ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທຳນຽບຂາວ ກ່າວກ່ຽວ​ກັບ ເອກະສານລັບ ວ່າ ບໍ່ມີບັນທຶກຂອງຜູ້ທີ່ມາຢ້ຽມຢາມ ບ້ານຂອງທ່ານໄບເດັນ ໃນລັດເດລາແວ


ເຈົ້າໜ້າທີ່ໜ່ວຍງານສືບລັບ ຈອດລົດຢູ່ທາງເຂົ້າໄປສູ່ບ້ານພັກຂອງປະທານາທິບໍດີ ໂຈ ໄບເດັນ ຫຼັງຈາກທີ່ເອກະສານລັບຫຼາຍສະບັບ ໄດ້ຖືກພົບເຫັນຢູ່ທີ່ນັ້ນ, ໃນເມືອງວີລມິງຕັນ ລັດເດລາແວ, ວັນທີ 15 ມັງກອນ 2023.
ເຈົ້າໜ້າທີ່ໜ່ວຍງານສືບລັບ ຈອດລົດຢູ່ທາງເຂົ້າໄປສູ່ບ້ານພັກຂອງປະທານາທິບໍດີ ໂຈ ໄບເດັນ ຫຼັງຈາກທີ່ເອກະສານລັບຫຼາຍສະບັບ ໄດ້ຖືກພົບເຫັນຢູ່ທີ່ນັ້ນ, ໃນເມືອງວີລມິງຕັນ ລັດເດລາແວ, ວັນທີ 15 ມັງກອນ 2023.

ຫ້ອງການທີ່ປຶກສາຂອງທຳນຽບຂາວ ໄດ້ກ່າວໃນວັນຈັນວານນີ້ ວ່າ ບໍ່ມີປຶ້ມບັນທຶກຜູ້ທີ່ມາຢ້ຽມຢາມ ຢູ່ທີ່ບ້ານຂອງປະທານາທິບໍດີ ໂຈ ໄບເດັນ ໃນເມືອງວີລມິງຕັນ ລັດເດລາແວ ໂດຍເປັນການໂຕ້ແຍ້ງ ຕໍ່ຄວາມພະຍາຍາມອັນນຶ່ງຂອງພັກຣີພັບບລີກັນ ເພື່ອຊອກຫາຜູ້ທີ່ອາດໄດ້ໄປຢ້ຽມຢາມເຮືອນ ໃນຂະນະທີ່ເອກະສານລັບ ໄດ້ຖືກເກັບມຽນໄວ້ຢູ່ທີ່ນັ້ນ.

ໃນວັນອາທິດຜ່ານມານີ້ ສະມາຊິກສະພາຕ່ຳ ທ່ານເຈມສ໌ ໂຄມເມີ ປະທານຄົນໃໝ່ ຄະນະກຳມະການກວດກາຂອງສະພາຕ່ຳ ໃນໜັງສືສະບັບນຶ່ງ ໄດ້ຂໍໃຫ້ທ່ານຣອນ ເຄລນ ຫົວໜ້າທີ່ປຶກສາທຳນຽບຂາວຂອງທ່ານໄບເດັນ ສົ່ງຂໍ້ມູນກ່ຽວກັບການຄົ້ນຫາເອກະສານຕ່າງໆຢູ່ທີ່ ຫ້ອງການຂອງ ສູນກາງ Penn Biden ສຳລັບດ້ານການທູດແລະການພົວພັນໂລກ ຂອງທ່ານໄບເດັນ ໃນນະຄອນຫຼວງວໍຊິງຕັນ ແລະຢູ່ທີ່ບ້ານຂອງໄບເດັນ ລວມທັງບັນຊີຂອງຜູ້ທີ່ໄດ້ໄປຢ້ຽມຢາມບ້ານພັກດັ່ງກ່າວ ນັບຕັ້ງແຕ່ ທ່ານໄດ້ເປັນປະທານາທິບໍດີ ເກືອບຮອບສອງປີຜ່ານມາ.

ຖະແຫລງການຂອງຫ້ອງການທີ່ປຶກສາທຳນຽບຂາວ ໄດ້ກ່າວວ່າ “ຄືກັບປະທາ ນາທິບໍດີທຸກຄົນ ຕະຫຼອດໄລຍະຫຼາຍທົດສະວັດໃນປະວັດສາດຂອງຄວາມສະໄໝໃໝ່ ບ້ານພັກສ່ວນຕົວຂອງທ່ານ ແມ່ນເລື້ອງສ່ວນຕົວ.” ຖະແຫລງການກ່າວຕໍ່ໄປວ່າ “ແຕ່ ເມື່ອໄດ້ເຂົ້າດຳລົງຕຳແໜ່ງ ປະທານາທິບໍດີ ໄບເດັນ ໄດ້ນຳເອົາຄວາມເປັນປົກກະຕິກັບຄືນມາ ແລະປະເພນີຂອງການຮັກສາໄວ້ປຶ້ມບັນທຶກຂອງຜູ້ທີ່ມາຢ້ຽມຢາມທຳນຽບຂາວ ລວມທັງການພິມອອກເຜີແຜ່ພວກມັນເປັນປະຈຳ ຫຼັງຈາກທີ່ລັດຖະບານຊຸດກ່ອນໄດ້ຍຸຕິມັນນັ້ນ.”

ໜ່ວຍງານສືບລັບ ຍັງໄດ້ກ່າວວ່າ ໃນຂະນະທີ່ມີໜ່ວຍອາລັກຂາ ໄດ້ຖືກມອບໝາຍຢູ່ທີ່ບ້ານພັກ ຕົນກໍບໍ່ໄດ້ຕິດຕາມ ຜູ້ທີ່ເຂົ້າມາແລະອອກໄປ.

ໂຄສົກຂອງໜ່ວຍງານສືບລັບ ໄດ້ກ່າວວ່າ “ພວກເຮົາກໍບໍ່ໄດ້ບັນທຶກຜູ້ເຂົ້າມາຢ້ຽມຢາມຂອງຕົນເອງ ຢ່າງເປັນອິດສະຫຼະ ເພາະວ່າ ມັນເປັນບ້ານພັກສ່ວນຕົວ.”

ພວກສະມາຊິກສະພາຕ່ຳສັງກັດພັກຣີພັບບລີກັນ ທີ່ຫາກໍໄດ້ອຳນາດມາໃໝ່ໆ ໄດ້ຮຽກຮ້ອງຂໍ້ມູນຕື່ມອີກກ່ຽວກັບຜູ້ທີ່ອາດໄດ້ເຂົ້າເຖິງເອກະສານລັບຕ່າງໆ ຈາກທ່ານໄບເດັນ ຕອນເປັນຮອງປະທານາທິບໍດີ ທີ່ໄດ້ສິ້ນສຸດລົງໃນປີ 2017 ທີ່ໄດ້ຖືກພົບເຫັນຢູ່ທີ່ຫ້ອງການເພື່ອການວິເຄາະຂອງທ່ານ ໃນນະຄອນຫຼວງວໍຊິງຕັນ ບ່ອນທີ່ທ່ານໄດ້ເຮັດວຽກ ເປັນບາງຄັ້ງບາງຄາວ ແລະຢູ່ທີ່ບ້ານພັກຂອງທ່ານໃນລັດເດລາແວ.

ທ່ານໄບເດັນ ໄດ້ກ່າວວ່າ ທ່ານແປກໃຈທີ່ເອກະສານລັບໃດໆ -ປະມານ 20 ສະບັບໃນທັງໝົດ - ໄດ້ພົບເຫັນຢູ່ແຫ່ງຕ່າງໆທີ່ເຊື່ອມໂຍງກັບທ່ານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG