ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທຳນຽບຂາວ ກ່າວວ່າ ນະໂຍບາຍ 'ຈີນດຽວ' ບໍ່ແມ່ນ 'ຂໍ້ຕໍ່ລອງ' ກັບຈີນ


ພາບລວມ ສະແດງໃຫ້ເຫັນ ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump, ຊ້າຍ, ວັນທີ 10 ພະຈິກ 2016, ແລະ ປະທານປະເທດຈີນ ທ່ານ Xi Jinping, ວັນທີ 22 ພະຈິກ 2016.
ພາບລວມ ສະແດງໃຫ້ເຫັນ ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump, ຊ້າຍ, ວັນທີ 10 ພະຈິກ 2016, ແລະ ປະທານປະເທດຈີນ ທ່ານ Xi Jinping, ວັນທີ 22 ພະຈິກ 2016.

ລັດຖະບານທ່ານໂອບາມາ ກ່າວວ່າ ສະຫະລັດ ບໍ່ຄວນໃຊ້ ນະໂຍບາຍ “ຈີນດຽວ” ຂອງຕົນ ເປັນ “ຂໍ້ຕໍ່ລອງ” ກັບຈີນ.

ໃນວັນຈັນວານນີ້ ໂຄສົກທຳນຽບຂາວ ທ່ານ Josh Earnest ໄດ້ມີປະຕິກິລິຍາ ຕໍ່ ຖະແຫລງການຂອງ ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານດໍໂນລ ທຣຳ ເມື່ອວັນ ອາທິດແລ້ວນີ້ ທີ່ວ່າ ທ່ານບໍ່ຮູ້ວ່າເປັນຫຍັງ ສະຫະລັດ ຄວນຜູກມັດດ້ວຍ ນະໂຍ ບາຍດັ່ງກ່າວນັ້ນ ນອກຈາກວ່າ ຂໍ້ຕົກລົງໃນເລື່ອງອື່ນໆ ເຊັ່ນວ່າ ການຄ້າ ແມ່ນ ຈະຕົກລົງກັນໄດ້.

ປະທານາທິບໍດີ ຂອງໄຕ້ຫວັນ ທ່ານນາງ Tsai Ing-wen ໂອ້ລົມກັບ ປະທານາທິບໍດີ ສະຫະລັດ ຜູ້ທີ່ໄດ້ຖືກເລືອກໃໝ່ ທ່ານ Donald Trump ຜ່ານທາງໄມໂກໂຟນ ຢູ່ໃນນະຄອນຫຼວງໄທເປ, ໄຕ້ຫວັນ. (Taiwan Presidential Office via AP)
ປະທານາທິບໍດີ ຂອງໄຕ້ຫວັນ ທ່ານນາງ Tsai Ing-wen ໂອ້ລົມກັບ ປະທານາທິບໍດີ ສະຫະລັດ ຜູ້ທີ່ໄດ້ຖືກເລືອກໃໝ່ ທ່ານ Donald Trump ຜ່ານທາງໄມໂກໂຟນ ຢູ່ໃນນະຄອນຫຼວງໄທເປ, ໄຕ້ຫວັນ. (Taiwan Presidential Office via AP)


ນັບຕັ້ງແຕ່ປີ 1979 ເປັນຕົ້ນມາ ສະຫະລັດ ໄດ້ຮັບຮູ້ເຖິງທ່າທີຢ່າງເປັນທາງການ
ຂອງຈີນ ຕໍ່ໄຕ້ຫວັນ ນັ້ນ ວ່າເປັນສ່ວນໜຶ່ງຂອງຈີນ.

ທ່ານ Earnest ກ່າວວ່າ “ອີກປະການໜຶ່ງ ນະໂຍຍາຍອັນນັ້ນ ທີ່ບັນດາປະທານາ
ທິບໍດີ ຜູ້ກ່ອນໆ ຈາກທັງສອງພັກ ໄດ້ສະແຫວງຫາ ແລະ ປະເທດຂອງພວກເຮົາ ໄດ້ຮັບຜົນປະໂຫຍດ ຈາກການປະຕິບັດຕາມນະໂຍບາຍນັ້ນ. ເລື່ອງອັນນີ້ ທີ່ ລັດຖະບານຂອງຈີນ ພິຈາລະນາວ່າ ເປັນເລື່ອງທີ່ລະອຽດອ່ອນທີ່ສຸດ ແລະ ການ ລົບກວນນະໂຍບາຍນີ້ ອາດຈະສົ່ງຜົນສະທ້ອນ ຕໍ່ຄວາມອາດສາມາດ ທີ່ຈະເຮັດ ວຽກຮ່ວມກັນກັບຈີນ ໃນບໍລິເວນ ທີ່ພວກເຮົາມີຜົນປະໂຫຍດຮ່ວມກັນ.”

ທ່ານ Earnest ໄດ້ກ່າວເຖິງ ການຮ່ວມມືຂອງຈີນ ໃນເລື່ອງຂອງ ການປ່ຽນແປງ
ຂອງດິນຟ້າອາກາດ ຂໍ້ຕົກລົງນິວເຄລຍ ກັບອີຣ່ານ ແລະ ການກົດດັນຂອງຈີນ ຕໍ່ ເກົາຫຼີເໜືອ ອັນເປັນຕົວຢ່າງ ເຊິ່ງ “ທັງສອງຝ່າຍເຫັນດີເຫັນພ້ອມ” ເປັນຜົນປະ
ໂຫຍດ ໃຫ້ແກ່ອາເມຣິກາ ຈີນ ແລະ ໂລກທັງມວນ.

ທ່ານ Earnest ໄດ້ກ່າວວ່າ ຄວາມກ້າວໜ້າດັ່ງກ່າວນັ້ນ ຈະເປັນ “ທີ່ຍາກລຳບາກ
ຫຼາຍ ຖ້າຄວາມເຄັ່ງຕຶງແມ່ນສູງຂຶ້ນ ໃນເລື່ອງ ນະໂຍບາຍ ຈີນດຽວ ຂອງພວກ
ເຮົານັ້ນ.”

ທ່ານທຣຳ ໄດ້ກ່າວຕໍ່ ລາຍການຂ່າວໂທລະພາບ Fox News Sunday ວ່າ ທ່າ​ນບໍ່​ຕ້ອງການ​ໃຫ້​ຈີນ ມາບອກ​ເພິ່ນ​ວ່າ ຄວນ​ຈະ​ເຮັດ​ແນວນັ້ນແນວນີ້.​

ທ່ານທຣຳ ໄດ້ເວົ້າວ່າ “ພວກເຮົາ ໄດ້ຮັບຄວາມເຈັບປວດຫຼາຍທີ່ສຸດ ຈາກຈີນ ໂດຍ ການລົດຄ່າເງິນລົງ ດ້ວຍການວາງພາສີອາກອນ ຕໍ່ພວກເຮົາຢ່າງໜັກຢູ່ຕາມ
ຊາຍແດນ ໃນເວລາທີ່ພວກເຮົາບໍ່ໄດ້ວາງພາສີອາກອນຕໍ່ພົວເຂົາເຈົ້າ ດ້ວຍການ ສ້າງຄ້າຍທະຫານອັນໃຫຍ່ໂຕ ຢູ່ໃນກາງທະເລຈີນໃຕ້ ຊຶ່ງພວກເຂົາ ບໍ່ຄວນເຮັດ ຈັ່ງຊັ້ນ....ເຈົ້າມີເກົາຫຼີເໜືອຢູ່ແລ້ວ. ເຈົ້າມີອາວຸດນິວເຄລຍ ແລະ ຈີນອາດແກ້ໄຂ ບັນຫານັ້ນໄດ້ ແລະ ພວກເຂົາ ບໍ່ໄດ້ຊ່ອຍພວກເຮົາເລີຍ.”

ໂຄສົກລັດຖະມົນຕີ ກະຊວງການຕ່າງປະເທດ ໃນວັນຈັນວານນີ້ ໄດ້ກ່າວວ່າ ນະໂຍ
ບາຍ ຈີນດຽວ ແມ່ນພື້ນຖານ ຂອງສາຍສຳພັນ ລະຫວ່າງ ສະຫະລັດ ແລະ ຈີນ ແລະ ຮຽກຮ້ອງໃຫ້ທ່ານທຣຳ ໃຫ້ “ເຂົ້າໃຈເຖິງຄວາມສຳຄັນຂອງມັນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG