ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ຂໍຕັດເງິນເດືອນ ຂອງທ່ານລົງ 5 ເປີເຊັນ


ທ່ານໂອບາມາ ຂະນະກ່າວຈະຕັດເງິນເດືອນຂອງທ່ານ 5 ເປີເຊັນ
ຄືນໃຫ້ລັດຖະບານ
ທ່ານໂອບາມາ ຂະນະກ່າວຈະຕັດເງິນເດືອນຂອງທ່ານ 5 ເປີເຊັນ ຄືນໃຫ້ລັດຖະບານ
ເຈົ້າໜ້າ​ທີ່​ທໍານຽບຂາວທ່ານ​ນຶ່ງ​ເວົ້າ​ວ່າ ​ເພື່ອສະ​ແດງ​ເຖິງ​ຄວາມ​ສາມັກຄີກັບ​ພະນັກ ງານ​ລັດຖະບານ​ກາງ​ທີ່​ຖືກ​ສັ່ງ​ໃຫ້​ພັກ​ການ​ນັ້ນ ປະທານາ​ທິບໍດີ​ ບາຣັກ​ໂອ​ບາ​ມາ ກໍຈະ​ຂໍ​ຕັດ​ເງິນ​ເດືອນ​ຫຼືມອບ​ເງິນ​ເດືອນ​ຂອງ​ທ່ານ 5 ​ເປີ​ເຊັນ ຄືນ​ໃຫ້​ແກ່​ລັດຖະບານ.

​ເຈົ້າໜ້າ​ທີ່ທໍານຽບຂາວ​ເວົ້າ​ເມື່ອ​ວັນ​ພຸດ​ວານ​ນີ້ວ່າ ປະທານາທິບໍດີ​ໄດ້​ຕັດ ສິນ​ໃຈ​ເພື່ອ​ໃຫ້ມີ​ສ່ວນຮ່ວມ​ໃນ​ການ​ເສຍສະຫຼະຂອງ​ພວກພະນັກງານຫຼວງ ທີ່​ກະທໍາ​ເຊັ່ນ​ນີ້ ຍ້ອນ​ວ່າ​ໄດ້​ມີການ​ຕັດ​ການ​ໃຊ້​ຈ່າຍ​ຢ່າງ​ອັດຕະ​ໂນ​ມັດຂອງ​ລັດຖະບານ​ລົງ ຫຼືທີ່​ເອີ້ນ​ວ່າ sequester ນັ້ນ.

ທ່ານ​ໂອ​ບາ​ມາ​ໄດ້ຮັບ​ເງິນ​ເດືອນ 400,000 ​ໂດ​ລາ​ຕໍ່​ປີ. 5% ຂອງ​ເງິນ​ເດືອນ ທ່ານ​ດັ່ງກ່າວ​ ຊຶ່ງຈະ​ເລີ່​ມ​ຕັ້ງ​ແຕ່ ​ວັນ​ທີ 1 ​ເດືອນ​ມີນາ​ຜ່ານ​ມາ ​ເວລາການ​ຕັດ​ການ​ໃຊ້​ຈ່າຍຢ່າງ​ອັດຕະ​ໂນ​ມັດ​ເລີ່​ມມີ​ຜົນບັງຄັບ​ໃຊ້ ຊຶ່ງ​ຈະ​ຕົກ​ເປັນ​ປະມານ 1,700 ​ໂດ​ລາຕໍ່​ເດືອນ.

​ເມື່ອ​ວັນ​ອັງຄານ​ຜ່ານ​ມາ​ນີ້ ທ່ານ Chuck Hagel ລັ​ດຖະມົນຕີ​ປ້ອງ​ກັນ​ປະ​ເທດ ​ແລະ ທ່ານ Ashton Carter ​ຜູ້​ຮອງ​ຂອງ​ທ່ານ ຕ່າງ​ກໍເວົ້າ​ວ່າ​ພວກ​ທ່ານຈະ​ຕັດ​ເງິນຈໍານວນ​ ນຶ່ງ​ຈາກ ເງິນ​ເດືອນ​ຂອງພວກ​ທ່ານຄືນ​ໃຫ້​ແກ່​ລັດ​ຖະບານ.
XS
SM
MD
LG