ແນນຊີ ເພໂລຊີ ແລະ ຜູ້ນຳສຽງສ່ວນນ້ອຍສະພາສູງທ່ານ ຈັກ ຊູເຊີ ທີ່ຫໍລັດຖະສະພາ ແຄັບປິຕອລ, 7 ສິງຫາ, 2020.
ລັດຖະມົນຕີກະຊວງການເງິນ ທ່ານ ສຕີເວັນ ມະນູຊິນ ແລະ ທີ່ປຶກສາທຳນຽບຂາວ ທ່ານ ມາກ ເມໂດສ ຍ່າງຫຼັງຈາກການເຈລະຈາກໂຄງການຊ່ວຍເຫຼືອ ໄວຣັສໂຄຣນາ ກັບປະທານສະພາຕໍ່າທ່ານນາງ ແນນຊີ ເພໂລຊີ ແລະ ຜູ້ນຳສຽງສ່ວນນ້ອຍສະພາສູງທ່ານ ຈັກ ຊູເຊີ ທີ່ຫໍລັດຖະສະພາ ແຄັບປິຕອລ, 7 ສິງຫາ, 2020.

ທຳນຽບຂາວໄດ້ໃຫ້ສັນຍານໃນວັນຈັນວານນີ້ວ່າ ເຂົາເຈົ້າຈະໄຂການເຈລະຈາກັບພັກຝ່າຍຄ້ານ ເດໂມແຄຣັດ ກ່ຽວກັບ ໂຄງການຊ່ວຍເຫຼືອໄວຣັສໂຄໂຣນາ ແລະ ມີຄວາມຍິນດີທີ່ຈະໃຊ້ເງິນເພີ່ມ ເຕີມເພື່ອບັນລຸຂໍ້ຕົກລົງ.

ລັດຖະມົນຕີກະຊວງການເງິນ ທ່ານ ສຕີຟ ມະນູຊິນ ໄດ້ກ່າວຕໍ່ໂທລະພາບ CNBC ວ່າ “ພວກເຮົາໄດ້ກຽມເງິນເພີ່ມເຕີມໄວ້ເຈລະຈາ. ທ່ານປະທານາທິບໍດີແມ່ນມີຄວາມມຸ່ງໝັ້ນທີ່ຈະໃຊ້ເງິນໃນສິ່ງທີ່ພວກເຮົາຕ້ອງຈ່າຍ.”

ປະທານາທິບໍດີ ດໍໂນລ ທຣຳ ໄດ້ເຊັນດຳລັດປະທານາທິບໍດີ ໃນວັນເສົາທີ່ຜ່ານມາ ເພື່ອຂະຫຍາຍຜົນປະໂຫວດສ່ວນນຶ່ງທີ່ໄດ້ໝົດອາຍຸໄປຂອງກຳມະກອນທີ່ຫວ່າງງານ ແລະ ເລື່ອນເວລາການຈ່າຍພາສີໃຫ້ຄົນ ອາເມຣິກັນ ທີ່ຍັງຖືກຈ້າງງານຢູ່ຫຼາຍຄົນ. ໃນຄຳເຫັນໃໝ່ທີ່ຂຽນໃນທວິດເຕີນັ້ນ, ທ່ານບໍ່ໄດ້ປະຕິເສດ ກ່ຽວກັບ ການເຈລະຈາເພີ່ມເຕີມ ແຕ່ໄດ້ກ່າວຫາຜູ້ນຳສຽງສ່ວນນ້ອຍສະພາສູງ ພັກເດໂມແຄຣັດ ທ່ານ ຈັກ ຊູເມີ ແລະ ປະທານສະພາຕໍ່າ ທ່ານນາງ ແນນຊີ ເພໂລຊີ ສຳລັບການເຈລະ ຈາ ກ່ຽວກັບ ໂຄງການຊ່ວຍເຫຼືອທີ່ພັງລົງໃນວັນສຸກທີ່ຜ່ານມາ.

ທ່ານ ທຣຳ ຂຽນໃນທວິດເຕີວ່າ ‍“ສະນັ້ນຕອນນີ້ທ່ານ ຊູເມີ ກັບ ທ່ານນາງ ເພໂລຊີ ຢາກປະຊຸມເພື່ອເຮັດຂໍ້ຕົກລົງ. ໜ້າມະຫັດສະຈັນໃນວິທີທີ່ທຸກຢ່າງເຮັດ ວຽກ, ແມ່ນບໍ່? ເຂົາເຈົ້າໄປຢູ່ໃສມາເມື່ອ 4 ອາທິດແລ້ວນີ້ ເວລາທີ່ເຂົາເຈົ້າເປັນ “ພວກຫົວແຂງກະດ້າງ,” ແລະ ມີແຕ່ຢາກໄດ້ເງິນປະກັນສຳລັບລັດ ແລະ ເມືອງທີ່ຖືກຄວບຄຸມໂດຍພັກເດໂມແຄຣັດທີ່ກຳລັງລົ້ມແຫຼວຢ່າງຮ້າຍແຮງ. ເຂົາ ເຈົ້າຮູ້ເບີໂທລະສັບຂອງຂ້ອຍ.”

ໃນການໃຫ້ຄຳເຫັນຕໍ່ໂທລະພາບ MSNBC ໃນວັນຈັນວານນີ້, ທ່ານນາງ ເພໂລຊີ ໄດ້ເອີ້ນດຳລັດຂອງທ່ານ ທຣຳວ່າ “ການຫຼອກລວງ” ແລະ ໄດ້ກ່າວວ່າ ຄວາມພະຍາຍາມຂອງທ່ານແມ່ນບໍ່ໄດ້ແນເປົ້າໃສ່ການຊ່ວຍເຫຼືອປະຊາຊົນ, ແຕ່ເປັນການສະໜັບສະໜູນຕະຫຼາດຮຸ້ນ.

ທ່ານນາງ ເພໂລຊີ ໄດ້ກ່າວວ່າ “ມັນບໍ່ຄວນເປັນເລື່ອງຂອງພັກການເມືອງດຽວທີ່ວ່າພວກເຮົາຈະລ້ຽງດູລູກຫຼານຂອງພວກເຮົາ. ມັນບໍ່ຄວນເປັນເລື່ອງຂອງພັກການເມືອງດຽວ ທີ່ວ່າພວກເຮົາບໍ່ອະນຸ ຍາດໃຫ້ປະຊາຊົນຖືກໄລ່ອອກຈາກເຮືອນເຊົ່າຂອງເຂົາເຈົ້າ ເພາະວ່າເຂົາເຈົ້າຕົກຢູ່ໃນສະຖານະ ການຫຍຸ້ງຍາກຍ້ອນໂຣກລະບາດ.”

ໃນຂະນະທີ່ການເຈລະຈາໄດ້ພັງລົງໃນອາທິດທີ່ຜ່ານມາ. ທ່ານ ຊູເມີ ແລະ ທ່ານນາງ ເພໂລຊີ ໄດ້ກ່າວວ່າພັກເດໂມແຄຣັດມີຄວາມຍິນດີທີ່ຈະຕັດເງິນ 1​ພັນຕື້ໂດລາອອກຈາກການຮຽກຮ້ອງດັ້ງເດີມຂອງເຂົາເຈົ້າ ສຳລັບໂຄງການຊ່ວຍເຫຼືອໄວຣັສໂຄໂຣນາ ມູນຄ່າສາມພັນສີ່ຮ້ອຍຕື້ໂດລາເພື່ອໃຫ້ທຳນຽບຂາວ ອະນຸມັດ ເຊິ່ງຖືກຮັບຮອງໂດຍສະພາຕໍ່າທີ່ຄວບຄຸມໂດຍພັກເດໂມແຄຣັດ ໃນກາງ ເດືອນພຶດສະພາທີ່ຜ່ານມາ. ເຂົາເຈົ້າເວົ້າວ່າ ໃນເວລາດຽວກັນ ທຳນຽບຂາວ ຄວນຂະຫຍາຍການຮຽກຮ້ອງຂອງເຂົາເຈົ້າສຳລັບຂໍ້ຕົກລົງ 1 ພັນຕື້ໂດລາ ເປັນຢ່າງໜ້ອຍ​ 2 ພັນຕື້ໂດລາ, ແຕ່ລັດຖະ ບານທ່ານ ທຣຳ ໄດ້ປະຕິເສດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG