ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທຳນຽບຂາວ ສະຫຼອງວັນ St. Patrick's Day ດ້ວຍນ້ຳພຸ ທີ່ເປັນສີຂຽວ


ທຳນຽບຂາວ​ສະຫຼອງ​ວັນ St. Patrick’s Day ​ໃນ​ວັນ​ອັງຄານ​
ວານ​ນີ້ ດ້ວຍ​ການ​ຍ້ອມ​ນ້ຳ ໃນ​ນ້ຳພຸ​ ຢູ່​ເດີ່ນ​ຫຍ້າ​ເບື້ອງ​ໃຕ້ ຫຼື
South Lawn​ ຂອງທຳນຽບຂາວ​ ເປັນ​ສີຂຽວ​ເຫຼື້ອມ.

ປະ​ເພນີ ​ທີ່​ເລີ້ມ​ຂຶ້ນ ​ໃນ​ປີ 2009 ​ເວລາ​ທ່ານ​ນາງ Michelle
Obama ສະຕີ​ໝາຍ​ເລກ​ນຶ່ງ ໄດ້​ທຳ​ການສະ​ເຫຼີ​ມສະຫຼອງວັນ
St. Patrick’s Day ​ຕາມແບບນະຄອນ​ Chicago ບ້ານ​ເກີດ
​ເມືອງ​ນອນ​ຂອງ​ທ່ານ​ນາງ ບ່ອນ​ທີ່​ແມ່​ນ້ຳ​ສາຍ​ນຶ່ງ​ໃນ​ເມືອງ​ດັ່ງ
ກ່າວ ​ຖືກຍ້ອມໃຫ້ເປັນ​ສີຂຽວ.

ຕໍ່​ມາ​ໃນ​ຕອນ​ເຊົ້າ​ວານ​ນີ້ ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ໄດ້
​ຕ້ອນຮັບ​ນາຍົກລັດຖະມົນຕີ Enda Kenny ​ແຫ່ງ Ireland ທີ່​ທຳນຽບຂາວ ສຳລັບ​ການ​
ຢ້ຽມຢາມ​ຂອງ​ທ່ານ ​ໃນ​ວັນ St. Patrick’s Day.

​ໃນ​ຂະນະ​ດຽວ​ກັນ ​ນະຄອນ Chicago ​ໄດ້​ປະຕິບັດ​ຕາມ​ປະ​ເພນີ​ມາ 53 ປີ ​ໂດຍ​ຍ້ອມ​ສີ
​ນ້ຳ ​ໃນ​ແມ່​ນ້ຳ Chicago ​ໃຫ້​ເປັນ​ສີຂຽວ. ການ​ດຳ​ເນີນ​ຂັ້ນ​ຕອນ​ດັ່ງກ່າວ ​ໄດ້​ເລີ້ມ​ຂຶ້ນ​ໃນ​
ວັນ​ເສົາ​ຜ່ານ​ມາ ​ເວລາ​ການ​ສະຫຼອງວັນ St. Patrick’s Day ​ເລີ້ມ​ຂຶ້ນ.

ປະທານາທິບໍດີ ​ໂອ​ບາ​ມາ ​ແລະ​ນາຍົກລັດຖະມົນຕີ Kenny ມີ​ໝາຍກຳນົດທີ່​ຈະ​ເຂົ້າ​
ຮ່ວມ​ໃນງານ​ລ້ຽງ​ອາຫານ​ທ່ຽງ​ປະຈຳ​ປີ​ຂອງ​ເພື່ອນ​ມິດ​ຂອງ Ireland ທີ່​ຕຶກ​ລັດຖະສະພາ
ພາຍ​ໃຕ້​ການ​ເປັນ​ເຈົ້າພາບ​ຂອງ​ທ່ານ John Boehner ປະທານ​ສະພາ​ຕ່ຳ​ສະຫະລັດ.
ຮອງ​ປະທານາທິບໍດີ Joe Biden ​ແລະ​ພວກ​ສະມາຊິກ​ສະພາ Congress ອື່ນໆ ກໍ​ມີ
ໝາຍ​ກຳນົດ​ຈະ​ເຂົ້າ​ຮ່ວມ​ນຳ​ເຊັ່ນ​ກັນ.

XS
SM
MD
LG